Ad

Ad

10 March 2014

ສິນຄ້າເຟີນີເຈີລາວເນັ້ນຄຸນນະພາບຮັບມືການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ



        ປັດຈຸບັນຊຶ່ງບໍ່ພຽງແຕ່ຫນ້າວຽກໃດໆ, ຂອງບັນດາປະເທດ ອາຊຽນກໍຈະຕ້ອງໄດ້ ກະກຽມຄວາມພ້ອມຂອງຕົນເພື່ອ ກ້າວສູ່ປະຊາຄົມອາຊຽນໃນປີ 2015 ທີ່ຈະມາເຖິງນີ້ ແລະ ລາວເຮົາກໍເຊັ່ນກັນ, ເພື່ອສາມາດແກ້ງແຍ່ງ ແຂ່ງຂັນກັບປະເທດ ອື່ນໆທີ່ມີການພັດທະ ນາດີ ກວ່າ ແລະ ຕໍ່ບັນຫາດັ່ງກ່າວໃນອາທິດຜ່ານມານີ້, ນັກຂ່າວລາວພັດທະນາພວກເຮົາ ກໍໄດ້ໄປ ສຳພາດ ທ່ານ ພຸ່ງພະຈັນ ແສງມີໄຊ ຮອງປະທານສະມະ ຄົມເຟີນີເຈີລາວ ແລະ ທັງເປັນ ອຳ ນວຍການໂຮງງານພີເຄເຄ ເຟີນີເຈີລາວຈຳ ກັດ, ເພື່ອຈະຮູ້ ໄດ້ວ່າ:ຂະແຫນງການດັ່ງກ່າວ ກະກຽມຄວາມພ້ອມຂອງຕົນ ແນວໃດທີ່ຈະສາມາດເຂົ້າແກ້ງແຍ່ງແຂ່ງຂັນກັບຕະຫລາດ ພາຍນອກໄດ້. ທ່ານ ພຸ່ງພະຈັນ ໃຫ້ ຮູ້ວ່າ:ເພື່ອຮອງຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 ນັ້ນ, ຊຶ່ງມັນເປັນສິ່ງທ້າທາຍຫລາຍ ແລະ ບໍ່ສະ ເພາະ ແຕ່ຂະແຫນງການໃດຫນຶ່ງເທົ່າ ນັ້ນ,ມັນແມ່ນທຸກຂົງເຂດວຽກງານຂອງບັນ ດາປະເທດສະມາ ຊິກຈະຕ້ອງໄດ້ສຸມໃສ່ ພັດທະນາ ຕົນເອງໃຫ້ມີຄຸນນະພາບດີຂຶ້ນ. ກໍດັ່ງຜູ້ຜະລິດເຄື່ອງເຟີນີເຈີຂອງພວກເຮົາກໍ່ ຈະຕ້ອງໄດ້ກະກຽມ ຄວາມພ້ອມ ຕ່າງໆນັບທັງດ່ານ ປະລິມານ ແລະ ຄຸນນະພາບ ຂອງມັນ, ແຕ່ຢາກໄດ້ແນວນັ້ນ ມັນບໍ່ເລື່ອງ ທີ່ຈະງ່າຍດາຍປານໃດ, ຊຶ່ງເບື້ອງ
ຕົ້ນແມານພວກ ເຮົາຈະໄດ້ເອົາໃຈໃສ່ສອງປັດໄຈສຳຄັນຄື: ຫນຶ່ງຈະຕ້ອງໄດ້ສຸມທຶນຮອນເຂົ້າ ໃນການປັບປຸງເຄື່ອງຈັກ ແລະ ຂອດການຜະລິດ ຂອງຕົນໃຫ້ທັນສະໄຫມ ແລະ ສອງຕ້ອງໄດ້ເອົາໃຈໃສ່ພັດທະນາບຸກຄະລາ ກອນເພື່ອຍົກສູງ ຄວາມຮູ້ ຄວາມສາມາດ ແລະ ສີມືແຮງງານລາວໃຫ້ດີຂຶ້ນ, ເຮົາຈິ່ງຈະສາມາດມີຜະລິດຕະພັນທີ່ຫລາກ ຫລາຍນັບທັງຮູແບບ ແລະ ຄຸນນະພາບຂອງມັນເພື່ອສາມາດຕອບສະຫນອງຄວາມ ຕ້ອງການຂອງຕະຫລາດ ແລະ ການແກ້ງ ແຍ່ງແຂ່ງຂັນກັບຜະ ລິດຕະພັນຂອງປະເທດອື່ນໆທີ່ມີບົດຮຽນ ແລະ ປະສົບການຫລາຍກວ່າເຮົາ. 
