Ad

Ad

3 March 2014

ໂຄງການສາຍແກ້ວໃຍແສງ​​ເພື່ອ​ການ​ສື່ສານ ແລະ ​ໂທລະ​ຄົມຈະ​ສຳ​ເລັດ​ເດືອນມີນານີ້



    ​ໂຄງການສາຍແກ້ໃຍແສງລະບົບ​​​ໃຕ້ດິນ​, ​ເຊິ່ງເປັນບູລິມະສິດໜຶ່ງຂອງລັດຖະບານເພື່ອຮັບໃຊ້ການສື່ສານ ແລະໂທລະຄົມ ໃຫ້ມີຄວາມສະດວກ ແລະ ຮັບປະ ກັນ  ມາຮອດປັດຈຸບັນເປັນໄລຍະສຸດທ້າຍຂອໂຄງການ ແລະ ພວມເລັ່ງດຳເນີນການຈັດຕັ້ງປະ ຕິບັດຢູ່ໃນນະຄອນຫຼວງວຽງຈັນ ຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນມີນານີ້​, ພາຍຫຼັງດຳເນີນ ມາແຕ່ປີ 2009 ຜ່ານມາ.
      ຕາມການເປີດເຜີຍຂອງທ່ານ ຂັນໄຊ ສີບຸນເຮືອງ ຫົວໜ້າພະແນກຕິດຕັ້ງແລະ ສ້ອມແປງໂຄງການສາຍ​​ແກ້ວ​​ໃຍແສງລະ ບົບ​​​ໃຕ້ດິນແຫ່ງຊາດ​, ຕໍ່ນັກຂ່າວລາວພັດທະນາເມື່ອວັນທີ 27 ກຸມພານີ້ວ່າ: ​ໂຄງການດັ່ງກ່າວໄດ້ເລີ່ມປະຕິບັດແລະ ນຳໃຊ້ມາໄລຍະໜຶ່ງແລ້ວຄື: ​ໄລຍະທຳອິດແມ່ນໄດ້ໃຊ້ຮູບການເນັ່ງໄປຕາມ​​ແລວທາງເຖິງໜ້າດິນນັບແຕ່ນະ ຄອນຫຼວງວຽງຈັນໄປສູ່ບັນດາແຂວງພາກເໜືອແລະ ບັນດາແຂວງພາກໃຕ້ ແຕ່ຜ່ານການ​​ນຳໃຊ້ເຫັນ
ວ່າບໍ່ມີຄຸນນະພາບເທົ່າທີ່ຄວນຍ້ອນສະພາບາກາແລະ ສິ່ງແວດລ້ອມທຳມະຊາດບໍ່ອຳ ນວຍ​, ​ເກີດສະພາບເສຍຫາຍຈາກ
ຕົ້ນໄມ້ລົ້ມທັບ, ​ໄຟໄໝ້ປ່າ, ເສົາໄຟຟ້າຫັກກົ່ນກໍໃຫ້ເກີດມີສະ ພາບເສຍຫາຍດັ່ງນັ້ນ ລັດຖະ ບານຈຶ່ງຕັດສິນໃຈໃຊ້ງົບປະມາ ເຂົ້າໃນການປັບປຸງໂຄງການຄືນໃໝ່ໃຫ້ໄດ້ມາດຕະຖານໂດຍການວາງທໍ່ໃຕ້ດິນຈາກເໜືອສຸດໄປຫາໄຕ້ສຸດຂອງປະເທດໃຫ້ສຳເລັດ ລົງໂດຍໄວ ແລະ ມາຮອດປັດ ຈຸບັນເປັນບາດກ້າວສຸດທ້າຍທີ່ພວມເລັ່ງຈັດຕັ້ງປະຕິບັດ​​ຢູ່ຈຸດໃຈ ກາງນະຄອນຫຼວງວຽງຈັນແມ່ນເລີ່ແຕ່ສູນອິນເຕິເນັດແຫ່ງຊາດ ຫຼືລາວໂທລະຄົມຄຸ້ມບ້ານສາຍລົມເລາະຕາມເສັ້ນທາງໄປຫາໜ້າໂຮງແຮມເສດຖາປາລາສ​, ກະຊວງແຮງງານສະຫວັດດີ ການສັງຄົມມາໃສ່ໂຮງແຮມ ລາວພລາຊາອອກສູ່ເສັ້ນທາງ ​4​ແຍກໄຟແດງທາດດຳຕັດມາໃສ່ວິທະຍາ​​ໄລແພດຊັ້ນກາງອອກສູ່ເສັ້ນທາງເສດຖາທິລາດລຽບຕາມຫໍຄຳ, ​ຫໍພະແກ້ວເຂົ້າ​​ໃສ່4​ແຍກໄຟແດງໂຮງໝໍມະໂຫສົດຂຶ້ນໄປ​​ຕະຫຼາດເຊົ້າ, ຜ່ານກະ ຊວງປ້ອງກັນຄວາມສະຫງົບໄປສູ່ວັດທາດຝຸ່ນຂຶ້ນໄປທາງອາ ນຸສາວະລີຜ່ານກະຊວງກະສິກຳ ແລະ ປ່າ​​​ໄມ້​, ກະຊວງໂຍທາທິ ການ ແລະ ຂົນສົ່ງອອກສູ່ກະ ຊວງການຕ່າງປະເທດຕັດໃສ່​4​ແຍກໄຟແດງໜອງບອນລຽບ​​ໄປຕາມບໍລິເວນສະພາແຫ່ງຊາດເຂົ້າມາຫາຈຸດໂຄງການສື່ສານໂພນເຄັງ.
      ສຳລັບການຈັດຕັ້ງປະຕິບັດ​​ໂຄງການນີ້ທາງຄະນະຮັບຜິດ ຊອບ​​ໃຫ້ຮູ້​​ວ່າ: ​ເນື່ອງຈາກພາຫະ ນະກົນຈັກລວມໄປເຖິງແຮງງານຮັບໃຊ້ບໍພຽງພໍທາງ​​ໂຄງການຈຶ່ງໄດ້ວ່າຈ້າງບໍລິສັດຕ່າງປະເທດບວກໃສ່ກັບແຮງງານຂອງລາວດຳເນີນການຈັດຕັ້ງປະຕິບັດທຳການຂຸດເຈາະແລະ ວາງສາຍກາບຢູ່ຕາມຈຸດຕ່າາງນັບແຕ່ເໜືອ ຮອດ​​ໃຕ້ພາຍຫຼັງຂຸດເຈາະແລະ ວາງສາຍກາບລົງພື້ນດິນສຳເລັດທາງໂຄງການໄດ້ທຳການທົມ ແລະ ປົວແປງຄືນໃໝ່ໃຫ້ຢູ່ໃນສະພາບ​​ເດີມໂດຍການຮ່ວມມືຂອງພະແນ ຍທຂ ຂອງບັນດາແຂວງກໍຄືນະຄອນຫຼວງພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມກຳນົດໝາຍ.

No comments:

Post a Comment