Ad

Ad

28 May 2014

ສະພາບ​ອາກາດ​ຮ້ອນ​ແຮງ​ຫລາຍ​ເຂດ​ໃນ​ນະຄອນຫລວງ​ຂາດ​ນ້ຳ​ໃຊ້​ຈະ​ແກ້​ໄຂ​ແນວ​ໃດ ?



      ຄຳ​ຖາມ​ນີ້​ແມ່ນ​ຫາ​ຄຳ​ຕອບ​ໄດ້​ຍາກ ດັ່ງ​ທ່ານອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳ ປະປາ ​ໃຫ້​ຮູ້​ວ່າ: ປັດຈຸບັນ ຢູ່​ນະຄອນຫລວງ​ວຽງ​ຈັນ​ສາມາດ​ຜະລິດ​ ​ແລະ ສະໜອງ ນ້ຳປະປາ​​ໃຫ້​ສັງຄົມ​ໄດ້​ພຽງ 180.000 ​ແມັດ​ກ້ອນ​ຕໍ່​ມື້ ເຊິ່ງ​ໄດ້​ພຽງ​ປະມານ 50% ຂອງຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ສັງຄົມ (320.000 ​ແມັດ​ກ້ອນ​ຕໍ່​ມື້). ສະນັ້ນ ຈຶ່ງ​ເຮັດ​ໃຫ້​ຫລາຍ​ເຂດ​ຂາດ​ນ້ຳ​ໃຊ້ ຍ້ອນ​​ນ້ຳບໍ່​ສາມາດ​ໄປ​ຮອດ​ໄປ​ເຖິງ​ໃນ​ບາງ​ຄັ້ງຄາວ ໂດຍ​ສະ​ເພາະ​ແມ່ນ​ໃນ​​ໄລຍະສະ ພາບ​ອາກາດ​ຮ້ອນ​ອົບ​ເອົ້າຄື​ໃນ​ປັດຈຸບັນ ຈຶ່ງ​ເຮັດ​ໃຫ້​ຄວາມ​ຕ້ອງ ການ​ນ້ຳຂອງ​ສັງຄົມ​ຍິ່ງ​ສູງ​ຂຶ້ນ.
     ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳປະປາ ກ່າວ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ​ຂະ​ແໜງ​ນ້ຳປະ ປາ ກໍ​ໄດ້​ລົງ​ກໍ່ສ້າງ​ໂຮງງານ​ຜະ ລິດ ​ແລະ ຂະຫຍາຍ​ລະບົບ​ທໍ່ສົ່ງ​ນ້ຳປະປາ​ເປັນ​ຈຳນວນ​ບໍ່​ໜ້ອຍ ນັບ​ທັງ​ທຶນ​ພາຍ​ໃນ ​ແລະ ​ການ​ຊ່ວຍ​ເຫລືອ​ລ້າ​ຂອງ​ຕ່າງປະ​ເທດ ​ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນ້ຳປະປາ​ຂອງ​ສັງຄົມ, ​ແຕ່​ດ້ວຍ​ການ​ເພີ່ມ​ຂຶ້ນ ຢ່າງ​​ໄວວາ​ຂອງ​ປະຊາກອນ ແລະ ຜູ້​ເຂົ້າມາ​ຢູ່ອາ​ໄສ​ໃນ​ນະ ຄອນຫລວງ​ ຈຶ່ງ​ເຮັດ​ໃຫ້ການ​ຜະ ລິດ ​ແລະ ສະໜອງ​ນ້ຳສະອາດ​ດັ່ງກ່າວ​ໄດ້​ພຽງ​ປະມານ
50%. ດັ່ງນັ້ນ ພໍ​ຕົກ​ຮ້ອນ​ມາ​ຈຶ່ງ​ເຮັດ​ໃຫ້​ຫລາຍ​ເຂດ​ໃນ​ຊານ​ເມືອງ​ຂາດ​ນ້ຳ​ໃຊ້​ຮ້າຍ​ແຮງ. ດັ່ງນັ້ນ ​ເພື່ອ​ແກ້​ໄຂ​ສະ​ເພາະ​ໜ້າ, ປັດຈຸບັນ​ນີ້ ທາງ​ລັດ​ວິ​ສາ​ຫະກິດ​ນ້ຳປະປາ​ພວມ​ຕິດຕັ້ງ​ໂປ​ມສົ່ງ​ນ້ຳຢູ່ວັດ​ດອນ​ແດງ ​ເມືອງ​ຈັນທະ​ບູລີ ​ແລະ ​ເພີ່ມ​ໂປ​ມນ້ຳຢູ່​ອ່າງ​ເກັບ​ນ້ຳຫລັກ 6 ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ກາງ​ເດືອນ​ມິຖຸນາ​ນີ້ ​ເຊິ່ງຈະ​ສາມາດ​ແກ້​ໄຂ​ການ​ສະໜອງ​ນ້ຳປະປາ​ໄປ​ໄດ້​ສ່ວນ​ໃດ​ໜຶ່ງ, ສ່ວນ​ໃນ​ອະ ນາຄົດ​ມີ​ແຜນ​ຂະຫຍາຍ​ໂຮງ ງານ​ຜະລິດ​ນ້ຳປະປາ​ດົງ​ໝາກ ຄາຍ​ ກຳລັງ​ຜະລິດ 1 ​ແສນ​ແມັດ​ກ້ອນ​ຕໍ່​ມື້ ຈະ​ສຳ​ເລັດ​ໃນ​ປີ 2015 ​​ໂດຍເງິນ​ກູ້​ຈາກ ສປ ຈີນ, ພ້ອມ​ນັ້ນກໍ​ໄດ້ອະນຸມັດ​ໃຫ້​ເອກະ​ຊົນ​ສ້າງຕັ້ງ​ໂຮງງານ​ຜະລິດ​ນ້ຳປະ ປາຢູ່ບ້ານ​ແສນ​ດິນ ມີກຳລັງ​ຜະ ລິດ 20-40 ພັນ​ແມັດ​ກ້ອນ​ຕໍ່​ມື້, ຢູ່​ທ່າ​ເດື່ອ ​ເມືອງ​ຫາດ​ຊາຍ​ຟອງ 20 ພັນ​ແມັດ​ກ້ອນ​ຕໍ່​ມື້, ຢູ່​ບ້ານ​ດົງ​ບັງ ເມືອງ​ໄຊ​ທານີ 40 ພັນ​ແມັດ​ກ້ອນ​ຕໍ່​ມື້ ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2016. ນອກຈາກ​ນີ້ ທາງ​ລັດ​ວິ​ສາ​ຫະກິດ​ນ້ຳປະປາ​ກໍ​ພວມ​ດຳ​ເນີນ​ການສຶກສາ​ຄວາມ​ເປັນ​ໄປ​ໄດ້​​ໃນ ການ​ຂະຫຍາຍ​ໂຮງງານ​ນ້ຳປະປາ​ຈີ່ນາຍ​ໂມ້ ​ເພື່ອ​ຍົກ​ສູງ​ກຳລັງ​ຜະລິດ​ຕື່ມ​ອີກ​ປະມານ 40 ພັນ​ແມັດ​ກ້ອນ​ຕໍ່​ມື້ ​ໃນ​ບ້ວງ​ເງິນ​ກູ້​ໄລຍະ​ຍາວ​ຈາກ​ລັດຖະບານ​ຍີ່ປຸ່ນ.

No comments:

Post a Comment