Ad

Ad

10 March 2014

ແນມແຕ່ຮູບ ລູກແຕ່ເງົາ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ຈານແຍ່ໄດ້ອ່ານບົດ “ຊ່ວຍຄິດ” ໂດຍ ທ່ຽງທຳ ໃນໜ້າໜັງສື ພິມປະເທດລາວ ປະຈຳວັນທີ 5 ເດືອນມີນານີ້ເອງ ເລີຍ ເຮັດໃຫ້ປວດຢາກຂຽນເສີມຕໍ່ບັນຫາທີ່ຄ້າຍໆຄືກັນ.
     ບົດ “ຊ່ວຍຄິດ” ເວົ້າເຖິງສະພາບຟຸມເຟືອຍຄົນ, ຟຸມເຟືອຍລົດ, ຟຸມເຟືອຍການໃຊ້ຈ່າຍຕ່າງໆໃນ ການນຳເອົາເຄື່ອງຊ່ວຍ ເຫລືອສັງເຄາະໄປມອບໃຫ້ປະຊາຊົນຜູ້ທຸກຍາກຕາມຊົນນະບົດວ່າຂົນ ກັນໄປເປັນພຶ່ງ, ໃຊ້ລົດເປັນຂະບວນ, ເຈົ້າຄັນຂ້ອຍຄັນ ເຊິ່ງຖ້າ ຄິດໄລ່ເປັນມູນຄ່າສິ້ນເປືອງແລ້ວ ກໍເຫັນວ່າລື່ນມູນຄ່າສິ່ງຂອງທີ່ ຈະເອົາໄປຊ່ວຍເປັນຫລາຍທົບ. ຂໍ້ສະເໜີທີ່ປະດິດ ສ້າງ ແລະ ເປັນ ໄປໄດ້ໃນບົດດັ່ງກ່າວ ກໍຄືການ ຄວນມີພາກສ່ວນຮັບຜິດຊອບນຳ ເຄື່ອງຊ່ວຍເຫລືອເຫລົ່ານັ້ນໄປໃຫ້ ບ່ອນ ເປົ້າໝາຍດີກວ່າ ຈະເຮັດ ແບບເຈົ້າໄປ-ຂ້ອຍໄປ ແບບເກັບ ຫ້າເກັບສິບ ເພາະມັນຈະບໍ່ກຸ້ມຄ່າ ສາຍຫຸ້ຍ (ຄ່າສິ້ນເປືອງ).
     ຈານແຍ່ວ່າປາກົດການແບບ ນີ້ມີແຜ່ຫລາຍ ປາກົດການມີແຕ່ ເປືອກນອກທີ່ຮົກເຮື້ອໄປດ້ວຍຂັ້ນ ຕອນ ແລະ ພິທີການ ອັນບໍ່ຈຳ ເປັນ. ຂໍຍົກຕົວຢ່າງອື່ນໆທີ່ມີລັກ ສະນະຄ້າຍຄຽງກັບບັນຫາສົ່ງ ເຄື່ອງຊ່ວຍເຫລືອໃຫ້ປະຊາຊົນທີ່ທຸກຍາກນັ້ນ ກໍຄື ການຈັດງານລ້ຽງຕ້ອນຮັບແຂກຕ່າງປະເທດ. ຕາມສັງເກດໃນຫລາຍໆງານ, ແຂກບ້ານແຂກເມືອງມີຈຳນວນຢິບມືດຽວ, ແຕ່ ຝ່າຍເຈົ້າພາບແຫ່ກັນໄປກິນເປັນກອງ, ໃຜບໍ່ໄດ້ຮ່ວມງານລ້ຽງກໍຄຽດໜ້າງໍ. ງານລ້ຽງທີ່ວ່ານີ້ ຈານແຍ່ໝາຍ ເຖິງການລ້ຽງແຂກ ລະດັບວິຊາການທີ່ມາເຮັດວຽກ (Working Visit), ແຕ່ຫາກບໍ່ແມ່ນຄະນະຜູ້ແທນທີ່ຕ້ອງປະຕິບັດຕໍ່ຕາມພິທີການທູດ. ສະພາບຫລຸດໂຕນດ້ານ ຈຳນວນແຂກ ແລະ ເຈົ້າພາບນີ້ ທັງເປັນການສິ້ນເປືອງ ທັງເບິ່ງບໍ່ ງາມຕາ, ສ່ວນແຂກຈະຄິດແນວ ໃດນັ້ນກໍເປັນອີກເລື່ອງໜຶ່ງ ອີກຕ່າງຫາກ.

