ອົງການສະຫະປະຊາຊາດເພື່ອປະຊາກອນ ໃຫ້ຮູ້ວ່າ:
ລາວມີປະຊາກອນປະ ມານ 6 ລ້ານຄົນ, ອັດຕາການຈະເລີນພັນ 3,2 ຄົນຕໍ່ແມ່ຍິງ 1 ຄົນ,
ອັດຕານຳໃຊ້ການຄຸມກຳເນີດ 50%, ການນຳໃຊ້ຄຸມກຳເນີດແບບທັນສະໄໝ 42%, ມີການວາງແຜນຄອບຄົວ
ແຕ່ບໍ່ໄດ້ການຕອບສະໜອງມີ 20%, ການນຳໃຊ້ຖົງຢາງອະນາໄມຂອງຜູ້ຊາຍມີພຽງ
1%, ອັດ ຕາເກີດລູກໃນໄວໜຸ່ມ 94 ຄົນຕໍ່ 1 ພັນຄົນ, ອັດຕາເກີດລູກ ແລະ ລ້ຽງລູກຕອນອາຍຸຍັງນ້ອຍກວມ
18%, ອັດຕາຕາຍຂອງແມ່ສູງເຖິງ 357 ຄົນຕໍ່ແມ່ຍິງ 1 ແສນຄົນ, ອັດຕາການຕາຍຂອງເດັກ
ນ້ອຍເກີດໃໝ່ 32 ຄົນຕໍ່ເດັກເກີດ 1 ພັນຄົນ ແລະ ໄລຍະຝາກທ້ອງການ ກວດຊອກຫາເຊື້ອພະຍາດເອດສໄອວີກວມ
6%. ນີ້ແມ່ນຕົວຊີ້ວັດແຫ່ງຊາດທີ່ສະແດງໃຫ້ເຫັນວ່າ: ສຸຂະພາບຂອງໄວໜຸ່ມລາວຍັງມີໂຕເລກສ່ຽງອັນ
ຕະລາຍສູງຕໍ່ການຈະເລີນເຕີບໃຫຍ່ ຍ້ອນການວາງແຜນຄອບ ຄົວມີອັດຕາສ່ວນໜ້ອຍ.
ອົງການສະຫະປະຊາຊາດ ລາຍງານວ່າ: ໃນປະເທດພວມພັດທະນາ
ລວມທັງ ສປປ ລາວ, ແມ່ຍິງຍັງສືບຕໍ່ທຸກທໍລະມານ ແລະ ເສຍຊີວິດຍ້ອນເຂົາເຈົ້າບໍ່ສາມາດເຂົ້າເຖິງການຄຸມກຳເນີດໃນເວລາທີ່ຕ້ອງການ.
ໃນເວ ລາຖືພາແຕ່ລະຄັ້ງແມ່ນການເພີ່ມຄວາມສ່ຽງຂຶ້ນຫລາຍເທົ່າຕໍ່ການເສຍຊີວິດຍ້ອນອາການສົນຕ່າງໆທີ່ເກີດຈາກການຖືພາ
ຫລື ໃນເວລາເກີດລູກ. ນອກຈາກແມ່ ຍິງຈະເສຍຊີວິດແລ້ວຍັງມີຫຼາຍຄົນທີ່ທົນທຸກທໍລະມານຍ້ອນການເຈັບປ່ວຍ
ຫລື ເປັນຄົນພິ ການ ເຊິ່ງສ່ວນໃຫຍ່ແມ່ນບໍ່ໄດ້ລາຍງານ.
ອັດຕາການຕາຍຂອງແມ່ຍັງສູງ ໂດຍສະເພາະໃນກຸ່ມໄວໜຸ່ມຍິງທີ່ມີຖານະທຸກຍາກ
ແລະ ດ້ອຍໂອກາດຍ້ອນໄວໜຸ່ມຍິງສ່ວນຫລາຍບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການຄຸມກຳເນີດ.
