Ad

Ad

29 May 2014

ບັນຫາຢາເສບຕິດຢູ່ແຂວງຈຳປາສັກມີທ່າອ່ຽງຫຼຸດລົງຫລາຍຍ້ອນການເອົາໃຈໃສ່ສະກັດກັ້ນຂອງເຈົ້າໜ້າທີ່

   ໃນໄລຍະປີໜຶ່ງຜ່ານມາແຂວງຈຳປາສັກໄດ້ທຳລາຍ ແລະ ມ້າງຄະດີຄ້າຂາຍຢາເສບຕິດໄດ້ 98 ເລື່ອງ, ສາມາດຈັບຕົວຜູ້ຕ້ອງ ຫາມາດຳເນີນຄະດີໄດ້ 347 ຄົນ, ຢຶດຂອງກາງຢາບ້າກວ່າ 50.000 ເມັດ, ຢາອີ (Ice) 3 ຖົງ ແລະ ກັນ ຊາ 3 ໂຕນກວ່າ, ຢຶດພາຫະນະ ໄດ້ 7 ຄັນ, ອາວຸດເສິກ 8 ກະ ບອກ ແລະ ອຸປະກອນເສບຢາ ເສບຕິດອີກຈຳນວນໜຶ່ງ ແລະ ໄປພ້ອມກັບກາ ນລົງໂທດດ້ວຍ ລະບຽບກົດໝາຍແລ້ວພາກສ່ວນກ່ຽວຂ້ອງຍັງໄດ້ສຸມໃສ່ເຮັດ ວຽກງານໂຄສະນາເຜີຍແຜ່ບັນ ດາຂໍ້ກຳນົດ, ກົດລະບຽບ, ຄຳ ສັ່ງ ແລະ ຂໍ້ຕົກລົງຕ່າງໆກ່ຽວ ກັບຜົນຮ້າຍຂອງຢາເສບຕິດໃນສະຖາບັນສຶກສາ, ໂຮງຈັກ, ໂຮງ ງານ ແລະ ຊຸມຊົນໃນຂອບເຂດ ທົ່ວແຂວງ; ເອົາໃຈໃສ່ສ້າງບ້ານ ປອດຢາເສບຕິດ, ບ້ານປ້ອງກັນ ຄວາມສະຫງົບດີ, ບ້ານປອດຄະດີ, ບ້ານກອງຫຼອນເຂັ້ມແຂງ ແລະ ສ້າງໂຮງຮຽນປອດຢາ ເສບຕິດ, ກົມກອງປອດຢາເສບ ຕິດ ແລະ ກົມກອງພັດທະນາ, ໄດ້ເອົາ ໃຈໃສ່ປິ່ນປົວຜູ້ຕິດຢາເສບຕິດ. ນອກນັ້ນ ຍັງໄດ້ຮ່ວມ ມືກັບບັນດາປະເທດທີ່ມີຊາຍ ແດນຕິດຈອດກັນໂດຍໄດ້ຮ່ວມ ກັນສ້າງ ຕັ້ງຫ້ອງການປະສານງານຮ່ວມມືຄວບຄຸມຢາເສບຕິດຊາຍແດນ (BLOS) ລະຫວ່າງ ລາວ-ກຳປູເຈຍ ແລະ ລະຫວ່າງ ລາວ- ໄທ ອີກ​ສອງ​ແຫ່ງ. ຈາກ​ສະພາບ​ດັ່ງກ່າວ​ເຫັນ​ວ່າ​ນັບ​ແຕ່​ຕົ້ນປີ​ມານີ້ບັນຫາເສບຕິດໃນ ທ້ອງຖິ່ນຫລຸດ​ໜ້ອຍຖອຍລົງ, ແຕ່ຄຽງ​ຄູ່​ກັນນັ້ນບາງບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານໃກ້ຄຽງຍັງສືບຕໍ່ຂະຫຍາຍຕົວແຮງ​ໂດຍ​ສະ​ເພາະ​ການລະບາດຂອງ ຢາ​ບ້າ ​ແລະ ​ໃນ​ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້, ຄ້າຂາຍ​ໄມ້​ຢ່າງ​ຜິດ​ກົດໝາຍ.

No comments:

Post a Comment