Ad

Ad

24 March 2014

ຂົວເມືອງເກົ່າ-ປາກກະຍຸງຈະເປີດນຳໃຊ້ໃນເດືອນພຶດສະພານີ້



   ຂົວນ້ຳງື່ມເມືອງເກົ່າ-ປາກກະຍຸງ, ເມືອງວຽງຄຳ, ແຂວງວຽງຈັນຊຶ່ງຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນເດືອນພຶດສະພາ 2014 ນີ້ ພາຍຫລັງດຳເນີນມາ ຫລາຍປີແລ້ວ ໂດຍການລົງທຶນ ຂອງກຸ່ມບໍລິສັດ ມາລີນີ ຈຳກັດ ໃນມູນຄ່າ 16 ລ້ານໂດລາສະຫະ ລັດ ຫລື ປະມານ 128 ຕື້ກີບ. ຂົວດັ່ງ ກ່າວມີຄວາມຍາວ 264 ແມັດ, ກວ້າງ 11 ແມັດ ແບ່ງເປັນສ່ອງຊ່ອງຈະລາຈອນ ແລະ ທາງຄົນຍ່າງ.
         ທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດຜູ້ລົງທຶນເປີດ ເຜີຍວ່າ: ຕາມແຜນວາງໄວ້ ແມ່ນຈະສ້າງໃຫ້ສຳເລັດສົມ ບູນ ແລະ ເປີດນຳໃຊ້ໃນທ້າຍປີ 2013 ທີ່ຜ່ານມາ, ແຕ່ຍ້ອນເບື້ອງເຕັກນິກວິຊາການ ແລະ ຂັ້ນຕອນຕອບສະໜອງດ້ານວັດ ຖຸມີຄວາມຫຼ້າຊ້າຈຶ່ງເຮັດໃຫ້ໂຄງ ການແກ່ຍາວມາເຖິງຢ່າງໃດກໍຕາມໃນນາມເຈົ້າຂອງໂຄງການຂ້າພະເຈົ້າຂໍຢືນຢັນວ່າຮອດ ເດືອນພຶດສະພາ 2014 ນີ້ຈະມາ ເຖິງນີ້ ແມ່ນຈະໃຫ້ສຳເລັດຮ້ອຍສ່ວນຮ້ອຍ.

         ທ່ານປະທານບໍລິສັດໃຫ້ຮູ້ ຕື່ມອີກວ່າ: ມາຮອດປັດຈຸບັນການກໍ່ສ້າງແມ່ນສຳເລັດແລ້ວ 95% ຂອງໜ້າວຽກ ແລະ ສິ່ງອຳນວຍຄວາມສະດວກອື່ນໆແມ່ນມີ ຄວາມພ້ອມເປັນຢ່າງດີເພື່ອເຮັດໃຫ້ວຽກງານດັ່ງກ່າວສຳເລັດຜົນສ້າງໃຫ້ແຂວງວຽງ ຈັນມີໃບໜ້າໃໝ່ປະຊາຊົນມີຄວາມສະດວກ ສະບາຍໃນການໄປມາຫາສູ້ກັນປະກອບສ່ວນເຂົ້າໃນການພັດທະນາພື້ນຖານ ໂຄງລ່າງຂອງທ້ອງຖິ່ນກໍຄືຂອງປະເທດເຮົາກ້າວໜ້າຂະຫຍາຍຕົວ.

No comments:

Post a Comment