ຄະນະຜູ້ບໍລິຫານລະດັບສູງ ປະກັນໄພເງິນຝາກແຫ່ງສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ເຊິ່ງນຳ ໂດຍທ່ານ seung wou shin
ຜູ້ອຳນວຍ ການຝ່າຍບໍລິ ຫານປະກັນໄພເງິນຝາກ ສ.ເກົາ ຫຼີ ໄດ້ມາເຄື່ອນໄຫວເຮັດ ວຽກຢູ່ ສປປ ລາວ
ເມື່ອມໍ່ໆມານີ້ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານນາງ ແສງດາວວີ ວົງຄຳຊາວ ຮອງຜູ້ອຳນວຍການກອງທຶນປົກ ຄອງຜູ້ຝາກເງິນທະນາຄານແຫ່ງ
ສປປ ລາວ ແລະໃນວັນທີ 28 ກຸມພາ ຜ່ານມາສອງຝ່າຍໄດ້ມີການປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການເຊັນບົດບັນທຶກຄວາມເຂົ້າໃຈ
(MOU) ຮ່ວມມືລະຫວ່າງກອງທຶນປົກປ້ອງຜູ້ຝາກເງິນ ແລະ ປະກັນໄພເງິນຝາກເກົາຫຼີທັງນີ້ເພື່ອເປັນການພັດທະນາ
ຄວາມຮູ້ທາງດ້ານເຕັກນິກວິຊາການ, ຈາກນັ້ນຜູ້ບໍລິຫານລະດັບສູງປະກັນໄພເງິນຝາກ ສ.ເກົາຫຼີ ກໍໄດ້ເຂົ້າຢ້ຽມ
ຂ່ຳນັບທ່ານ ສອນໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ແລະ ໃນໂອ ກາດນີ້ຮອງຜູ້
ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົບປະປຶກສາ ຫາລືເຖິງ ຄວາມມຸ້ງຫວັງທີ່ສອງຝ່າຍຈະມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ
ແລະ ກັນ.ຄວາມຮູ້ທາງດ້ານເຕັກນິກວິຊາການ, ຈາກນັ້ນຜູ້ບໍລິຫານລະດັບສູງປະກັນໄພເງິນຝາກ ສ.ເກົາຫຼີ ກໍໄດ້ເຂົ້າຢ້ຽມ
ໃນໂອກາດເຄື່ອນໄຫວຢ້ຽມຢາມລາວສອງຝ່າຍໄດ້ຮ່ວມກັນຈັດຕັ້ງການສຳມະນາວຽກງານປະກັນໄພ
ເງິນຝາກຂຶ້ນທີ່ໂຮງແຮມວຽງຈັນພລາຊາ. ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າບັດດາກົມຂອງທະນາຄານແຫ່ງ
ສປປ ລາວ, ຫ້ອງການລັດຖະບານ, ບັນດາທະນາຄານທຸລະກິດທີ່ເປັນສະມາຊິກ, ສະຖາບັນການເງິນຈຸລະພາກ
ທີ່ຮັບເງິນຝາກ ແລະ ພະນັກງານກອງທຶນເຂົ້ຮ່ວມ 80 ກວ່າຄົນ. ການສຳມະນາໄດ້ດຳເນີນໄປພາຍໃຕ້ຫົວຂໍ້:
ພາບລວມຂອງການປະກັນໄພເງິນຝາກເກົາຫຼີ ແລະ ຜົນປະໂຫຍດໃນການເຂົ້າເປັນສະມາຊິກສະມາຄົມ ປະກັນໄພເງິນ
ຝາກສາກົນ,ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຝາກເງິນ (ວຽກ ງານນິຕິກຳຂອງປະກັນໄພເງິນ ຝາກເກົາຫຼີ),
ວິທີການແກ້ໄຂສະຖາບັນການເງິນທີ່ລົ້ມລະລາຍ, ການດຳເນີນງານຂອງລະບົບຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ
(IT) ຂອງປະກັນໄພເງິນຝາກ ເກົາຫຼີ.
ໃນກອງປະຊຸມຍັງໃຫ້ຮູ້ວ່າ:
ປະກັນໄພເງິນຝາກ ສ.ເກົາຫຼີ ໄດ້ສ້າງຂຶ້ນໃນປີ 1996, ປັດຈຸບັນມີ ສະມາຊິກ ຜູ້ບໍລິຫານ 7 ຄົນ,
ມີພະນັກງານ ທັງໝົດ 635 ຄົນ, ປະກອບມີ 13 ພະແນກ, 5 ສຳນັກງານ ແລະ ມີ 1 ຂະແໜງການ, ສະຖາບັນການເງິນທີ່ຮັບການປົກປ້ອງມີ
318 ແຫ່ງ, ໃນນີ້ມີທະນາຄານ 56 ແຫ່ງ, ເງິນຝາກທີ່ໄດ້ຮັບການປົກປ້ອງທັງໝົດ 1.323 ຕື້ໂດລາ
ໃນນີ້ເງິນຝາກທີ່ໄດ້ຮັບການປົກປ້ອງຂອງທະນາຄານ 832 ຕື້ໂດລາ ແລະ ອັດຕາເບ້ຍປະກັນ 0,08%.
No comments:
Post a Comment