Ad

Ad

10 March 2014

ຈັບ​ພວກ​ມື​ກາວ​ໂຕ​ອັນຕະລາຍມາ​ດຳ​ເນີນ​ຄະດີ



    ​ເຈົ້າຫນ້າ​ທີ່ ປກສ ​ແຂວງ​ສະຫວັນ​ນະ​ເຂດ ລາຍ​ງານ​ໃຫ້​ຮູ້​ວ່າ : ​ໃນ​ວັນ​ທີ 4 ມີນາ​ຜ່ານ​ມານີ້, ກຳລັງ ​ເຈົ້າຫນ້າ​ທີ່​ຂອງ​ຕົນ​ໄດ້​ຈັບ​ໂຕ ທ້າວ ພູ​ດ່ອນ ອາຍຸ 27 ປີ ຢູ່​ບ້ານ​ໂພນ​ສະຫວ່າງ​ໃຕ້, ທ້າວ ​​ເດາະ ອາຍຸ 28 ປີ, ທ້າວ ນະລົງ ສິນ ອາຍຸ 30 ປີ ​ແລະ ນາງ​ສັນ ທະ​ນາ ອາຍຸ 27 ປີ ຢູ່​ບ້ານ​ລັດ ຕະນະ​ລັງສີ ເມືອງ​ໄກສອນ​ພົມ ວິຫານ ແຂວງ​ສະຫວັນ​ນະ​ເຂດ, ໂດຍ​ພວກ​ກ່ຽວ​ໄດ້​ກໍ່​ເຫດ​ງັດ​ເຮືອນ​ທີ່​ພວມ​ກໍ່ສ້າງ​ຫລັງ​ຫນຶ່ງ ຢູ່​ບ້ານ​ໂພນ​ສະຫວ່າງ ​ເມືອງ​ໄກ ສອນ ພົມວິຫານ ແລະ ລັກ​ເອົາ​ດອກ​ໄຟ​ນິອອນ 40 ຊຸດ ​ແລະ ອຸ ປະກອນ ອື່ນ​ໆ​ອີກ​ຈຳນວນ​ຫນຶ່ງ ໂດຍ​ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ​ຈະ​ເອົາ​ເຄື່ອງ​ທີ່​ລັກ​ໄດ້​ທັງ​ຫມົດ​ໄປ​ຂາຍ​ເພື່ອ​ເອົາ ​ເງິນ​ມາ​ຊື້ຢາ​ບ້າ​ມາ​ເສບ, ສ່ວນ​ເຄື່ອງ​ທີ່​ເກັບ​ກູ້​ຄືນ​ໄດ້​ນັ້ນ ເຈົ້າຫນ້າ​ທີ່​ໄດ້​ມອບ​ຄືນ​ໃຫ້​ເຈົ້າຂອງ​ເປັນ​ທີ່​ຮຽບ ຮ້ອຍ​ແລ້ວ.
      ເມື່ອບໍ່ດົນມານີ້ ສານປະ ຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຕັດອິດສະຫຼະພາບກຸ່ມໄວລຸ້ນທີ່ເຄື່ອນໄຫວ ລັກ ຊັບ  ຄື: ທ້າວ ເອກະລັກ ອາຍຸ 21 ປີ ອາຊີບ ນັກສຶກສາ ຢູ່ບ້ານ ວັດຈັນ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ, ທ້າວ
ວຽງ ສະໄໝ ອາຍຸ 19 ປີ ຢູ່ບ້ານ ນາ ແຊງ ເມືອງເຟືອງ ແຂວງ ວຽງ ຈັນ ຖືກກັກຕົວໃນວັນທີ 17 ພະ ຈິກ 2011 ຂໍຫາລັກຊັບ ພົນ ລະ ເມືອງ, ທ້າວ ອໍລະຫັນ ອາຍຸ 21 ປີ ຢູ່ບ້ານ ຫົວຊ້າງ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ແລະ ທ້າວ ໄຊຍະ ພອນ ອາຍຸ 21 ປີ ອາຊີບ ນັກສຶກສາຢູ່ບ້ານຫົວ ຊ້າງ ເມືອງນາຍຊາຍທອງ ນະ ຄອນຫຼວງວຽງຈັນ ຖືກກັກຕົວ ໃນວັນທີ  22 ທັນວາ 2011 ຂໍ້ຫາ ຊື້-ຂາຍຊັບທີ່​ລັກລອບ​ມາ​​ໄດ້.
       ໃນບົດສະຫຼຸບສຳນວນຄະດີ ໃຫ້ຮູ້ວ່າ: ທ້າວ ເອກະລັກ ໄດ້ ຮ່ວມກັບພັກພວກເລາະລັກຊັບ ຂອງພົນລະເມືອງມາຕັ້ງແຕ່ ເດືອນ ພະຈິກປີ 2011 ກວ່າ 5 ຄັ້ງ ​ແລະ ໃນ​ໄລຍະທ້າຍເດືອນ ພະ ຈິກຜູ້ກ່ຽວໄດ້ຮ່ວມກັບ ທ້າວ ອໍລະຫັນ ໄປລັກເອົາລົດ ຈັກ ຂອງປະຊາຊົນຢູ່ບ້ານຕານມີໄຊ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນຫຼັງຈາກນັ້ນກໍໄດ້ນຳເອົາລົດດັ່ງກ່າວ ນຳໄປຂາຍ   ແລະ ຄະດີອື່ນໆ ກ່ອນຈະຖືກ  ສານຕັດ ສິນລົງໂທດຕັດອິດສະຫຼະພາບ ທ້າວ ເອກະລັກ ແລະ ທ້າວ ວຽງ ສະໄໝຈຳ​ຄຸກ​ຜູ້​ລະ 3 ປີ 6 ເດືອນ ໃນສະຖານ ລັກ ຊັບພົນລະເມືອງ, ລົງໂທດຕັດອິດສະຫຼະພາບ ທ້າວ ອໍລະຫັນ ແລະ ທ້າວ ໄຊຍະພອນ ຈຳ​ຄຸກ​ຜູ້​ລະ 1 ປີ 6 ເດືອນ ໃນສະ ຖານຊື້-ຂາຍຊັບພົນລະເມືອງທີ່​ລັກລອບ​ມາ.

No comments:

Post a Comment