ການເພີ່ມການເຂົ້າເຖິງ ແລະ ນຳໃຊ້ວິທີການຄຸມກຳເນີດ ທີ່ທັນສະໄໝໃນ ສປປ
ລາວ ຈະສົ່ງຜົນກະທົບໂດຍທາງກົງ ແລະ ໃນທາງອ້ອມຕໍ່ການບັນລຸບັນດາເປົ້າໝາຍສະຫັດສະວັດດ້ານການພັດທະນາ.
ສຳລັບການພັດ ທະນາທີ່ຍືນຍົງແລ້ວ, ການວາງແຜນຄອບຄົວຈະເປັນການລົງ ທຶນທີ່ກຸ້ມຄ່າ
ທັງໃນປັດຈຸບັນ ກໍຄືໃນອະນາຄົດ.
ໃນປີ 1994, ລັດຖະບານລາວ ພ້ອມດ້ວຍ 179 ປະເທດ
ມີພັນທະໃນການປະຕິບັດບັນດາບາດກ້າວຕ່າງໆ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການດ້ານການວາງແຜນຄອບຄົວຂອງປະຊາກອນຂອງຕົນ
ແລະ ໃຊ້ທຸກຄວາມພະຍາຍາມ ເພື່ອສະ ໜອງການບໍລິການວາງແຜນຄອບຄົວ ແລະ ການບໍລິການກ່ຽວກັບສຸຂະພາບຈະເລີນພັນຢ່າງຄົບຊຸດ,
ປອດໄພ ແລະ ໜ້າເຊື່ອຖືໃຫ້ກັບທຸກຄົນ. ນອກຈາກນີ້, ນະໂຍບາຍວາງແຜນລູກຫ່າງແຫ່ງຊາດ
(1995) ປະກາດແຈ້ງ ວ່າ: ວິທີການ ແລະ ການບໍລິ ການຄຸມກຳເນີດ ຈະສະໜອງໃຫ້ທຸກຄົນທີ່ຕ້ອງການໂດຍບໍ່ເສຍຄ່າໃຊ້ຈ່າຍ,
ບໍ່ຈຳແນກສະຖານະພາບການແຕ່າງງານ ແລະ ສະຖານະພາບທາງສັງຄົມ ແລະ ບ່ອນຢູ່ ແລະ
ໃນນະໂຍບາຍວ່າດ້ວຍສຸຂະພາບຈະເລີນພັນແຫ່ງຊາດ (2005) ລັດຖະ ບານໃຫ້ຄຳໝັ້ນສັນຍາວ່າ:
ຈະປັບປຸງການມີສະໜອງໃຫ້ນຳໃຊ້, ຄວາມຍືນຍົງ ແລະ ການເຂົ້າເຖິງຂອງການບໍລິການວາງແຜນຄອບຄົວທີ່ມີຄຸນນະພາບ
ສຳລັບຜົວເມຍ ແລະ ບຸກຄົນທີ່ມີອາຍຸໄວຈະເລີນ ພັນໝົດທຸກຄົນ. ເຖິງວ່າແມ່ຍິງ
ແລະ ຜູ້ຊາຍຈະມີຄວາມຮູ້ກ່ຽວກັບການຄຸມກຳເນີດແບບທັນສະໄໝສູງເຖິງ 94
ແລະ 95%, ແຕ່ມີແມ່ຍິງທີ່ແຕ່ງງານພຽງ 42% ເທົ່ານັ້ນ ທີ່ໄດ້ນຳໃຊ້ການວາງແຜນຄອບຄົວແບບທັນສະໄໝ.
ແຕ່ແນວໃດກໍຕາມ, ມີພຽງການວາງແຜນຄອບຄົວຢ່າງຖືກວິທີທີ່ຈະຊ່ວຍຫລຸດຜ່ອນອັດຕາການຕາຍຂອງແມ່
ແລະ ເດັກນ້ອຍເກີດໃໝ່ ແລະ ປັບປຸງສຸຂະພາບ ແລະ ສະພາບການເປັນຢູ່ ຂອງແມ່ ແລະ
ລູກໃຫ້ດີຂຶ້ນ.
No comments:
Post a Comment