ໂດຍການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ,
ໃນ ວັນທີ 26-27 ພຶດ ສະພາ 2014 ກອງປະ ຊຸມລັດຖະບານສະໄໝສາມັນປະຈຳ ເດືອນພຶດສະພາ 2014 ໄດ້ຈັດຂຶ້ນທີ່ຫ້ອງວ່າການລັດຖະບານໃນວັນທີ
26-27 ພຶດສະ ພານີ້ ໂດຍການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະ ມົນຕີ ແຫ່ງ ສປປ
ລາວ ໂດຍມີບັນດາສະມາຊິກລັດ ຖະບານເຂົ້າຮ່ວມຢ່າງພ້ອມ ພຽງເຊິ່ງກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາວຽກງານ
ແລະ ນິຕິກຳທີ່ສຳ ຄັນຈຳນວນໜຶ່ງ ຄື:
1. ສະມາຊິກລັດຖະບານ ໄດ້ປຶກສາຫາລືດ້ວຍຄວາມຮັບຜິດຊອບຕໍ່ຮ່າງຍຸດທະສາດກະສິກຳ
ຮອດປີ 2025 ແລະ ວິໄສ ທັດ 2030 ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດ,
ພັດທະນາກະສິກໍາສະອາດ, ປອດໄພ ແລະ ຍືນຍົງ, ຜະລິດສິນຄ້າກະສິກຳ ທີ່ມີທ່າແຮງບົນພື້ນຖານການຫັນເປັນອຸດສາຫະກຳ
ແລະ ທັນສະໄໝເພື່ອປະກອບສ່ວນ
ສ້າງພື້ນ ຖານເສດຖະກິດຂອງຊາດຕາມທິດສັງຄົມນິຍົມ. ກອງປະຊຸມໄດ້
ໃຫ້ທິດຊີ້ນໍາຂະແໜງການກ່ຽວຂ້ອງນໍາເອົາຄໍາເຫັນ ຂອງສະມາຊິກລັດຖະບານສືບຕໍ່ຄົ້ນຄວ້າຢ່າງລະອຽດ
ແລະ ຄົບຖ້ວນຕື່ມອີກເປັນຕົ້ນແມ່ນການປົກປັກຮັກສາສິ່ງແວດລ້ອມ, ການຮັກສາ ປ່າໄມ້, ຮັກສາແຫຼ່ງນ້ຳເພື່ອ
ການຜະລິດກະສິກໍາທີ່ຕິດພັນກັບການທ່ອງທ່ຽວ, ຕິດພັນກັບການພັດທະນາຊົນນະ ບົດ ແລະ ກະສິກອນຜູ້ຜະລິດ.
ທີ່ສຳຄັນແມ່ນການກຳນົດນະໂຍບາຍດ້ານຕ່າງໆທີ່ເປັນການສົ່ງເສີມ ເຊັ່ນ: ນະໂຍບາຍກ່ຽວ ກັບທີ່ດິນ,
ນະໂຍບາຍດ້ານສິນເຊື່ອເພື່ອສາມາດເຂົ້າເຖິງແຫຼ່ງທຶນ, ນະໂຍບາຍດ້ານພາສີ-ອາກອນ, ການຄົ້ນຄວ້າວິໄຈລວມ ທັງກົນໄກການປະສານງານລະຫວ່າງສູນກາງກັບທ້ອງຖິ່ນ, ລັດກັບພາກທຸລະກິດ, ລັດກັບປະຊາຊົນ ແລະ ບັນຫາອື່ນໆ.
2. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງຮ່າງດຳລັດວ່າດ້ວຍກອງທຶນຄວບຄຸມ,
ສະກັດກັ້ນ ແລະ ຕ້ານ ຢາເສບຕິດ. ບັນຫານີ້ ແມ່ນໜຶ່ງ ໃນຫົກບັນຫາຫຍໍ້ທໍ້ທີ່ຕ້ອງໄດ້ແກ້ໄຂ
ແລະ ໄດ້ກໍານົດມາດຕະການຈັດຕັ້ງປະຕິບັດໃນຄໍາສັ່ງ ເລກທີ 27/ນຍ ແລະ ເພື່ອກຳນົດຫຼັກການ,
ລະບຽບການກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງບໍລິຫານ, ການນຳໃຊ້ ແລະ ກວດກາການເຄື່ອນໄຫວຂອງກອງທຶນ.
ພ້ອມດຽວກັນນັ້ນ, ກໍເພື່ອລະດົມຂົນຂວາຍທຶນຈາກທຸກພາກສ່ວນໃນສັງຄົມທັງພາຍ ໃນ ແລະ ຕ່າງປະເທດ
ເຂົ້າມາຮັບ ໃຊ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິ ລວມທັງ ການປິ່ນປົວ, ການບຳບັດ, ຟື້ນ ຟູສຸຂະພາບ
ແລະ ການເຝິກວິຊາ ຊີບເບື້ອງຕົ້ນໃຫ້ແກ່ຜູ້ຕິດຢາເສບຕິດແນໃສ່ເຮັດໃຫ້ສັງຄົມລາວ, ຄົນລາວປອດຈາກຢາເສບ
ຕິດ ເທື່ອລະກ້າວ ແລະ ມີສຸຂະພາບ ແຂງແຮງສົມບູນ, ປະກອບສ່ວນ ເປັນກຳລັງແຮງອັນສຳຄັນເຂົ້າໃນການປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ.
3. ບັນຫາສຸດທ້າຍກອງປະຊຸມໄດ້ພິຈາລະນາຮັບຮອງການປັບປຸງຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມເນື່ອງ
ຈາກວ່າຮ່າງກົດໝາຍສະບັບດັ່ງກ່າວທີ່ໄດ້ຮັບຮອງ ແລະ ປະກາດ ໃຊ້ມາແຕ່ປີ 2006 ເປັນຕົ້ນມາ ແລະ
ຜ່ານການຈັດຕັ້ງປະ ຕິບັດມາຮອດປັດຈຸບັນເຫັນວ່າເນື້ອໃນສ່ວນໜຶ່ງຂອງກົດໝາຍສະບັບດັ່ງກ່າວບໍ່ສອດຄ່ອງກັບສະພາບການພັດທະນາໃນປັດ
ຈຸບັນ ແລະ ຕໍ່ໜ້າໂດຍສະເພາະແມ່ນໃນ ເງື່ອນໄຂຂອງການເປີດກວ້າງການລົງທຶນ ແລະ ການເຊື່ອມ ໂຍງກັບພາກພື້ນ
ແລະ ສາກົນໃນໄລຍະໃໝ່. ດັ່ງນັ້ນ, ຈຸດປະ ສົງຂອງການປັບປຸງຮ່າງກົດ ໝາຍໃນຄັ້ງນີ້ກໍເພື່ອຮັບປະກັນການເກັບພັນທະເຂົ້າງົບປະ
ມານແຫ່ງລັດແນໃສ່ຊຸກຍູ້ສົ່ງເສີມການສົ່ງອອກ, ການຜະລິດ, ການຄ້າ ແລະ ການບໍລິການຢູ່ພາຍໃນປະເທດປະກອບສ່ວນ
ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊື່ອມ ໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ຕອນທ້າຍກອງປະຊຸມທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານນໍາເອົາເນື້ອໃນທີ່ໄດ້ຕົກ
ລົງເປັນ ເອກະພາບລວມທັງບັນດາວຽກງານທີ່ເປັນຈຸດສຸມເດືອນມິຖຸນາ 2014 ໄປຈັດຕັ້ງຜັນຂະຫຍາຍ
ແລະ ປະຕິບັດດ້ວຍຄວາມ ຮັບຜິດຊອບ ແລະ ໃຫ້ໄດ້ຮັບຜົນສໍາເລັດ ແລະ ທ່ານນາຍົກໄດ້ເນັ້ນບາງບັນຫາສຳຄັນຄື:
1. ໃຫ້ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ແລະ ແກ້ໄຂບັນຫາ ຫຍໍ້ທໍ້ໃນສັງຄົມທີ່ຈະກະທົບຕໍ່ ຄວາມສະຫງົບປອດໄພຂອງສັງຄົມ, ໂດຍສະເພາະແມ່ນບັນ
ຫາຢາເສບຕິດ, ປຸ້ນຈີ້ຂີ້ລັກ, ບັນ ຫາອຸບັດຕິເຫດ..., ສຳລັບກະ ຊວງປ້ອງກັນປະເທດກໍໃຫ້ເອົາ
ໃຈໃສ່ກວດກາ, ປັບປຸງວຽກ ງານການບິນໃຫ້ມີຄວາມພ້ອມ ສູງ ແລະ ມີຄວາມປອດໄພ.
