ໃນວັນທີ 27 ພຶດສະພາຜ່ານມານີ້, ສານປະຊາຊົນນະຄອນ
ຫລວງວຽງຈັນ ໄດ້ຕັດສິນລົງໂທດທ້າວ ພອນທະວີ ອາຍຸ 26 ປີ ແລະ ທ້າວ ທອງສົນ ອາຍຸ
25 ປີ ທັງສອງຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ
9 ປີ ແລະ 5 ປີ, ພາຍຫລັງທັງສອງຖືກເຈົ້າໜ້າທີ່ກັກຕົວໄດ້ໃນເດືອນມັງກອນ
2013 ຜ່ານມາ ໃນຂໍ້ຫາຄ້າຂາຍຢາເສບຕິດພ້ອມຂອງກາງຢາບ້າເກືອບພັນເມັດ ແລະ
ຢາໄອຈຳນວນໜຶ່ງ, ເຈົ້າ ໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວແມ່ນຂະບວນການເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ໄວລຸ້ນໃນເຂດເມືອງຫາດຊາຍຟອງມາເປັນເວລາດົນແລ້ວ
ກ່ອນຖືກກັກຕົວມາດຳເນີນຄະດີຕາມກົດໝາຍ ແລະ ສານໄດ້ປັບໄໝຜູ້ຕ້ອງໂທດທ້າວ
ພອນທະວີ ເປັນເງິນ 82 ລ້ານກີບ ແລະ ທ້າວ ທອງສົນ 10 ລ້ານກີບ.
No comments:
Post a Comment