Ad

Ad

29 April 2014

ມອບ-ຮັບ ອັດຖິນັກຣົບອາສາສະຫມັກ ແລະ ຊ່ຽວຊານຫວຽດນາມ ງວດທີ 2 ສົກປີ 2013-14



        ໃນວັນທີ 23 ເມສານີ້ ຢູ່ ຫ້ອງວ່າການປົກຄອງແຂວງ ຊຽງຂວາງໄດ້ມີພິ ທີພົບປະ, ເຊັນ ບົດບັນທຶກມອບ-ຮັບອັດ ຖິງວດ II ສົກປີ 2013-2014 ຂອງຄະ ນະສະເພາະກິດ 4 ແຂວງຊຽງ ຂວາງ-ວຽງຈັນ-ໄຊສົມບູນ- ເຫງະອານເຊິ່ງແຂວງ ຊຽງ ຂວາງນຳໂດຍທ່ານ ດວງຈິດ ຈັ້ງໄຊວ່າງ ຄະນະປະຈຳພັກ ແຂວງຮອງເຈົ້າ ແຂວງໆຊຽງຂວາງ ພ້ອມດ້ວຍຄະນະ, ແຂວງ ວຽງ ຈັນ ນຳໂດຍທ່ານ ພົນຈັດ ຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງເລຂາພັກແຂວງຫົວໜ້າ ການທະຫານກອງບັນຊາ ການທະຫານແຂວງວຽງຈັນ ພ້ອມ ດ້ວຍຄະນະ, ແຂວງໄຊສົມບູນ ນຳໂດຍທ່ານ ລາວປາວຊົ່ງ ນະວົງໄຊ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງໆໄຊສົມບູນ, ແຂວງເຫງະອານ ນຳໂດຍທ່ານ ເລຊັວນດາຍຄະນະປະຈຳພັກ ແຂວງ, ຮອງປະທານຄະນະ ກຳມະການ ປະຊາຊົນແຂວງ, ຫົວໜ້າຄະນະສະເພາະກິດແຂວງ ເຫງະອານພ້ອມດ້ວຍຄະນະ.

        ໃນພິທີກໍໄດ້ຜ່ານບົດສະ ຫລຸບວຽກງານການຮ່ວມມືສະ ເພາະກິດເຊິ່ງການຮ່ວມມືຊອກ ຄົ້ນ ແລະ ຂຸດຄົ້ນ, ເຕົ້າໂຮມ ຮ່າງ ອັດຖິຂອງບັນດາພະນັກງານນັກ ຮົບອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫລະເພື່ອພາລະກິດສາກົນ ນິຍົມອັນ ສູງສົ່ງໃນປາງສົງຄາມຢູ່ລາວ ໂດຍສະເພາະແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງໄຊ ສົມບູນຕອບສະໜອງ ຄວາມປາຖະໜາຄວາມຄອງຄອຍຂອງພໍ່ແມ່ຍາດພີ່ນ້ອງ, ໃນງວດ II ສົກປີ 2013-2014 ຢູ່ພື້ນທີ່ສາມ ແຂວງຂຸດຄົ້ນທ້ອນ ໂຮມໄດ້ 31 ອັດຖິ, ໃນນີ້ ແຂວງຊຽງຂວາງ ຂຸດຄົ້ນໄດ້ 28 ອັດຖິ, ແຂວງວຽງ ຈັນຂຸດຄົ້ນໄດ້ 3 ອັດທິ ລວມທັງ ງວດ I ແລະ ງວດ II ສົກປີ 2013-2014 ໄດ້ 88 ອັດຖິ, ໝາກ ຜົນສຳເລັດນີ້ກໍຍ້ອນການຮ່ວມມືຂອງອຳນາດການປົກຄອງ, ພໍ່ແມ່ປະ ຊາຊົນໃນການຊອກຄົ້ນຮ່າງອັດຖິກໍມີຫລາຍຢ່າງທີ່ຫຍຸ້ງຍາກ ເຊັ່ນ: ວຽກຊອກຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາ ສະ ໝັກ ແລະ ຊ່ຽວຊານຫວຽດນາມຍິ່ງພົບຄວາມຫຍຸ້ງຍາກ ຫລາຍກວ່າເມື່ອກ່ອນເພາະຂຸມ ຝັງສົບໄດ້ຜ່ານໄລຍະເວລາອັນ ຍາວນານ, ພື້ນທີ່ການຊອກຄົ້ນມີການປ່ຽນແປງ, ທຸລະກັນດານ, ປ່າຕຶບດົງໜາ, ກະແຈກກະຈາຍ ແລະ ຍັງມີຈຳນວນໜ້ອຍ ລົງ, ຜູ້ ເຫັນເຫດການໃນເມື່ອກ່ອນ ຫລື ຈຸດຂຸມຝັງສົບໄດ້ເສຍຊີວິດໄປ ແລ້ວ ຫລື ຍົກຍ້າຍໄປຢູ່ບ່ອນອື່ນ ຫ່າງໄກບໍ່ສາມາດ ສະໜອງຂໍ້ມູນໄດ້.  ໃນສົກປີ 2014-2015 ຈະສູ້ ຊົນໃນການຂຸດຄົ້ນໃຫ້ໄດ້ຫລາຍ ແລະ ຈັດສົ່ງຮ່າງອັດຖິກັບຄືນ ບ້ານເກີດ ເມືອງນອນຫວຽດ ນາມ ເພື່ອໃຫ້ພໍ່ແມ່ຍາດຕິພີ່ນ້ອງ ໄດ້ເຮັດພິທີຕາມຮີດຄອງປະເພນີອັນດີງາມຂອງສອງຊາດລາວ-ຫວຽດ ນາມ. ແຂວງຊຽງຂວາງ, ແຂວງວຽງຈັນ, ແຂວງໄຊສົມ ບູນ ແລະ ແຂວງ ເຫງະອານ ຈະສືບຕໍ່ຮ່ວມມືຮັດແໜ້ນສາຍ ພົວພັນ ຄວາມສາມັກຄີພິເສດໃຫ້ຍືນຍົງ ແລະ ໝັ້ນຄົງທະນົງແກ່ນ ຊົ່ວກາລະນານ ຈາກນັ້ນ ກໍໄດ້ ເຊັນບົດບັນທຶກມອບ-ຮັບອັດຖິ ຢ່າງເປັນທາງການ.
       ໃນຕອນແລງຂອງວັນດຽວ ກັນຢູ່ທີ່ໂຮງຮຽນການເມືອງການປົກຄອງແຂວງໄດ້ຈັດຕັ້ງພິທີສົ່ງ ແລະ ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດຢ່າງເປັນທາງການ.

No comments:

Post a Comment