       ທ່ານຮອງປະທານສະມະຄົມ ເຟີນີເຈີລາວຍັງຍົກໃຫ້ເຫັນວ່າ: ໃນປັດຈຸບັນເຖິງວ່າຜະລິດຕະພັນເຟີນີເຈີລາວ, ຈະມີບາງ ອັນໄດ້ຮັບການພັດທະນາດີຂຶ້ນ ແລະ ໄດ້ຮັບຄວາມຕ້ອງການຂອງຕະຫລາດຈຳນວນຫນຶ່ງຂອງຕ່າງ ປະເທດຕົວຢ່າງຄືເຄື່ອງ ແກະສະຫລັກໄມ້, ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ, ແຕ່ຕົວຈິງແລ້ວແມ່ນ ເຮົາຍັງບໍ່ສາມາດຕອບສະຫນອງຄວາມຕ້ອງ ການ ຂອງເຂົາເຈົ້າໄດ້, ຊຶ່ງຈຸດນີ້ກໍ່ມີຫລາຍຂອດທີ່ ເຮົາຈະຕ້ອງໄດ້ປັບປຸງຕົນເອງ, ຊຶ່ງອັນທຳອິດກໍ່ແມ່ນການຜະລິດຂອງພວເຮົາເຖິງ ວ່າມີສະມາຄົມ, ແຕ່ສ່ວນຫລາຍຍັງເຮັດພໍໃຜພໍ ລາວ, ເຮັດຢູ່ກະແຈກກະຈາຍ ແບບລັກສະນະໃຜເກັ່ງໃຜເຮັດ ຢ່າງບໍ່ມີຈຸດ ລວມສູນ ແລະ ອີກ ອັນຫນຶ່ງກໍແມ່ນເລື່ອງກຳລັງ ແຮງ ແລະ ສີມືຂອງຜູ້ຜະລິດ ກໍຍັງອ່ອນນ້ອຍບວກກັບເຄື່ອງມືການຜະລິດ ກໍ່ຍັງຫລ້າຫລັງ ແລະ ຂອດສົ່ງເສີມເບື້ອງມະຫາພາກກໍ່ຍັງກະຕຸກກະຕັກຢູ່ ແລະ ຍັງບໍ່ ທັນໄດ້ເວົ້າເຖິງເງື່ອນໄຂຕ່າງໆ ຂອງລູກ ຄ້າກໍນັບມື້ຍິ່ງເອົາໃຈ ຍາກຜູ້ຫນຶ່ງຮຽກຮ້ອງແນວຫນຶ່ງນັບທັງດ້ານຄຸນນະພາບກໍ່ຈະ ຕ້ອງມີມາດຕະຖານສູງຂຶ້ນຄືເມື່ອມໍ່ໆມານີ້, ສຳລັບຕະຫລາດອີຢູກໍ ໄດ້ວາງເງື່ອນໄຂອອກມາໃຫມ່ ວ່າຜະລິດຕະພັນໄມ້ທີ່ຈະສົ່ງເຂົ້າໄປຕະຫລາດສະຫະພາບເອີຣົບ, ຕ້ອງ ມີທີ່ມາຖືກຕ້ອງຕາມລະ ບຽບກົດຫມາຍ ແລະ ມີມາດຕະ ຖານທີ່ຮັບປະກັນ, ຊຶ່ງພຽງເທົາ ນີ້ກໍເປັນບັນຫາບໍ່ຫນ້ອຍໃຫ້ຜູ້ຜະ ລິດ .ດັ່ງນັ້ນຖ້າຫົວຫນ່ວຍຜະລິດ ເຟີນີເຈີຂອງພວກເຮົາຫາກບໍ່ມີ ການປັບປຸງຕົນເອງໃຫ້ມີມາດຕະຖານດີຂຶ້ນແລ້ວ, ກໍຈະບໍ່ ສາມາດ ແກ້ງແຍ່ງແຂ່ງຂັນກັບພາຍນອກໄດ້.  
      ທ່ານພຸ່ງພະຈັນເວົ້າວ່າ: ການເຂົ້າເປັນປະຊາຄົມເສດຖະ ກິດອາຊຽນ, ມັນມີສິ່ງທ້າທາຍ ຫລາຍ, ກໍດັ່ງໂຮງງານເຟີນີເຈີ ຂອງຕົນທີ່ມີຊື່ວ່າ: ພີເຄເຄເຟີນີ ເຈີລາວ, ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອປີ 2008 ຢູ່ບ້ານຫນອງທາ ເຫນືອ, ເມືອງຈັນທະບູລີ, ນະ ຄອນຫລວງວຽງຈັນ, ດ້ວຍ ການລົງທຶນເວລານັ້ນປະມານ  5 ແສນໂດລາສະຫະລັດ ແລະ ມີກຳ ມະກອນພຽງ 50 ຄົນ, ຕົ້ນຕໍແມ່ນ ເລັ່ງໃສ່ການຜະລິດເຄື່ອງໄມ້ເພື່ອສະຫນອງຕະຫລາດພາຍໃນ ແລະ ເວລານັ້ນທຸລະກິດແບບນີ້ ກໍສາມາດດຳເນີນໄປ ໄດ້ດີສົມ ຄວນ ແລະ ຕໍ່ມາເມື່ອເຫັນວ່າຕະ ຫລາດຂະຫຽາຍຕົວ, ຄວາມຕ້ອງການເຄື່ອງໃຊ້ໃນຄົວເຮືອນກໍຫລາຍນັບທັງ ພາຍ ໃນ ແລະ ຕ່າງປະເທດ, ຕົກມາຮອດປີ 2013 ໂຮງງານໄດ້ລົງທຶນຕື່ມອີກ ເພື່ອພັດທະນາຕົນເອງໃຫ້ກາຍເປັນໂຮງງານຄົບວົງ ຈອນ ແລະ ສາມາດຜະລິດເພື່ອສົ່ງອອກໃຫ້ ໄດ້ ແລະ ກໍເຫັນວ່າຄວາມພະຍາ ຍາມດັ່ງໄດ້ມີຜົນສຳເລັດເປັນ ກ້າວໆມາ, ແຕ່ ເຖິງຢ່າງໃດກໍດີ ເພື່ອສາມາດຮອງຮັບການເຂົ້າ ເປັນປະຊາຄົມເສດຖະກິດອາ ຊຽນໃນປີ 2015 ຈະມາເຖິງນີ້, ໂຮງງານຂອງຕົນ ກໍຈະໄດ້ປັບປຸງຕົນເອງຕື່ມ, ຊຶ່ງເບື້ອງຕົ້ນແມ່ນ ຈະເພີ່ມກຳລັງການຜະລິດຂຶ້ນ ເປັນ 100 ຄົນ, ດ້ວຍສີມືທີ່ດີກວ່າ, ພ້ອມນັ້ນ ກໍຈະໄດ້ປັບປຸງບາງ ຂອດຂອງການຜະລິດໃຫ້ມີມາດຖານ ແລະ ທັນສະໄຫມ, ເພື່ອຮັບ ປະກັນຄວາມຫລາກຫລາຍ ແລະ ຄຸນ ນະພາບຂອງຜະລິດຕະພັນໃຫ້ເປັນທີ່ຍອມຮັບຂອງສາກົນ, ພ້ອມນັ້ນກໍຈະຕ້ອງໄດ້ເພີ່ມທະວີ ປະສານສົມທົບກັບໂຮງງານ ເຟີ ນີເຈີອື່ນໆຂອງລາວ ຫລື ອາດສ້າງ ເປັນກຸ່ມ, ສ້າງເປັນເຄືອຄ່າຍ ແລະ ຜະລິດສິນຄ້າແບບລວມສູນເພື່ອສາມາດແຂ່ງຂັນກັບ ຕະຫລາດຂອງສາກົນໄດ້.  
        ທ່ານຮອງປະທານສະມາ ຄົມດັ່ງກ່າວເວົ້າວ່າ: ຕາມແຜນ ແລ້ວແມ່ນທ້າຍເດືອນພຶດສະພາ 2014 ນີ້, ສະມາຄົມເຟີນີເຈີ ລາວ ຈະຈັດງານຕະຫລາດນັດ ແລະ ວາງສະແດງສິນຄ້າຜະລິດຕະພັນເຟີນີເຈີລາວເປັນຄັ້ງທີ 7 ຂຶ້ນທີ່ ສູນການຄ້າລາວໄອ ເທັກ, ໃນນະຄອນຫລວງວຽງຈັນ ແລະ ຈະເປັນອີກໂອກາດຫນຶ່ງໃຫ້ສະ ມາຄົມເຟີນີເຈີລາວໄດ້ແລກປ່ຽນບົດຮຽນ ແລະ ປະ ສົບການຕ່າງໆ ນຳກັນ, ເພື່ອກຽມປັບປຸງຕົນ ເອງໃຫ້ສາມາດຮອງຮັບການ ເຂົ້າເປັນປະຊາຄົມເສດຖະກິດອາຊຽງໃນປີ 2015 ທີ່ຈະມາເຖິງນີ້.

No comments:

Post a Comment