Ad

Ad

6 March 2014

ສານ​ຕັດສິນ​ປະຫານ​ຊີວິດ​ຄູ່​ຜົວ​ເມຍຍ້ອນ​ຄ້າ​ຂາຍຢາ​ເສບ​ຕິດ



     ​ໃນ​ວັນ​ທີ 4 ມີນາ​ນີ້, ສານ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດ ສິນ​ປະຫານ​ຊີວິດ​ທ້າວ ຊຽງ​ຂາວ ອາຍຸ 41 ປີ ​ແລະ ນາງ ພັນ ອາຍຸ 35 ປີ ທັງ​ສອງ​ເປັນ​ຜົວ​ເມຍ​ກັນ ຢູ່​ບ້ານ​ດ່ານ​ຊ້າງ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ຍ້ອນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ​ເຊິ່ງພວກ​ກ່ຽວ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​ຂະນະ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໃຫ້​ເຄືອ​ຂ່າຍ​ຢູ່​ເຂດ​ສະໜາມກິລາ​ແຫ່ງ​ຊາດ ຫລັກ 16 ນະຄອນຫລວງ​ວຽງ​ຈັນ ​ໃນ​ທ້າຍ​ປີ 2011 ພ້ອມ​ຂອງ​ກາງ​ຢາ​ບ້າ 54 ພັນ​ເມັດ ໂດຍ​ທັງ​ສອງ​ຮັບ​ສາລະພາບ​ວ່າ: ຢາ​ເສບ​ຕິດ​ທັງ​ໝົດ​ແມ່ນ​ເອົາ​ມາ​ຈາກ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ລາຍໃຫຍ່ຢູ່ພາກ​ເໜືອ​ຂອງ​ລາວ.
     ຂ່າວໄດ້ໃຫ້ຮູ້ຕື່ມວ່າ:ໃນວັນທີ 3 ມີນານີ້, ສານປະຊາຊົນແຂວງ ສະຫວັນນະເຂດ, ໄດ້ຕັດສີນລົງ ໂທດທ້າວ ສົມລັກ ອາຍຸ 29 ປີ ຢູ່ບ້ານເພຍກ່າເມືອງຈຳພອນ, ທ້າວ ສີພະຈັນ  ອາຍຸ 38 ປີ ຢູ່ ບ້ານໄຊມຸງຄຸນ ເມືອງອຸທຸມພອນ ໃຫ້ຈຳຄຸກຜູ້ລະ 5 ປີ ພ້ອມປັບໃໝ ເງິນຜູ້ລະ 10 ລ້ານກີບ ຍ້ອນມີຢາ ບ້າໄວ້ຄອບຄອງຫລາຍກວ່າ ຮ້ອຍເມັດ  ແລະ ທ້າວ ຟານວັນ ຮ໋ອກ
(ສັນຊາດ ຫວຽດນາມ)  ອາຍຸ 37 ປີ ຢູ່ບ້ານມະນີວົງໄຊ  ຖືກຕັດອິດສະຫລະພາບຈຳຄຸກ ຕະຫລອດຊີວິດຍ້ອນມີຢາເສບ ຕິດປະເພດ ຢາບ້າໄວ້ຄອບຄອງ ຈຳນວນຫລາຍກວ່າ 12 ພັນເມັດ. ໂດຍພວກກ່ຽວຖືກເຈົ້າໜ້າທີ່ກັກຕົວໄດ້ເມື່ອທ້າຍປີ 2012.

No comments:

Post a Comment