ເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນອັກຄີໄພ
ແຂວງຫົວພັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 25 ພຶດ ສະພາຜ່ານມາ, ໄດ້ເກີດເຫດໄຟໄໝ້ແຮ່ຖ່ານຫີນຢູ່ສະໜາມເກັບມ້ຽນທີ່ບ້ານດອນ
ເມືອງຊຳເໜືອ ແຂວງຫົວພັນ ໂດຍເຈົ້າໜ້າທີ່ໄດ້ລະດົມກຳລັງລົດມອດໄຟຈຳ ນວນຫລາຍຄັນເຂົ້າດັບມອດເປັນເວລາ
3 ວັນ ຈຶ່ງສາມາດຢັບ ຢັ້ງກະແສໄຟບໍ່ໃຫ້ລຸກລາມສ້າງຄວາມເສຍຫາຍໄປເປັນບໍລິກວ້າງ.
ເຫດການອັກຄີໄພຄັ້ງນີ້ເຮັດໃຫ້ຖ່ານຫີນເສຍຫາຍ 3 ພັນໂຕນ ລວມມູນຄ່າປະມານ
900 ລ້ານກີບ, ສ່ວນສາເຫດຂອງອັກ ຄີໄພແມ່ນເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນ.
No comments:
Post a Comment