Ad

Ad

3 March 2014

ວຽງຈັນເຊັນເຕີຈະເປັນສູນຈຳໜ່າຍສິນຄ້າຍີ່ຫໍ້ດັງໃນນະຄອນຫຼວງວຽງຈັນ



    ວັນທີ 28 ກຸມນີ້ໂຄງການພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງ ຈັນຕອນເໜືອ (ວຽງຈັນ ເຊັນເຕີ) ໄດ້ຈັດງານ ພົບປະແລກປ່ຽນການລົງທຶນກັບ ບັນດາບໍສິສັດສິນຄ້າຍີ່ຫໍ້ດັງລະ ດັບແນວໜ້າທີ່ຈະນຳມາຈຳໜ່າຍໃນສູນການຄ້າ ວຽງຈັນເຊັນເຕີ ຂຶ້ນຢູ່ໂຮງແຮມດອນຈັນພາເລດ,ນະຄອນຫຼວງວຽງຈັນ, ໂດຍ ການເຂົ້າຮ່ວມ ຂອງທ່ານ ດຣ ອະນຸພາບຕຸນາລົມ, ຮອງເຈົ້າ ຄອງນະຄອນຫຼວງ ວຽງຈັນ, ທ່ານ ຈ່າວເວີນຢູ, ທູດການຄ້າ ສປ ຈີນ ປະຈຳລາວ, ພ້ອມດ້ວຍຄະນະ ບໍລິຫານງານວຽງຈັນ ເຊັນເຕີ ແລະ ຕົວແທນຈາກບໍ ລິສັດ ສິນຄ້າຍີ່ຫໍ້ດັງຈຳນວນ ຫຼາຍເຂົ້າຮ່ວມ.
           ທ່ານທູດກ້ານຄາ ສປ ຈີນ ປະຈຳລາວກ່າວວ່າ:ໂຄງການ ວຽງຈັນ ເຊັນເຕີ ເປັນໂຄງການ ໜຶ່ງທີ່ມີຄວາມສຳຄັນ, ການສ້າງ ໂຄງການດັ່ງກ່າວໃຫ້ສຳເລັດນັ້ນບໍ່ພຽງແຕ່ເປັນສັນຍາລັກແຫ່ງ ຄວາມສຳເລັດ, ເປັນການຮ່ວມມື ລະຫວ່າງ,
ແຕ່ຍັງຈະກາຍເປັນ ໃຈກາງສູນການຄ້າທີ່ທັນສະໄໝຂອງນະຄອນຫຼວງວຽງຈັນ ແລະ ຈະມີບົດບາດໃນການຊຸກຍູ້ໃຫ້ ເສດຖະກິດຂອງລາວເຕີບໃຫຍ່ ຂະຫຍາຍຕົວ ແລະ ຈະເລີນຮຸ່ງ ເຮືອງ, ຊຸກຍູ້ການບໍລິໂພກ ແລະ ການຊອກຫາວຽກ ເຮັດງານທຳ ແລະ ຍົກລະດັບຄຸນນະພາບການ ດຳລົງຊີວິດຊອງຊາວນະຄອນ ຫຼວງວຽງຈັນດີຂື້ນເປັນລຳດັບ ແລະ ທັງເປັນ ການເພີ່ມລາຍຮັບ ທາງດ້ານພາສີ ອາກອນ ໃຫ້ນະ ຄອນຫຼວງວຽງຈັນກໍຄືສປປລາວອີກດ້ວຍ, ຂ້າພະເຈົ້າເຊື້ອໝັ້ນວ່າ ໃນອະນາຄົດວຽງຈັນເຊັນເຕີຈະ ເປັນພື້ນຖານຂອງການພັດທະ ນາຂອງຫຼາຍໆໂຄງການ.
          ຄະນະບໍລິຫານງານວຽງ ຈັນ ເຊັນເຕີໃຫ້ຮູ້ອີກວ່າ: ການກໍ ສ້າງວຽງຈັນເຊັນເຕີພາກທຳອິດໂດຍສະເພາະແມ່ນສູນ ການຄ້າ ແລະ ຫ້ອງໃຫ້ເຊົ່າແມ່ນສຳເລັດ ແລ້ວແຕ່ວັນທີ 8 ມັງກອນ 2014 ທີ່ຜ່ານມາ, ປັດຈຸບັດພວກເຮົາ ສຸມໃສ່ວຽກ ງານການຕະຫຼາດ ແລະ ໂຮງໜັງ, ຊຶ່ງມີຜູ້ຈອງແລ້ວ ຫຼາຍກວ່າ 70%, ຄາດວ່າຈະເປີດ ໃຫ້ບໍລິການໃນເດືອນທັນວາ ທີ່ຈະມີເຖິງນີ້, ພ້ອມນັ້ນໃນອະນາ ຄາດພວກເຮົາຍັງມີແຜນທີ່ຈະ ສ້າງເວທີລອຍທີ່ມີຄວາມກ້ວາງ 800 ກວ່າຕາແມັດ ອ້ອມຮອບ ອງຈັນເພື່ອສະໝອງຄວາມບັນ ເທີງນາໆປະການບໍ່ວ່າຈະເປັນ ທ້າຍອາທິດຫຼືວັນສັບປະດາ, ໃນໂອກາດນີ້ ຜູ້ບໍລິຫານງານວຽງ ຈັນເຊັນເຕີ ຍັງໄດ້ເຊັນສັນຍາ ກັບບັນດາບໍລິສັດສິນຄ້າຍີ່ຫໍ້ດັງ ເພື່ອຈະນຳເອົາສິນຄ້າດັ່ງກ່າວເຂົ້າມາ ຈຳໜ່າຍໃນສູນການຄ້າ ແຫ່ງນີ້ເຊັ່ນ:ສິນຄ້າຍື່ຫໍ້ລາໂດ, ໂອເມກາ, ດີອໍ ແລະ ອື່ນໆ.



No comments:

Post a Comment