ທ່ານ ຊ່າງຊີ້ຜິງ ປະທານ
ບໍລິສັດ
ໄຟຟ້ານ້ຳໄຜ່ ຈຳກັດ ໃຫ້ ຮູ້ວ່າ: ເຂື່ອນໄຟຟ້ານ້ຳໄຜ່ ແຂວງ ໄຊສົມບູນ ມີກຳລັງຕິດຕັ້ງ 86 ເມກາວັດ
(MW) ສາມາຜະລິດ
ໄຟຟ້າໄດ້
420 ລ້ານກິໂລວັດໂມງ ຕໍ່ປີ ເປັນເຂື່ອນໃຊ້ລະດັບນ້ຳ ຕົກທີ່ສູງ, ອ່າງເກັບ ນ້ຳໃຫຍ່ສາ ມາດປັບປຸງການຜະລິດໄຟຟ້າໄດ້ຫລາຍປີ ແລະ ມີອຸໂມງທໍ່ສົ່ງນ້ຳ ທີ່ຍາວ.ໂຄງການດັ່ງກ່າວບໍ່ພຽງແຕ່ຈະເຮັດ ໃຫ້ເສດຖະກິດມີການຈະເລີນເຕີບໂຕເທົ່ານັ້ນແຕ່ຍັງຈະສະໜອງພະລັງງານສະອາດ ແລະ ສ້າງຜົນກຳໄລ ທັງເປັນການ ປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ
ຂອງລາວນຳອີກ.
ທ່ານປະທານບໍລິສັດ ໄຟຟ້າ ນ້ຳໄຜ່
ຈຳກັດ
ໄດ້ກ່າວອີກວ່າ:
ພາຍໃຕ້ການຕິດຕາມ ແລະ ປະ ສານງານຂອງພາກສ່ວນ ທີ່ກ່ຽວຂ້ອງທາງບໍລິສັດຈະຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ ຢ່າງຮອບດ້ານໂດຍອີງຕາມ
ແບບແຜນທີ່ກຳນົດໄວ້ ແລະ ໃນ ຊ່ວງໄລຍະການກໍ່ສ້າງໂຄງການ
ທາງບໍລິສັດຈະເນັ້ນໃສ່ແກ້ໄຂບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ,
ພັດທະນາ
ເສດຖະກິດທ້ອງຖິ່ນ ແລະ ປະ ກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.
No comments:
Post a Comment