Ad

Ad

29 April 2014

ຄວນ​ຖື​ສຳຄັນ​ການ​ລ້ວງຄອງ​ລະບາຍ​ນ້ຳ​ຮັບ​ມື​ນ້ຳ​ຖ້ວມ​ທາງ​ຍາມ​ລະດູຝົນ



      ຕົກ​ມາ​ຮອດ​ໃນ​ໄລຍະ​ນີ້​ໄດ້​ເລີ່​ມ​ເຂົ້າ​ສູ່ລະດູຝົນ, ສະພາບ​ດິນ​ຟ້າ​ອາກາດ​ຢູ່​ບ້ານ​ເຮົາ​ກໍ​ຄື​ກັບ​ບັນດາ​ປະ​ເທດ​​ໃກ້​ຄຽງ​ອື່ນໆ ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ອາກາດ​ຮ້ອນ​ອົບ​ເອົ້າ​ຜິດ​ປົກກະຕິ​ກ່ວາປີ​ກ່ອນ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ມີ​ພາຍຸ​ລະ​ດູ​ຮ້ອນ ຢູ່​ຫຼາຍເຂດ​​. ໃນ​ນີ້, ສິ່ງ​ທີ່​ໜ້າ​ເປັນ​ຫວ່ງ​ແມ່ນ​ບັນ​ຫາ​ຄອງ​ລະບາຍ​ນ້ຳ​ຕາມ​ຖະໜົນສາຍ​ຕ່າງໆ​ໃນ​ນະ ຄອນຫລວງ​ວຽງ​ຈັນ, ເຊິ່ງໄລ ຍະ 2 ວັນ​ຜ່ານ​ມາ ເກີດ​ມີ​ຝົນຕົກ​ບໍ່​ເທົ່າ​ໃດ​ນາທີ​ກໍ​ເຫັນວ່າ​ມີ​ສະ ພາບ​ນ້ຳ​ອັ່ງ​ເສັ້ນທາງ​ຢູ່ຕາມ​ຈຸດ​ຕ່າງໆທີ່​ນອນ​ຢູ່​ໃນ​ເຂດ​ພື້ນ​ທີ່​ຕ່ຳ​. ດັ່ງ​ນັ້ນ​, ຖ້າ​ພວກ​ເຮົາ​ບໍ່ຮີບຮ້ອນ ທຳ​ການ​ລ້ວງຄອງ​ລະບາຍ​ນ້ຳ​ນັບ​ແຕ່​ດຽວ​ນີ້​ ສິ່ງ​ທີ່​ຕາມ​ມາ​ໃນ​ຍາມ​ລະດູ​ຝົນ​ກໍ​ຄື​ນ້ຳ​ຖ້ວມ​ເສ​ັ້ນ ທາງ​ຄື​ກັບ​ປີ​ກ່ອນໆ​ຢ່າງ​ບໍ່​ຕ້ອງ​ສົງ​ໃສ.
      ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ເກີ​ດມີ​ສະພາບ​ນ້ຳ​ອັ່ງ​ຕາມ​ແຄມ​ເສັ້ນ ທາງ​ກໍ​ຍ້ອນ​ໃນ​ຍາມ​ລະດູ​ແລ້ງ​ການ​ເຮັດ​ອະນາ​ໄມ​ເສັ້ນທາງ​ລວມ​ໄປ​ເຖິງ​ປະຊາຊົນ​ຜູ້​ທີ່​ຕັ້ງ​ບ້ານ​ເຮືອນ​ຢູ່​ຕາມ​ແຄມ​ທາງ​ແຕ່ ລະ​ເສັ້ນ​ພາກັນ​ປັດກວາດ​ເຮັດອະ ນາ​ໄມ​ເສດ​ຫີນ, ດິນຊາຍ,
ດິນ​ແດງທີ່​ຂຸ​ຫລົ່ນ​ຈາກ​ລົດ​ບັນທຸກ​ຫີນ​ຊາຍ​ທີ່ແລ່ນຜ່ານ​ຕາມເສັ້ນ ທາງ​ແຕ່ລະ​ເສັ້ນລວມ​ໄປ​​ເຖິງ​ການ​ປັດກວາດ​ເສດ​ຂີ້​ເຫຍື້ອ​ອື່ນໆ​ລົງ​ໃສ່​ທາງ ແລະ ລົງສູ່​ຄອງ​ລະບາຍ​ນ້ຳ​ໃນ​ຫລາຍ​ຈຸດ​ສົ່ງ​ຜົນ​​ໃຫ້​ຄອງ​ລະບາຍ​ນ້ຳ​ເກີດ​ມີ​ການ​ອຸດ​ຕັນ​ ​ແລະ ​ເກີດ​ມີ​ນ້ຳ​ອັ່ງ​ຖ້ວມ​ທາງ​ໃນ​ຍາມ​ລະດູ​ຝົນ. ດັ່ງ​ນັ້ນ ອົງການ​ຈັດ​ຕັ້ງ​ທີ່​ກ່ຽວ ຂ້ອງ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ບໍລິຫານ ແລະ ພັດທະນາ​ຕົວ​ເມືອງ (​ອພບ), ຄວນ​​ຮີບ​ຮ້ອນ​ມີ​ແຜນການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ພ້ອມ​ພາ ກັນ​ຈັດ​ຕັ້ງ​ປະຕິບັດ​ລ້ວງຄອງ​ລະ ບາຍ​ນ້ຳ​ແຕ່ລະ​ເສັ້ນ​ໃຫ້​ມີຄວາມ​ສະອາດສາມາດ​ຮອງ​ຮັບ​ກັບ​ບັນ ຫາ​ນ້ຳ​ຖ້ວມ​ທີ່​ອາ​ດຈະ​​ເກີດ​ຂຶ້ນ​ໃນ​​ລະດູຝົນ​ທີ່ຈະມາເຖິງ​ນີ້.

No comments:

Post a Comment