Ad

Ad

24 March 2014

ມອບ-ຮັບ​ໜ້າ​ທີ່​ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ



      ​ພິທີ​ມອບ-ຮັບ​ໜ້າ​ທີ່​ລັດຖະ ມົນຕີ​ວ່າການ​ກະຊວງ​ໂຍທາ​ທິ ການ ​ແລະ ຂົນ​ສົ່ງລະຫວ່າງ​ທ່ານ ສົມ​ມາດ ພົນ​ເສນາ ລັດຖະ ມົນຕີ​ວ່າການ​ກະຊວງ​ໂຍທາ​ທິ ການ ​ແລະ ຂົນ​ສົ່ງຜູ້​ເກົ່າ ​ແລະ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດ ຖະມົນຕີ​ວ່າການ​ກະຊວງ​ໂຍ ທາ​ທິການ ​ແລະ ຂົນ​ສົ່ງ ຜູ້​ໃໝ່ໄດ້ມີ ຂຶ້ນໃນເຊົ້າວັນທີ 21 ມີນານີ້ ຢູ່ກະຊວງດັ່ງກ່າວໃນນະຄອນຫລວງວຽງຈັນ, ໂດຍ​ການ​ໃຫ້​ກຽດ​ເຂົ້າ ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ.
      ທ່ານ ສົມ​ມາດ ພົນ​ເສນາ ​ໄດ້​ຂຶ້ນກ່າວ​ສະຫລຸບ​ຜົນງານ​ຜ່ານ​ມາ​ວ່າ: ຕະຫລອດ​ໄລຍະ​ທີ່​ຕົນ​ໄດ້​ຊີ້ນຳ-ນຳພາ​ກະຊວງ​ດັ່ງກ່າວ​ນີ້ ແມ່ນ​ໄດ້​ຖື​ສຳຄັນ​ວຽກ​ງານ​​ການ​ເມືອງ​ແນວ​ຄິດ​ຕິດ​ພັນ​ກັບ​​ໜ້າ​ທີ່​​ຂອງ​ຂະ​ແໜງ​ການ ​ເພື່ອ​ປະຕິບັດ​ແນວທາງ​ນະ​
ໂຍບາຍ​ຂອງ​ພັກ- ລັດ​ໃນ​ການ​ພັດທະນາ​ເສດຖະ ກິດ,​ ເປັນ​ໃຈ​ກາງ​ໃຫ້​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ ​ໂດຍ​ສະ​ເພາະ​ການ​ຫັນ​ຈາກ​ປະ​ເທດ​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ​ໃຫ້​ເປັນ​ປະ​ເທດ​ບໍລິການ​ທາງ​ຜ່ານ​ ດ້ວຍ​ການ​ເຊື່ອມ​ຈອດ​ລະບົບ​ຄົມມະ ນາຄົມ​ຂົນ​ສົ່ງ​ກັບ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກພື້ນ ​ແລະ ສາກົນ ຕິດ​ພັນ​ກັບ​ການ​ເຊື່ອມ​ຈອດ​ພາຍ​ໃນ ດ້ວຍ​ການ​ສົ່ງ​ເສີມ​ການ​ຜະ ລິດ​ສິນຄ້າ, ການ​ພັດ ທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ຂະ​ແໜງ​ໂຍທາ​ທິການ ແລະ ຂົນ​ສົ່ງ​ໄດ້​ສຸມ​ໃສ່​ການຈັດ ຕັ້ງປະຕິບັດ​ບັນດາ​ໂຄງການບູລິ​ມະ​ສິດ​ເຊື່ອມ​ຕໍ່​ດ້ານ​ທາງ​ຫລວງ​ສຳລັບ​ໄລຍະ 2011-2020 ​ແລະ ປະຕິບັດ​ແຜນ​ໄລຍະ 2011-2015 ຢ່າງ​ມີ​ຄວາມ​ຄືບ​ໜ້າ ຄື​: ໄລ່ມາ ຮອດປັດຈຸບັນ​ທົ່ວ​ປະ​ເທດມີ​ເສັ້ນ ທາງ​ຍາວ 43.601 ກິ​ໂລ​ແມັດ, ສະ​ເລ່ຍ​ເພີ່ມ​ຂຶ້ນປະມານ 7% ຕໍ່​ປີ ແລະ ໄດ້ສຸມໃສ່, ປັບປຸງ​ບັນດາ​ເສັ້ນທາງ​ຫລວງ​ເຊື່ອມ​ຈອດ​ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ ຄື​ເສັ້ນ ທາງ​ຫລວງ​ເລກ 1-9, 12, 13, 15, 16 ​ແລະ 18. ນອກ​ນັ້ນ ​ໄດ້​ດຳ​ເນີນ​ການ​ຍົກ​ລະດັບ​ທາງ​ເລກ 11, ​ເສັ້ນທາງ​ພູ​ດູ່-ປາກ​ລາຍ, ສຳ​ເລັດ​ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ ຂອງ ລາວ-​ໄທແຫ່ງທີ 2, 3, 4 ​ແລະ ພວມ​ກໍ່ສ້າງ​ຂົວ​ມິດຕະພາບລາວ​- ມຽນມາ, ​ເຊິ່ງຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ເດືອນ​ມີນາ 2015, ສ່ວນ​ບັນດາ​ຂົວ​ຂ້າມ​ນ້ຳຂອງ​ພາຍ​ໃນ​ປະ​ເທດ​ເຊັ່ນ: ຂົວ​ທ່າ​ເດື່ອ-ປາກ​ຄອນ, ຂົວ​ນາ​ລັກ-ຄົກ​ເຂົ້າດໍ, ຂົວ​ປາກ​ແບ່ງ ​ແລະ ຂົວ​ດອນ​ໂຂງ ກໍ​ພວມ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ຈະ​ສຳ​ເລັດ​ໃນ​ໃກ້ໆ​ນີ້,​ ເຊິ່ງຜົນສຳ​ເລັດ​ດັ່ງ​ກ່າວ​ນັ້ນ​ເປັນ​ພື້ນຖານ​ອັນ​ສຳຄັນ​ຍິ່ງ​ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາກ້າວຂຶ້ນ.
     ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ສົມ​ສະ ຫວາດ ​ເລັ່ງສະຫວັດ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ໂດຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ທີ່​ຄະນະ​ນຳ​ກະຊວງ​ດັ່ງກ່າວ​ຍາດ​ມາ​ໄດ້, ພ້ອມ​ທັງ​ເນັ້ນ​ໃຫ້​ລັດຖະ ມົນຕີ​ວ່າການ​ກະຊວງ​ຜູ້​ໃໝ່ ຈົ່ງ​ສືບຕໍ່​ຜັນ​ຂະຫຍາຍ​ມູນ​ເຊື້ອ ​ແລະ ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ຂະ​ແໜງ​ໂຍ ທາ​ທິການ ​ແລະ ຂົນ​ສົ່ງ​ໃຫ້​ໄປ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ແລະ ລັດ​ວາງ​ໄວ້​ໃຫ້​ບັນລຸ​ຜົນສຳ​ເລັດ.

No comments:

Post a Comment