ຜູ້ນຳເຂົ້າລົດກົນຈັກໜັກຍີ່ຫໍ້ ທາທາ ແດວູ
(TATA Daewoo) ຢູ່ ສປປ ລາວ ມີຄວາມເຊື່ອໝັ້ນ ວ່າ: ໃນອະນາຄົດຂ້າງໜ້າຈະສູ້ຊົນກ້າວຂຶ້ນຄອງຕະຫລາດລົດກົນຈັກໜັກໃນລາວໃຫ້ໄດ້,
ພາຍ ຫລັງ 4 ປີຜ່ານມາ ບັນລຸຍອດຂາຍຫລາຍກວ່າ 700 ຄັນແລ້ວ.
ທ່ານ ຈັນສະໝອນ ສີຫາເທບ ປະທານກຸ່ມບໍລິສັດ
ມານີຍົມກຣຸບ ກ່າວໃນພິທີເປີດຫ້ອງຂາຍລົດກົນຈັກໜັກ ທາທາ ແດວູ ຢູ່ບ້ານສີດຳດວນ
ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໃນວັນທີ 29 ພຶດສະພານີ້ວ່າ: ພາຍຫລັງບໍລິສັດພວກເຮົາໄດ້ນຳເຂົ້າລົດກົນຈັກໜັກຍີ່ຫໍ້ດັ່ງກ່າວຈາກ
ສ.ເກົາຫລີ ມາຈຳໜ່າຍຢູ່ລາວ ນັບແຕ່ປີ 2010 ເປັນຕົ້ນມາ ເຫັນວ່າໄດ້ຮັບຄວາມນິຍົມຈາກລູກຄ້າ
ກໍຄືບັນດາໂຄງການກໍ່ສ້າງ, ບໍລິສັດ ລວມເຖິງຜູ້ປະກອບການຂົນສົ່ງຕ່າງໆເປັນຢ່າງດີ,
ມາຮອດປັດຈຸບັນມີຍອດຂາຍຫລາຍກວ່າ 700 ຄັນ ແລະ ສາ ມາດສົ່ງມອບໃຫ້ລູກຄ້າໄປແລ້ວ
500 ກວ່າຄັນ ແລະ ຈະສົ່ງມອບໃຫ້ລູກຄ້າຕື່ມອີກໃນໄວໆນີ້ຈຳນວນ 100 ກວ່າຄົນ
ເຊິ່ງ
ປະກອບມີລົດດ້າມ, ລົດຈົກ, ລົດສະແຕ໋ກ, ລົດໂມ້ປູນ, ລົດປ້ຳປູນ ແລະ ອື່ນໆ
ໂດຍລູກຄ້າສ່ວນໃຫຍ່ແມ່ນໂຄງການກໍ່ ສ້າງເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ, ກໍ່ສ້າງຂົວທາງ
ແລະ ບໍລິ ສັດຂົນສົ່ງຕ່າງໆ, ພ້ອມທັງເຊື່ອໝັ້ນວ່າ: ຈະໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ
ແລະ ກ້າວຂຶ້ນເປັນລົດກົນຈັກໜັກທີ່ໄດ້ຮັບຄວາມນິຍົມສູງຢູ່ລາວໃນອະນາ ຄົດ.
ທ່ານປະທານບໍລິຫານລະດັບສູງບໍລິສັດ ທາທາ
ແດວູ ຈາກ ສ.ເກົາຫລີ ກ່າວວ່າ: ກຸ່ມບໍລິສັດມະ ນີຍົມກຣຸບ ຄືຄູ່ຮ່ວມມືທາງທຸລະກິດທີ່ດີ
ແລະ ພ້ອມທີ່ຈະສະໜັບ ສະໜູນໃນດ້ານຕ່າງໆ ເພື່ອໃຫ້ຜະລິດຕະພັນລົດຂອງພວກເຮົາເປັນທີ່ນິຍົມຢູ່ລາວ
ແລະ ປັດຈຸ ບັນ ລົດກົນຈັກໜັກຍີ່ຫໍ້ດັ່ງກ່າວມີຈຳໜ່າຍຢູ່ຫລາຍກວ່າ 40 ປະເທດໃນໂລກ.
ສຳລັບພິທີເປີດຫ້ອງຂາຍລົດດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມຂອງທ່ານ
ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າສຳນັກງານປະທານປະເທດ, ທ່ານນາງ ເຂັມມະນີ ພົນເສນາ
ລັດຖະມົນຕີວ່າ ການກະຊວງອຸດສາຫະກຳ ແລະ ການຄ້າ.

No comments:
Post a Comment