Ad

Ad

24 March 2014

ການກໍ່ສ້າງໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາມີຄວາມຄືບໜ້າ 80%



        ມາຮອດເດືອນກຸມພາ 2014 ໂຄງການກໍ່ສ້າງໂຮງໄຟຟ້າພະລັງຄວາມຮ້ອນ ຫົງສາມີຄວາມ ຄືບໜ້າແລ້ວ 80,6% ໂດຍວຽກທີ່ ສຳເລັດແລ້ວ 100% ໃນປີທີ່ ຜ່ານມາດັ່ງນີ້: ການຂຸດຄອງບ່ຽງ ແລວນ້ຳແຫລ້ ແລະ ກໍ່ສ້າງບ້ານ ຈັດສັນ ແລະ ຍົກຍ້າຍປະຊາຊົນ ເຂົ້າໄປຢູ່ໝົດແລ້ວ, ສ້າງຖະໜົນ ສາຍຫລັກຈາກເມືອງຫົງສາ- ເມືອງເງິນ ແລະ ສ້າງທາງເວັ້ນ ບ້ານຫານ ແລະ ເຂື່ອນນ້ຳເລືອກ ນຳດ້ວຍ. ສໍາຫລັບວຽກທີ່ກໍາລັງ ດໍາເນີນງານແລະມີຄວາມກ້າວໜ້າຕາມແຜນທີ່ວາງໄວ້ໄດ້ແກ່: ກໍ່ ສ້າງໂຮງໄຟຟ້າຄືບໜ້າ 82,9%, ສາຍສົ່ງ ແລະ ສະຖານີຍ່ອຍ ຈ່າຍໄຟຟ້າ 94.8%, ກໍ່ສ້າງເຂື່ອນ ນ້ຳແກນ ແລະ ລະບົບ ທໍ່ສົ່ງ ນ້ຳ 99.3%, ເປີດໜ້າດິນບໍລິເວນບໍ່ ຖ່ານຫີນຍ່ອຍ ແລະ ບໍ່ຖ່ານຫີນ ຫລັກ 67.9%. 

   ອີງໃສ່ແຜນການພັດທະນາ ດ້ານພະລັງງານໄຟຟ້າເພື່ອສົ່ງ ອອກຂອງລັດຖະບານລາວໃນປີ 2015 ຈຳນວນ 7.000 ເມກາ ວັດ, ໃຫ້ກັບປະເທດໄທ. ເພື່ອໃຫ້ບັນລຸເປົ້າໝາຍ ແລະ ໄດ້ຮັບຜົນຢ່າງ ມີປະສິດທິພາບນັ້ນພັກ-ລັດຈິ່ງໄດ້ເປີດກວ້າງໃຫ້ນັກ ລົງທຶນຕ່າງປະເທດເຂົ້າມາພັດທະນາຂະແໜງການທີ່ກ່ຽວຂ້ອງກັບພະລັງງານໄຟຟ້າ.ໂຄງການໄຟຟ້າພະລັງ ງານຄວາມຮ້ອນຫົງ ສາກໍແມ່ນໜຶ່ງໃນຈຳນວນຫລາຍໆໂຄງການທີພວມກໍ່ສ້າງ ແລະ ດຳເນີນ ການຜະລິດກະແສໄຟຟ້າໃນປັດຈຸບັນ. ເປົ້າໝາຍຂອງການກໍ່ສ້າງ ໂຮງໄຟຟ້າແຫ່ງນີ້ແມ່ນຈະຜະລິດໄຟຟ້າໃຫ້ໄດ້ 1.878 ເມກາວັດ ເພື່ອຈໍາໜ່າຍໄຟຟ້າໃຫ້ກັບລັດວິ ສາຫະກິດໄຟຟ້າລາວ (EDL) 100 ເມກາວັດ ແລະ ການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ (EGAT) 1.478 ເມກາວັດ ເປັນ ເວລາ 25 ປີ (2015- 2041) ແລະ ການກໍ່ສ້າງຈະສຳເລັດສົມບູນໃນກາງປີ 2016. ເປົ້າໝາຍທຸລະກິດຂອງບໍລິສັດ ໄດ້ ໃຫ້ຄວາມສໍາຄັນຕໍ່ການຮັບຜິດຊອບທາງດ້ານ ສັງຄົມ ແລະ ສິ່ງແວດລ້ອມໃນທຸກໆວຽກງານຂອງການຈັດຕັ້ງປະຕິບັດໂດຍ ການຢຶດໝັ້ນຕໍ່ການຄຸ້ມຄອງບໍລິຫານທີ່ດີທີ່ສຸດເຊິ່ງ ຍອມຮັບໃນລະດັບສາກົນ ແລະ ມາດຕະຖານສິ່ງແວດລ້ອມຂອງທະນາ ຄານໂລກ. ບໍລິສັດໄຟຟ້າ ຫົງສາ ຈໍາກັດ ມີຄວາມພະຍາ ຍາມທີ່ຈະເຮັດໃຫ້ໂຄງການພະລັງງານບໍ່ຖ່ານຫີນລິກໄນໃຫ້ເປັນໂຮງ ຜະລິດກະແສໄຟຟ້າຕົວແບບ ທີ່ເປັນມິດຕໍ່ສະພາບແວດລ້ອມ ອັນແທ້ຈິງ ແລະ ນໍາໄປສູ່ການ ພັດທະນາສັງຄົມແບບຍືນຍົງ. ໂຄງການໄຟຟ້າຫົງສາໄດ້ເອົາໃຈໃສ່ເປັນພິເສດການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ ບ້ານຈັດສັນໃໝ່ຕາມທີ່ໄດ້ຕົກ ລົງກັນກັບລັດຖະບານ, ໂດຍທາງໜ່ວຍງານພັດທະນາຊຸມຊົນໄດ້ລົງໃກ້ຊິດຕິດແທດກັບປະຊາຊົນ ເພື່ອຕິດຕາມຊຸກຍູ້, ຊ່ວຍ ເຫລືອ, ໃຫ້ຄຳແນະນຳ ແລະ ມີການຈັດ ເຝິກອົບຮົບໃຫ້ເຂົາເຈົ້າຫລາຍດ້ານເຊັ່ນວ່າ: ການປູກເຫັດນາງລົມ, ລ້ຽງປາດຸກ, ລ້ຽງ ສັດປີກ, ເຮັດສວນຢາງພາລາ, ຍິບປັກຖັກແຊ່ວລວມທັງອາຊີບທາງ ເລືອກໃນກະສິກຳ, ນອກກະສິກຳ ແລະ ອື່ນໆ. ບໍລິສັດ ໄຟຟ້າຫົງ ສາຈຳກັດໄດ້ເອົາໃຈໃສ່ຕິດຕາມຜົນກະທົບສິ່ງແວດລ້ອມໃນໄລຍະກ່ອນການກໍ່ສ້າງຈົນເຖິງປັດຈຸບັນໃນໄລຍະ ການກໍ່ ສ້າງໂຮງໄຟຟ້າເຊັ່ນ: ຄຸນນະພາບນ້ຳ, ອາກາດ, ສຽງ, ຝຸ່ນ ແລະ ການສັ່ນ ສະເທືອນພາຍໃນເຂດໂຄງການ ແລະ ຊຸມຊົນອ້ອມ ຂ້າງ.

No comments:

Post a Comment