ໂດຍ : ວິເສດ ສະແຫວງສຶກສາ
ທຸກຄັ້ງເມື່ອລາວເຮົາກະກຽມຈັດກອງປະຊຸມລະດັບພາກພື້ນ
ຫລື ລະດັບສາກົນ, ບັນຫາໜຶ່ງທີ່ຮີບຮ້ອນເຮັດນັ້ນ ກໍຄື ການອົບຮົມພະນັກງານທີ່ຈະເຮັດໜ້າທີ່ຮັບ
ຜິດຊອບຮັບແຂກບ້ານແຂກ ເມືອງ ແລະ ຜູ້ສະໝັກມາວຽກອັນ ຊົງກຽດນີ້ສ່ວນ ຫລາຍກໍແມ່ນນັກສຶກສາມະຫາວິທະຍາໄລ
ເອີ້ນ ຫຍໍ້ວ່າ: ມ.ຊ. ຖ້າເປັນຢູ່ແຂວງກໍຄົງບໍ່ມົ້ມນັກສຶກສາຈາກສະຖາ ບັນທີ່ມີ ຢູ່ໃນແຂວງແນ່ນອນ.
ພູດໃຫຍ່ໆ ຫລື ຊິເອີ້ນວ່າ: ໂກຕາກໍ ໄດ້ ແມ່ນນັກສຶກສາທີ່ຮູ້ພາສາຕ່າງປະເທດ ໂດຍຢຶດພາສາອັງກິດ
ເປັນຕົ້ນຕໍເພາະກອງປະຊຸມໃນຂອບອາຊຽນ, ໄອປາ (ສະມັດ ຊາລັດຖະສະພາລະຫວ່າງຊາດ ອາຊຽນ) ແລະ ອື່ນໆນັ້ນເພິ່ນ
ໃຊ້ພາສາອັງກິດເປັນພາສາເຮັດວຽກ. ຫລຸດຈາກ ມ.ຊ ແລ້ວ ກໍມີມາຈາກໂຮງຮຽນເອກະຊົນຈຳນວນໜຶ່ງທີ່ມີຫລັກສູດພາ
ສາອັງກິດໄດ້ມາດຖານ. ນອກນັ້ນ ກໍມີມາຈາກກະຊວງ ແລະ ກົມກອງອ້ອມຂ້າງ. ອີກອັນໜຶ່ງທີ່ບໍ່ໄດ້ຂຽນໄວ້ໃນເອກະສານ
ແລະ ບໍ່ມີໃບປະກາດຢັ້ງຢືນແຕ່ອາໄສ “ສາຍຕາ” ກຳມະການຕັດສິນ ນັ້ນຄືຄວາມສະຫລາດປາດ ເປື່ອງ,
ໃບໜ້າ, ຮູບໂສມ ປະໂນມພັນຂອງຜູ້ມາສະໝັກເປັນຜູ້ຕິດ ຕາມແຂກ ເອີ້ນຕາມສຽງໂຕຫຍໍ້ ພາສາອັງກິດວ່າ:
L.O (ເອລໂອ) ພະນັກງານປະ ສານງານ ຫລື ຕິດຕາມແຂກ ແລະ ພະນັກງານອາ ສາສະໝັກ ເອີ້ນວ່າ: ວີໂອ
(V.O) ຫລື ບໍ່ເວົ້າຄວາມງາມກໍເປັນສິ່ງ ຕັດ
ສິນພໍສົມຄວນເພາະ L.O ຫລື V.O ເຊິ່ງເກືອບ
90% ແມ່ນນາງ ສາວລາວໄວ “ເອາະໆ” ນັ້ນແນ່ ນອນ ຢ່າງໜ້ອຍກໍຕ້ອງ “ພໍເຂົ້າ ວັດເຂົ້າວາ” ໄດ້,
ຫາກໄດ້ປານ ນາງຫົງເດີນດິນແຮງຄັກ. ເລື່ອງ ນີ້ຊິວ່າງ່າຍກໍຄືຍາກ-ຊິວ່າຍາກກໍ ຄືງ່າຍ ເພາະຖ້າ
ຕັດສິນເອົາແຕ່ ຮູບຊົງເປືອກມັນກໍງ່າຍ ແຕ່ຖ້າ ຕ້ອງເບິ່ງເລິກໄປກວ່ານັ້ນມັນກໍ ຕ້ອງໄດ້ໃຊ້ເວລາ,
ຄົນງາມໃຈບໍ່ ງາມນຳກໍ ບໍ່ອຶດ, ຄົນຮູບຮ່າງຕົກ ເກດ (ມາຈາກພາສາອັງກິດວ່າ: gradl) ແຕ່ໃຈງາມເຫລືອຫລາຍກໍ
ມີເຕັມໄປທົ່ວ. ແຕ່ສຳຄັນໄປກວ່າ ນັ້ນ ແມ່ນຄວາມເຫັນໃຈທີ່ຕ້ອງ ໄດ້ບິແບ່ງໃຫ້ກັນ ແລະ ກັນ.
