Ad

Ad

28 May 2014

ຄະນະຜູ້ຈັດລະຄອນພື້ນເມືອງ ຊ່ອງ 7 ຂອງໄທ ເຂົ້າພົບທູດລາວ ປະຈຳບາງກອກ ເພື່ອຂໍອະໄພລະຄອນ “ມົນນາຄະລາດ” ແຕະຕ້ອງຈິດໃຈຄົນລາວ



           ຕອນເຊົ້າວັນທີ 27 ພຶດສະພານີ້, ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ທີ່ບາງກອກ; ທ່ານ ສະຍົມ ສັງວະຣິບຸດ ກໍາ ມະການຜູ້ຈັດການບໍລິສັດ ສາມສຽນ ຈໍາກັດ, ຜູ້ຈັດລະຄອນ ພື້ນເມືອງໂທລະພາ ບຊ່ອງ 7 ຂອງໄທ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດ ຖະ ທູດລາວເພື່ອມອບຊໍ່ດອກໄມ້ ຂໍອະໄພ ແລະ ສະແດງຄວາມຮັບຜິດຊອບໃນກໍລະ ນີທີ່ລາຍການລະຄອນພື້ນເມືອງ “ມົນນາຄະລາດ” ຂອງຊ່ອງ 7 ທີ່ໄດ້ອອກອາ ກາດໃນຕອນເຊົ້າວັນທີ 25 ພຶດສະພາຜ່ານມາທີ່ເອົາຮູບປະຕູໄຊເປັນຮູບສົມທຽບຫໍຄໍາພີຕາມລະຄອນຖືກໄຟໄໝ້ເຊິ່ງໄດ້ກະ ທົບຄວາມຮູ້ສຶກຂອງປະຊາຊົນລາວ.
    ທ່ານ ສະຍົມ ສັງວະຣິບຸດ ໄດ້ ກ່າວຂໍອະໄພ ແລະ ພ້ອມຮັບເອົາ ຄໍາຕໍານິຕິຊົມ, ຮັບຜິດຊອບຕໍ່ຄວາມຜິດພາດເຊິ່ງບໍ່ໄດ້ມີ ເຈດ ຕະນາລົບລູ່ດູຫມິ່ນໂດຍເຈດຕະ ນາ ໃນເລື່ອງເປັນຮູບພາບສະຖານທີ່ທີ່ນໍາປະກອບໃຊ້ໃນລະຄອນເປັນສະຖານທີ່ສັກ ສິດ, ແຕ່ມີເຫດການຄົນຮ້າຍຕັ້ງໃຈຈະທໍາລາຍ ແລະ ພະຍານາກໄດ້ເຂົ້າມາຊ່ວຍມອດໄຟ (ເນື້ອໃນລະຄອນ).  
 
       ໂອກາດດັ່ງກ່າວ ທ່ານເອກ ອັກຄະລັດຖະທູດ ຫລີ ບຸນຄໍ້າ ໄດ້ ຮຽກຮ້ອງອີກເທື່ອໜຶ່ງເຖິງຄະນະຜູ້ບໍລິຫານໂທລະພາບ ຊ່ອງ 7 ຈົ່ງມີສະຕິລະມັດລະວັງຕື່ມອີກ ໃນການອອກຂ່າວ, ລະຄອນ ຫລື ການສະແດງຄວາມຄິດເຫັນ ຕ່າງໆເພື່ອສົ່ງເສີມ ການພົວພັນອັນດີງາມລະຫວ່າງລາວ-ໄທ, ບໍ່ໃຫ້ເກີດເຫດການແບບນີ້ຂຶ້ນອີກ. ຜ່ານມາສື່ຂອງລາວກໍບໍ່ເຄີຍກະທໍາການອັນໃດ ທີ່ເປັນ ການແຕະຕ້ອງການພົວພັນອັນດີລະຫວ່າງສອງປະເທດ.
          ເມື່ອວັນທີ 23 ມັງກອນ ຜ່ານມານີ້, ໂທລະພາບຊ່ອງ 7 ກໍໄດ້ອອກຄໍາສັບພາສາລາວຜິດພາດ ແລະ ຜູ້ບໍລິຫານງານ ຂອງໂທລະພາບດັ່ງກ່າວກໍໄດ້ເຂົ້າສະແດງຄວາມຮັບຜິດຊອບ ແລະ ຂໍອະໄພກັບທ່ານເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ຕໍ່ເຫດການ ທີ່ເກີດຂຶ້ນ, ພ້ອມຈະລະມັດລະ ວັງບໍ່ໃຫ້ມີບັນຫາຜິດພາດດັ່ງ ກ່າວອີກ.

No comments:

Post a Comment