Ad

Ad

30 May 2014

ບໍລິສັດ ອາລີ​ອັນ ປະກັນ​ໄພ​ລາວ ປະຊຸມ​ຕົວ​ແທນ​ຈຳໜ່າຍທົ່ວ​ປະ​ເທດ​ປີ 2014



    ກອງ​ປະຊຸມສຳ​ມະ​ນາ​ຕົວ​ແທນບໍລິສັດ ອາລີ​ອັນ ປະກັນ​ໄພ​ລາວ (ບປລ) ທົ່ວ​ປະ​ເທດ ປະຈຳ​ປີ 2014 ​ໄດ້​ຈັດ​ຂຶ້ນທີ່​ໂຮງ​ແຮມ​ວຽງ​ຈັນ​ພລາຊາ ນະຄອນ​ຫລວງ​ວຽງ​ຈັນ ​​ໃນ​ວັນ​ທີ 29-30 ພຶດສະ ພາ​ນີ້ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ກີ ອາ​ໂປ​ວີ ຜູ້ອຳນວຍ ການ​ບໍລິສັດ ອາລີ​ອັນ ປະກັນ​ໄພ ລາວ (ບປລ), ມີ​ບັນດາ​ຫົວໜ້າ​ພະ​ແນ​ກການ​ຕ່າງໆ ​ແລະ ຕົວ​ແທນ ບປລ ຈຳ ນວນ 150 ກວ່າ​ທ່ານ​ເຂົ້າຮ່ວມ.
     ການ​ສຳ​ມະ​ນາຄັ້ງນີ້​ແມ່ນ​ເພື່ອ​ໃຫ້​ບັນດາ​ຕົວ​ແທນ ບປລ ຮັບ​ຊາບ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ​ບໍລິສັດ​ໃນ​ປີ 2014, ລາຍ​ງານ​ສະພາບ​ຕະຫລາດ​ປະກັນ​ໄພ​ໃນ ສປປ ລາວ, ​ແຈ້ງ​ຜົນ​ໄດ້​ຮັບ ກໍ​ຄື​ຂໍ້​ແຂ່ງຂັນ​ຕ່າງໆ​ຂອງ​ຕົວ​ແທນ​ທົ່ວ​ປະ​ເທດ​ທີ່​ປະຕິບັດ​ໄດ້​ໃນ​ປີ 2013 ຜ່ານ​ມາ, ພ້ອມ​ທັງ​ສະຫລຸບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ ການ​ຕ່າງໆ​ທີ່​ໄດ້​ເຮັດ​ສຳ​ເລັດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໂຄງການ​ທີ່​ພວມ​ດຳ​ເນີນ​ຢູ່, ມີ​ການ​ຖອດ​ຖອນ​​ແລກປ່ຽນ​ບົດຮຽນ​ລະ ຫວ່າງ​ພະນັກງານ​
ວິຊາ​ການ ແລະ ຕົວ​ແທນ​ກ່ຽວ​ກັບ​ຂໍ້​ສະດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ຂອດ​ການ​ປະຕິບັດ​ວຽກ​ງານ ​ແລະ ການ​ບໍລິການ​ປະກັນ​ໄພ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ປັບປຸງ​ຂອດ​ການ​ບໍລິ ການ​ຂອງ​ທຸລະ​ກິດ​ປະກັນ​ໄພ​ມີ​ການ​ພັດທະນາ​ຂຶ້ນ​ໄປ​ເລື້ອຍໆ ແລະ ​ແທດ​ເໝາະ​ກັບ​ຄວາມ​ຕ້ອງ ການ​ຂອງ​ລູກ​ຄ້າ​ທີ່​ແທ້​ຈິງ.
     ​ເພື່ອ​ເປັນ​ການ​ຢ້ຳ​​ເຖິງ​ຜົນສຳ​ເລັດ​ຂອງ​ຕົວ​ແທນ ບປລ ຂອງ​ປີຜ່ານມາ, ​ໃນ​ກອງ​ປະຊຸມຍັງ​ມີ​ການ​ມອບ​ລາງວັນ​ໃຫ້​ແກ່​ຕົວ​ແທນ​ດີ​ເດັ່ນ​ທີ່​ມີ​​ໂຕ​ເລກ​ການ​ຂາຍ​ຂະຫຍາຍຕົວ​ຫລາຍ​ທີ່​ສຸດ​ປະຈຳ​ປີ 2013 ​ແລະ ​ໄດ້ປະກາດ​ລາງ ວັນ​ທ່ອງ​ທ່ຽວ ສປ ