Ad

Ad

28 April 2014

ມະຫະ​ກຳ​ນັດ​ພົບ​ແຮງ​ງານປະ​ຈຳປີ 2014



   ໃນ​ວັນ​ທີ 25 ​ເມສາຜ່ານມານີ້, ຢູ່ຫໍ​ປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ກະຊວງ​ແຮງ​ງານ ​ ແລະ ສະຫວັດດີ​ການ​-ສັງຄົມ ຮ່ວມ​ກັບ​ ບໍລິສັດ ​ໄອ​ຈ໋ອບ ຈຳກັດ ຈັດ​ງານ​ມະຫະ​ກຳ​ນັດ​ພົບ​ແຮງ​ງານ​ປະ​ຈຳປີ 2014 ​ໂດຍ​ມີ​ທ່ານນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດຖະມົນຕີ​ວ່າການກະຊວງ ແຮງ​ງານ ​ແລະ ສະຫວັດດີ​ການ​-ສັງຄົມ, ທ່ານນາງ​ ບົວ​ທາ ຂັດ​ທິຍະ ຮອງ​ປະທານ, ຫົວ ໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ແຫ່ງ​ຊາດ​ລາວ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິ​ດສະ​ເພາະ (ຄຂ ພສ), ມີ ຜູ້ຕາງໜ້າຈາກສະ​ຖາ​ບັນ​ການ​ສຶກສາ ​ແລະ ສູນ​ເຝິກ​ອົບຮົມ​, ພ້ອມ​ດ້ວຍ​ຄູ-ອາຈານ, ນັກຮຽນ, ນັກ​ສຶກສາເຂົ້າ​ຮ່ວມ ຢ່າງຫລວງຫລາຍ.
     ທ່ານ ພູ​ວັນ ຈັນທະ​ວົງ ຫົວ ໜ້າ​ກົມ​ພັດທະນາ​ສີມື​ແຮງ​ງານ ແລະ ຈັດ​ຫາ​ງານ​ກ່າວ​ວ່າ: ການ​ຈັດງານ​ມະຫະ​ກຳ​ນັດ​ພົບ​ແຮງ​ງານ​ປະ​ຈຳປີ 2014 ​ແມ່ນ​ກິດຈະ​ກຳ​ໜຶ່ງ​ຂອງ​ການ​ຊຸກ​ຍູ້​ສົ່ງ​ເສີມ​ວຽກ​ງານ​ຈັດ​ຫາ​ງານ​ໃຫ້​ພົນລະ​ເມືອງ​ລາວ ​ແລະ ການ​ສ້າງ​ໂອ ກາດ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານຕະຫລາດ​ແຮງ​ງານ​ຢ່າງ​ກວ້າງ​ຂວາງ​ ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງ
ການ​ແຮງ​ງານ​ໃນ​ສັງຄົມ. ທັງ​ເປັນ​ການ​ເປີດ​ໂອ ກາດ​ໃຫ້​ບັນດາ​ຜູ້​ໃຊ້​ແຮງ​ງານ ແລະ ຜູ້​ອອກ​ແຮງ​ງານ ຫລື​ ພວມຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ຜູ້​ຕ້ອງການ​ປ່ຽນ​ວຽກ​ໃໝ່ ​ແລະ ບັນດາ​ນັກ​ສຶກສາ​ໃໝ່​ທີ່​ຮຽນ​ຈົບ​ຈາກ​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆກັບ​ບັນດາ​ບໍລິ ສັດ​ຜູ້​ປະກອບ​ການ​ຕ່າງໆ​ທີ່ຕ້ອງການ​ພະນັກງານ ​ໄດ້​ພົບ​ປະ​​​ໃນ​ການ​ສະ​ໝັກ​ງານ. ນອກ​ນັ້ນ ​ຍັງ​ສ້າງ​ໂອ ກາດ​ໃຫ້​ບັນດາ​ສູນ​ເຝິກ​ວິຊາ​ຊີບ, ຜູ້​ຕ້ອງການ​ເຝິກ​ອົບຮົມ​ໄດ້​ຮັບ​ການ​ຍົກ​ລະດັບ​ສີມື​ແຮງ​ງານ​ຂອງ​ຕົນ. ພ້ອມ​ນີ້​ ຍັງ​ເປີດ​ໂອ ກາດ​ໃຫ້​ຜູ້​ຜະລິດ​ສິນຄ້າ​ຫັດຖະ​ກຳ ​ແລະ ຜະລິດ​ສິນຄ້າ​ອື່ນໆໄດ້​ມາ​ວາງສະ​ແດງ​​ຜະລິດ​ຕ່າງໆ ເພື່ອ​ຈຳ​ໜ່າຍ ຫລື ຂາຍ​ຜະລິດ​ຕະພັນ​ຂອງ​ຕົນ. ປີ​ນີ້​​ຈັດ ຂຶ້ນເປັນຄັ້ງ​ທີ IV ມີ​ບັນດາ​ບໍລິສັດ, ​ຫົວໜ່ວຍ​ທຸລະ​ກິດ, ຫ້າງ​ຮ້ານພາກ​ລັດ ແລະ ​ເອກະ​ຊົນ​ ເຂົ້າ​ຮ່ວມ 70 ກວ່າ​ຫ້ອງ.
      ກະຊວງແຮງງານໃຫ້ຮູ້ວ່າ: ການຊຸກ​ຍູ້​ສົ່ງ​ເສີມ​​ແຮງ​ງານ​ເປັນ ວຽກ​ງານທີ່​ສຳຄັນຕໍ່​ການ​ມີ​ວຽກ​​ເຮັດ​ງານ​ທຳ​ຂອງ​ພົນລະ​ເມືອງ​ລາວ, ການ​ມີ​ລາຍ​ຮັບ, ມີ​ຊິວິດ​ການ​ເປັນ​ຢູ່່ ​ແລະ ຫລຸດຜ່ອນ ຄວາມທຸກ​ຍາກຂອງ​ປະຊາຊົນ​ບັນດາ​ເຜົ່າທຸກ​ເພດ​ໄວ​ໃນ​ການ​ສົ່ງ​ເສີມ​ຄວາມ​ຍຸຕິ​ທຳ ​ແລະ ສິດທິ​ທາງ​ດ້ານ​ແຮງ​ງານ​ຢ່າງ​ເໝາະ​ສົມ ​ແລະ​ ໝັ້ນຄົງ.

No comments:

Post a Comment