Ad

Ad

29 April 2014

ຕະຫລາດ​ທົ່ງ​ຂັນ​ຄຳ​ການຈັດ​ສັນຫລັງ​ໄຟ​ໃໝ້ນັບ​ວ່າ​ຍັງ​ສັບ​ສົນ



      ພາຍຫລັງ​ເກີດ​​ເຫດໄຟ​ໃໝ້ຕະ ຫລາດ​ທົ່ງ​ຂັນ​ຄຳ​ ເມື່ອທ້າຍ​​ເດືອນ​ມີນາ​ເປັນ​ຕົ້ນ​ມາ​ບັນດາ​ຊາວ​ຄ້າຂາຍ​ທີ່​ປະ​ສົບ​​ເຄາະ​ຮ້າຍ​ຈາກອັກຄີໄພ​​​ເຜົາ​ຜານ​ຫ້າງ​ຮ້ານ​ຂອງ​ຕົນ ເສຍ​ຫາຍ​ຫລາຍ​ກ່ວາ 300 ຫ້ອງ ​ໂດຍ​ບໍ່​ນັບ​ແມ່​ຄ້າ​ນັ່ງ​ຂາຍ​ຊີ້ນ,​ ປາ​ອາຫານ ແລະ ພືດ ຜັກ​ອື່ນໆ. ມາ​ຮອດ​ປັດຈຸບັນ​ການ ຈັດ​ສັນ​ຊາວ​ຄ້າຂາຍ​ຂອງພາກສ່ວນ​ກ່ຽວ ຂ້ອງຢູ່​ຕະຫລາດ​ແຫ່ງ​ນີ້​ນັບ​ວ່າ​ຍັງ​ມີ​ຄວາມ​ສັບສົນ.
      ຕະຫລາດ​ທົ່ງ​ຂັນ​ຄຳ​ແມ່ນ ຕະຫລາດທີ່ມີເອກະຊົນເຂົ້າມາ​ສຳ​ປະທານ​ນັບ​ເປັນ​ເວລາ​ຫລາຍ​ປີ. ໃນ​ນີ້ສະ​ເພາະ​ຕະຫລາດ​ທີ່​ນອນ​ຢູ່​ໃນ 1 ຂອງ 3 ພາກ​ສ່ວນ ແມ່ນຕັ້ງ​ຢູ່ເບື້ອງ​ຕາ​ເວັນ​ອອກ​ຕິດກັບ​ຖະໜົນ​ອາ​ຊຽນຖືກ​​ໄຟ​ໃໝ້ ໝົດ​ກ້ຽງ. ມາ​ຮອດ​ດຽວ​ນີ້​ຊາວ​ຄ້າຂາຍ​ດັ່ງກ່າວ​ຍັງ​ຕົກ​ຢູ່​ໃນ​ສະ​ພາບ​ຈົນຕາ​ແຈ​ຕໍ່​ການ​ດຳລົງ​ຊີບ​ຄ້າຂາຍ​ໃຫ້​ມີ​ຄວາມ​ໝັ້ນຄົງ​ເໜືອ​ນດັ່ງ​ເມື່ອ​ກ່ອນ, ​ເຊິ່ງ​ໃນ​ໄລຍະ​ເບື້ອງ​ຕົ້ນ​ທາງ​ເຈົ້າ​ໜ້າ​ທີ່​ກ່ຽວ ຂ້ອງ​ກໍ​ຄື​ຜູ້​ຮັບຜິດຊອບ​ສຳ​ປະ ທານ ໄດ້​
ປຸກລະດົມ​ຈິດ​ໃຈ​ຊາວ​ຄ້າຂາຍ ທີ່​ຖືກ​​ເສຍ​ຫາຍ​ມີ​ຄວາມ​ອົດທົນພ້ອມ​ຊ່ວຍ​ແນະນຳ​​ເຂົາ​ເຈົ້າ​ໄປ​ຊອກ​ຂາຍ​ເຄື່ອງ​ຢູ່່ຕະ ຫລາດ​​ແຫ່ງ​ໃໝ່​ຕາມ​ເງື່ອນ​ໄຂ​ເໝາະ​ສົມ​ໂດຍ​ຈະ​ໃຫ້​ມີ​ການ​ຍົກ​ເວັ້ນຄ່າ​ເຊົ່າ​ຫ້ອງ​ເປັນ​ເວລາ 1 ປີ. ແຕ່​ມີ​ຫລາຍ​ຄົນ​ເມື່ອ​ໄປ​ຂາຍ​ຕົວ​ຈິງຊ້ຳພັດ​ບໍ່​ໄດ້​ຮັບ​ການ​ຕອບ​ສະ ໜອງ​ເປັນ​ຕົ້ນ​ໄປ​ຂາຍ​ຢູ່ຕະ ຫລາດ​ໂພນ​ຕ້ອງ​ເຂົາ​ເຈົ້າ​ຕ້ອງ​ໄດ້​ເສຍ​ຄ່າ​ຫ້ອງ​ໃຫ້​ກັບ​ເຈົ້າ​ຂອງ​ຜູ້​ສຳ​ປະທານ​ຕະຫລາດ​ດັ່ງກ່າວ​ຈຳນວນ​ຫລາຍ​ແສນ​ກີບ ​ໂດຍ​ບໍ່​ນັບ​ຄ່າ​ເສຍ​ພາສີ ແລະ ຄ່າ​ບໍລິ​ການ​ອື່ນໆ. ຂະນະ​ທີ່​ຢູ່​ຕະຫລາດ​ທົ່ງ​ຂັນ​ຄຳ​ຊາວ​ຄ້າຂາຍ​ສ່ວນ ໃຫຍ່​ໄດ້​ມີ​ການ​ຈ່າຍ​ຄ່າ​ຫ້ອງ ແລະ ​ເສຍ​ຄ່າ​ພາສີ​ລ່ວງໜ້າເປັນ​ປີ​ແລ້ວ​ໂດຍ​ທີ່​ຊາວ​ຄ້າຂາຍ​ຍັງ​ສົນ​ໃຈ ​ແລະ ບໍ່​ຮູ້​ວ່າ​ຜູ້​ຮັບສຳ​ປະ ທານ​ຕະຫລາດ​ທົ່ງ​ຂັນ​ຄຳຈະ​ໃຫ້ ການ​ທົດ​​ແທນ​ຄືນ​ຄື​ແນວ​ໃດ.
      ມາ​ຮອດ​ປັດຈຸບັນຊາວ​ຄ້າ ຂາຍສ່ວນ​ໜຶ່ງ​ເປັນ​ຕົ້ນ​ປະ​ເພດ​ຂາຍ​ຊີ​້ນ, ປາ, ​ເຄື່ອງ​ແຫ້ງ ​ແລະ ພຶດຜັກ​ອື່ນໆທີ່​ໝົດທາງ​ໄປ​ໄດ້​​ພະຍາຍາມມາ​ຂາຍ​ໃນເຂດ​ຕະ ຫລາດ​ດ້ານຫລັງ​ທີ່​ຍັງ​​ເຫ​ລື​ອ ຈາກ​​ໄຟ​ໃໝ້ ໂດຍຊາວ​ຄ້າຂາຍ​ພາກສ່ວນ​ນີ້ນັບ​ວ່າ​ມີ​ຄວາມ​ໜັກ​ໃຈ​ໃຫ້​ກັບ​ຜູ້​ຈັດ​ສັນ​ຕະຫລາດ​ຂອງ​ສອງ​ພາກສ່ວນ​ດັ່ງ​ກ່າວ​ທີ່​ສວຍ​ໂອກາດ​ຂຶ້ນ​ລາຄາ​ຄ່າ​ເຊົ່າ​ສະຖານ​ທີ່ ​ຊຶ່ງ​ເຫັນ​ວ່າ​ແພງ​ເກີນ​ຂອບ​ເຂດ​ເປັນ​ຕົ້ນ​ແມ່​ຄ້າຂາຍ​ປາ, ພືດຜັກ​ອື່ນໆຖືກ​ພວກ​ຈັດ​ສັນ ບີບບັງຄັບ​ໃຫ້​ເຂົາ​ເຈົ້າເສຍ​ຄ່າ​ບ່ອນ​ວາງ​ເຄື່ອງ​ຂາຍປະມານ 1 ແມັດ ຈະ​ຕົກ​ເປັນ ເງິນຈຳນວນ 2 ລ້ານ​ກີບ/ປີ, ຂະນະ​ທີ່​ແມ່​ຄ້າ​ຄົນ​ເກົ່າ​ທີ່​ເຄີຍ​​ຂາຍ​ເປັນ​ປະຈຳກໍມີ​ຄວາມ​ໜັກ​ໃຈ​ໄປ​ຕາມໆ​ກັນ ເນື່ອງ​ຈາກ​ຜູ້​ຈັດ​ສັນ​ໄປ​ວາງ​ຄ່າ​ເຊົ່າ​ຄືນ​ໃໝ່​ໃນ​ລາຄາ 2 ລ້ານ​ກີບ ຄື​ກັບ​ແມ່​ຄ້າ​ຄົນ​ໃໝ່​ທີ່​ຫາ​ກໍ​ເຂົ້າ​ມາ​ຂາຍ ເຊິ​່ງກ່ອນ​ໜ້າ​​ບໍ່​ທັນ​ຖື​ກ​ໄຟ​ໃໝ້ ຈັດ​ສັນ​ໄດ້​ເກັບ​ເອົາ​ຄ່າ​​ເຊົ່າ​ພຽງ​ແຕ່ 6 ແສນ​ກີບ/ປີ, ຈາກ​ສະພາບ​ຫຍຸ້ງ​ຍາກ​ດັ່ງກ່າວຊາວ​ຄ້າຂາຍ​ໄດ້​ຂໍ​ຮ້ອງ​ນຳ​ເຈົ້າ​ໜ້າທີ່​ກ່ຽວ ຂ້ອງ​ພາກ​ລັດ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້ໄຂ​ເພື່ອ​ໃຫ້​ບັນຫາ​ການຈັດ​ສັນ​ມີ​ຄວາມ​ສະຫງົບ ແລະ ​ຄວາມ​ພໍ​ໃຈ​ໃຫ້​ແກ່​ຜູ້ສຳ ປະທານ ແລະ ​ຊາວ​ຄ້າຂາຍ​ດ້ວຍກັນ.           

No comments:

Post a Comment