Ad

Ad

29 April 2014

ຫົວພັນປ່ອຍຕົວນັກໂທດ 17 ຄົນ



      ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫົວພັນ ໄດ້ພິຈາລະນາ ປ່ອຍຕົວນັກ ໂທດທີ່ມີຄວາມກ້າວ ໜ້າເຝິກຝົນຫລໍ່ ຫລອມຕົນເອງ ໃນການປະຕິບັດລະບຽບ ວິໄນຂອງຄ້າຍຄຸມຂັງດັດສ້າງຢ່າງ ເຂັ້ມງວດ ຈຶ່ງໄດ້ຮັບການປ່ອຍ ຕົວກ່ອນ ກຳນົດ ຈຳນວນ 17 ຄົນ ໂດຍນັກໂທດທັງໝົດໄດ້ປະຕິບັດ ໂທດຕົວຈິງມາແລ້ວ 2 ປີຂຶ້ນ ໄປ ໃນຂໍ້ຫາລັກຊັບພົນລະເມືອງ, ຄ້າຂາຍ ຢາເສບຕິດ, 5 ປີຂຶ້ນໄປໃນຂໍ້ຫາຂົ່ມຂືນທຳສຳເລົາ ແລະ 9 ປີ ຂຶ້ນໄປໃນຂໍ້ຫາ ຄາດຕະກຳ.

No comments:

Post a Comment