2. ໃຫ້ເອົາໃຈໃສ່ຊີ້ ນຳ-ນຳ ພາການເກັບລາຍຮັບໃຫ້ໄດ້ຕາມແຜນ
ແລະ ແກ້ໄຂວຽກເຄັ່ງ ຮ້ອນທາງເສດຖະກິດຈຳນວນ ໜຶ່ງໃຫ້ສຳເລັດເປັນກ້າວໆ; ພ້ອມ ກັນນັ້ນ, ໃຫ້ຮີບຮ້ອນເກັບກ່ຽວ
ແລະ ເກັບມ້ຽນຜົນຜະລິດລະດູນາແຊງ ແລະ ກະກຽມ ໃນການຜະລິດລະດູຝົນ ຫຼື ລະດູນາປີທີ່ຈະມາເຖິງນີ້.
3. ໃຫ້ເອົາໃຈໃສ່ນຳພາ ແລະ ຈັດຕັ້ງການສອບເສັງຈົບຊັ້ນ,
ຈົບຂັ້ນໃຫ້ຖືກຕ້ອງໂປ່ງໃສໃນ ທຸກຂັ້ນຕອນຂອງການສອບເສັງ ແລະ ເອົາໃຈໃສ່ຈັດກິດຈະກຳ ໃຫ້ແກ່ນັກຮຽນ-ນັກສຶກສາ
ໃນ ຍາມພັກແລ້ງ ເຮັດແນວໃດໃຫ້ ລູກຫຼານຫ່າງໄກຈາກສິ່ງຫຍໍ້ທໍ້ ຕ່າງໆ, ພ້ອມກັນຮັກສາຮີດ ຄອງປະເພນີ-ວັດທະນະທຳອັນດີງາມຂອງຊາດລາວເຮົາ.
4. ໃຫ້ເອົາໃຈໃສ່ກະກຽມ ເນື້ອໃນ ແລະ ເຂົ້າຮ່ວມກອງປະ
ຊຸມສູນກາງ, ກອງປະຊຸມສະພາ ແຫ່ງຊາດ ແລະ ກະກຽມ ຕອບ ຄຳຊັກຖາມສົດຂອງສະມາຊິກ ສະພາແຫ່ງຊາດ
ແລະ ຄຳຖາມ ຂອງປະຊາຊົນຜ່ານໂທລະສັບສາຍດ່ວນຂອງສະພາ ແຫ່ງຊາດ.
5. ໃຫ້ຕັ້ງໜ້າຜັນຂະຫຍາຍ ບັນດາສັນຍາ ແລະ ການຕົກລົງ
ຂອງຜູ້ນຳເຮົາກັບຜູ້ນຳຕ່າງປະ ເທດໃຫ້ມີປະສິດທິຜົນ; ເອົາໃຈ ໃສ່ເຜີຍແຜ່ທັດສະນະຂອງພັກ ແລະ
ລັດຖະບານເຮົາຕໍ່ສະພາບ ການເຄັ່ງຮ້ອນຢູ່ປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໃຫ້ຮັບ ຮູ້ເຂົ້າໃຈຢ່າງເປັນເອກະພາບ.
6. ໃຫ້ເອົາໃຈໃສ່ກະກຽມ ແລະ ຈັດຕັ້ງການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ,
ວັນ ເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໃຫ້ມີປະສິດທິຜົນ, ມີຄຸນນະພາບ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນໂດຍມີການປຸກລະດົມທົ່ວ
ສັງຄົມໃຫ້ມີການປູກຕົ້ນໄມ້ຢູ່ສວນຂອງຕົນ, ຢູ່ສຳນັກງານ, ສວນສາທາລະນະ ແລະ ມີການປົກປັກຮັກສາໃຫ້
ເຕີບໂຕ ແລະ ຍືນຍົງ.
No comments:
Post a Comment