     ບັນຫາຕໍ່ໄປແມ່ນການສິ້ນ ເປືອງໃນການຕ້ອນຮັບແຂກຢູ່ ເດີ່ນບິນ ເຊັ່ນຕ້ອງໄດ້ຈ່າຍຄ່າ ຫ້ອງກຽດຕິຍົດ (ຫ້ອງ VIP), ຄ່າ ນ້ຳດື່ມ, ເບຍ, ກາເຟ-ຊາ, ເຂົ້າໜົມ ຂົບຄ້ຽວ ແລະ ອື່ນໆ ແລະ ກໍມີ ຫລາຍກໍລະນີ ນອກຈາກມີຜູ້ຮັບ ຜູ້ສົ່ງທາງການແລ້ວ ບາງຄົນກໍ ອວນເອົາລູກໆຫລານໆຜົວເມຍ ແຫ່ກັນໄປຮັບ-ໄປສົ່ງ ຈົນເຕັມ ຫ້ອງ VIP. ຈານແຍ່ເຫັນຢູ່ບາງ ປະເທດຮັ່ງມີ, ເຂົາ ເຈົ້າໄດ້ຈັດຄະນະຕ້ອນຮັບແຂກໄວ້ປະຈຳກັບ ເດີ່ນເລີຍ ເຊິ່ງປະກອບດ້ວຍພະ ນັກງານຄຸ້ມຄອງບໍລິຫານເດີ່ນ ບິນຫັ້ນລະ. ພາຍຫລັງຕ້ອນຮັບ ຂັບສູ່ແລ້ວ ກໍສັ່ງແຂກຂຶ້ນລົດໄປ ເຮັດວຽກນຳພາກສ່ວນທີ່ເຊີນ. ເວລາສົ່ງກໍແມ່ນຄະນະເກົ່າປະຈຳເດີ່ນ ເປັນຜູ້ສົ່ງບໍ່ເຫັນຊິຮ້ອນຊິ ເຄືອງຮອດສຳນັກງານເຈົ້າພາບ ຈັກດີ້.
       ເລື່ອງຕໍ່ໄປແມ່ນບັນຫາທີ່ ຈານແຍ່ເຄີຍເວົ້າມາຫລາຍເທື່ອ ຄືໃຫ້ພະນັກງານລັດພວກເຮົາ ບໍ່ ວ່າຈະເປັນຂັ້ນໃດກໍຕາມ ເມື່ອໄປ ປະຊຸມ, ໄປຮ່ວມມິດຕິງບ່ອນ ດຽວກັນກໍຂໍໃຫ້ໃຊ້ລົດລວມໝູ່ ເຊັ່ນລົດຕູ້ ຫລື ລົດບັດນ້ອຍທີ່ແຕ່ ລະກະຊວງ ຫລື ສຳນັກງານ ຄວນມີໄວ້, ຫລຸດຜ່ອນການຂີ່ລົດ ຄັນໃຜຄັນມັນ. ນອກຈາກສິ້ນ ເປືອງແລ້ວ ຍັງຈະມີບັນຫາຍາກ ນຳບ່ອນຈອດ ອີກ. ການຂຶ້ນລົດ ຄັນດຽວກັນໃນໂອກາດຈັ່ງຊີ້ຈະເຮັດໃຫ້ຄົນລະດັບຫົວໜ້າ ແລະ ລູກນ້ອງໄດ້ຢູ່ໃກ້ຊິດ ແລະ ມີຄວາມຮູ້ສຶກ ເປັນພວກດຽວກັນ ຫລາຍຂຶ້ນ. ຈານແຍ່ວ່າເປັນປີເປັນເດືອນຈຶ່ງມີຄັ້ງໜຶ່ງ, ຂໍໃຫ້ທຸກ ຄົນລົດກຽດ ແລະ ຖານະຕຳແໜ່ງໄວ້ ຊົ່ວຄາວຄົງຈະບໍ່ເປັນ ຫຍັງຍ້ອນຕີ.
     ການໄປມອບເຄື່ອງຊ່ວຍ ເຫລືອແບບໄປໃຜໄປມັນສິ້ນ ເປືອງຫລາຍ. ສິ່ງໜຶ່ງອີກທີ່ຄວນ ລະວັງ ກໍຄືຢ່າເອົາການມອບ ເຄື່ອງເປັນການສ້າງບາລະມີ, ສ້າງຊື່ສຽງໃຫ້ຕົນເອງ, ຂໍໃຫ້ຄິດ ເຖິງຜູ້ຮັບເປັນຕົ້ນຕໍ. ຖ້າຫາກມີໜ່ວຍງານຮັບຜິດຊອບເປັນໃຈ ກາງໃນການສົ່ງເຄື່ອງຊ່ວຍ ເຫລືອນັ້ນມັນຈະດີອີກແນວໜຶ່ງ ຄືຈະບໍ່ມີສຽງຈົ່ມວ່າວ່າມີຜູ້ຖານະຕຳແໜ່ງມີເຄື່ອງຊ່ວຍເຫລືອ ໄປ ໃຫ້ປະຊາຊົນຫລາຍ, ສ່ວນຜູ້ມີຕຳແໜ່ງນ້ອຍນັ້ນໄປລ້າມາດາຍ. ເປັນແບບນີ້ ດີບໍ່ດີຈະພາໃຫ້ມີການແຍກຂົ້ວຢູ່ພາຍໃນສຳນັກ ງານ, ຫ້ອງການອີກດ້ວຍ.

No comments:

Post a Comment