ຈານ ແຍ່ເຄີຍໄດ້ຍິນສຽງຈົ່ມຄ້ອຍນ້ອຍ ໃຈຂອງຜູ້ສະໝັກເປັນ L.O, V.O ໂດຍສະເພາະແມ່ນແມ່ຍິງ
ເພາະ ຢ້ານສະໝັກບໍ່ໄດ້ ຍ້ອນຮູບຮ່າງບໍ່ ໃຫ້ (ຕາມຄວາມຄິດຂອງຜູ້ກ່ຽວ) ຖ້າບັງ ເອີ້ນວ່າຖືກ
ຄັດອອກ ແນ່ ນອນຄວາມຕ່ຳຄ້ອຍນ້ອຍໃຈກໍ ຈະທະວີຄູນຂຶ້ນເປັນຫລາຍທົບ. ການຄັດເລືອກເອົາພະນັກງານ
L.O ແລະ V.O ນັ້ນ ມັກຈະເນັ້ນ ຄວາມຮູ້ທີ່ພົວພັນກັບອົງການທີ່ ຈັດກອງປະຊຸມເຊັ່ນ: ຖ້າເປັນອາ
ຊຽນກໍຕ້ອງຮູ້ເລື່ອງ ອາຊຽນ, ຮູ້ ປະຫວັດຂອງປະເທດສະມາຊິກ ອາຊຽນ ແຕ່ທີ່ຂາດບໍ່ໄດ້ກໍຄື ເລື່ອງເມືອງລາວຂອງເຮົາເອງ
ເພາະ L.O, V.O ໃນຕົວກໍແມ່ນ ທູດນ້ອຍຕາງໜ້າບ້ານເມືອງ ຂອງເຮົາຕໍ່ໜ້າແຂກ. ຄວາມຮູ້ ຮອບໂຕອື່ນໆກໍມີ
ເລື່ອງມາລະ ຍາດລາວ, ມາລະ ຍາດສາກົນ, ມາລະຍາດຂອງປະເທດແຂກທີ່ ຮັບຜິດຊອບ. ນອກນັ້ນ ຍັງມີ
ເລື່ອງພິທີການ ແລະ ມາລະຍາດ ທີ່ເປັນມາດ ຖານສາກົນ ນຳອີກ. ຈານແຍ່ບໍ່ເຄີຍເປັນກຳມະການ ຄັດເລືອກພະນັກງານຕິດຕາມ
ແຂກ. ມີແຕ່ຢາກບອກວ່າ: ເພື່ອຕັດບັນ ຫາຄວາມຫຍຸ້ງ ຍາກນການຄັດເລືອກ, ຄະນະຮັບຜິດ ຊອບເລື່ອງນີ້ຄວນມີໜັງສືແຈ້ງ
ກ່ຽວກັບມາດຖານຂອງ L.O, V.O ໄວ້ແຕ່ຫົວທີ ໂລດ. ຍາກໄດ້ມາດຖານຊ່ຳໃດ ກໍຄວນບອກໃຫ້ ແຈ້ງໂລດ
ເພື່ອຜູ້ສະໝັກຈະໄດ້ພິ ຈາລະນາຕົນເອງໄວ້ລ່ວງ ໜ້າ, ສ່ວນ ເລື່ອງມາລະຍາດ, ປະຫວັດ ຄວາມເປັນມາຂອງກອງປະຊຸມ
ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ກໍຄວນພິມເປັນປຶ້ມ ຈຳໜ່າຍທົ່ວ ໄປ ເພື່ອບໍ່ໃຫ້ຍາກຊອກຄົນມາ
ຂຶ້ນຫ້ອງກິນຄາຍອີກ. ຖ້າພວກ ເຮົາມີເອກະສານອັນຈຳເປັນສະ ໜອງໄວ້ແຕ່ເນີນໆ ມັນກໍ ຈະເຮັດ ໃຫ້ການຄັດເລືອກພະນັກງານຕິດຕາມແຂກງ່າຍຂຶ້ນ,
ການອາໄສ ແຕ່ “ສາຍຕາ” ກຳມະການນັ້ນ ກໍ ຈະຫລຸດລົງ, L.O ທີ່ເລືອກໄດ້ກໍຈະມີຄຸນນະພາບ, ທ່າອ່ຽງເບິ່ງ
ແຕ່ເປືອກນອກກໍຈະຫລຸດລົງ, ກຳຈັດທ່າອ່ຽງທີ່ວ່າ: “ເລືອກຄົນງາມ ໄວ້ກ່ອນ, ເລື່ອງຄວາມຮູ້ຈຶ່ງຄ່ອຍເຝິກຄ່ອຍແອບເອົາຕາມຫລັງ”.
No comments:
Post a Comment