Ad

Ad

3 March 2014

ກຽມມອບລາງວັນຮູບແຕ້ມຫົວຂໍ້ "ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ​-​​​​​​ເດັກນ້ອຍ"



   ຄະນະກຳມະການຄວາມກ້າວໜ້າແມ່ຍິງ ແລະ ກົມວິຈິດສິນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ສະມາຄົມພັດ ທະນາບົດບາດຍິງ-ຊາຍຈັດງານແຂ່ງຂັນຮູບແຕ້ມຂອງເດັກນ້ອຍພາຍໃຕ້ຫົວຂໍ້ “ຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ” ເຊິ່ງໄດ້ເລີ່ມລົງທະບຽນ ມາແຕ່ວັນທີ 13 ມັງກອນ ຫາວັນ ທີ 10 ກຸມພາ 2014, ມີນັກຮຽນຊັ້ນປະຖົມ ແລະ ມັດທະຍົມຢູ່ໃນເຂດ 4 ຕົວເມືອງ ນະຄອນຫຼວງວຽງຈັນຄື: ສີສັດ ຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ, ມີຮູບເຂົ້າປະກວດ ທັງໝົດ 450 ແຜ່ນ ທີ່ສ່ອງແສງໃຫ້ເຫັນເຖິງ ສະພາບການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊິ່ງເກີດຂຶ້ນຢູ່ໃນສັງຄົມປັດຈຸບັນ, ແນໃສ່ລະດົມຄວາມຄິດ ແລະ ພັດທະນາຈິນຕະນາການຂອງເດັກນ້ອຍ ໃນການປະກອບສ່ວນປູກຈິດສຳນຶກໃຫ້ສັງຄົມທົ່ວໄປໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມ ທັງມີສ່ວນຮ່ວມໃນການ ຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍໃນລາວ.
     ໃນວັນທີ 27 ກຸມພາ 2014 ນີ້ ກໍໄດ້ມີການຖະແຫຼງກ່ຽວກັບຜົນຂອງການຄັດເລືອກຮູບແຕ້ມທີ່ສົ່ງເຂົ້າແຂ່ງຂັນ ໂດຍ ການເປັນ ປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວ ທັງເປັນປະທານ ຄະນະກຳມະການ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ວຽກງານອມ-ເດັກກະຊວງດັ່ງກ່າວ.
     ທ່ານ ສະຫວັນຄອນ ຣາຊມຸນຕຣີ ໃຫ້ຮູ້ວ່າ: ຜ່ານການແຂ່ງຂັນຮູບແຕ້ມຄັ້ງນີ້, ສາມາດຄັດເລືອກ ຮູບທີ່ມີຄວາມສວຍງາມ ແລະ ມີ ຄວາມໝາຍຄວາມສຳຄັນໄດ້ 24 ຮູບ ໃນ 3 ຊັ້ນຮຽນຄື: ຊັ້ນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມ ປາຍ, ໃນນັ້ນ ຄະນະກຳມະການ ຈະໄດ້ຄັດເລືອກເອົາຮູບທີ່ມີຄະ ແນນສູງສຸດ ເພື່ອຈັດປະເພດ ແລະ ໃຫ້ລາງວັນຕາມລະດັບ ເຊິ່ງແຕ່ລະປະເພດມີ ລາງວັນທີ 1 ໄດ້ຮັບເງິນຈຳນວນ 2 ລ້ານກີບ ພ້ອມໃບຢັ້ງຢືນ, ລາງວັນທີ 2 ໄດ້ ຮັບເງິນ 1,5 ລ້ານກີບ ພ້ອມໃບຢັ້ງຢືນ, ລາງວັນທີ 3 ໄດ້ຮັບເງິນ 1 ລ້ານກີບ. ນອກນັ້ນ ຍັງມີລາງ ວັນແຕ້ມງາມ, ລາງວັນຄວາມ ຄິດດີ ແລະ ລາງວັນຊົມເຊີຍ ໄດ້ ຮັບລາງວັນລະ 5 ແສນກີບ ພ້ອມ ໃບຢັ້ງຢືນ. ສ່ວນພິທີປະກາດ ແລະ ມອບລາງວັນຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 5 ມີນາ ທີ່ຈະມາເຖິງນີ້ ທີ່ສູນກິລາ ບູໂດ້ລາວ-ຍີ່ປຸ່ນ ນະຄອນຫຼວງ ວຽງຈັນ.

No comments:

Post a Comment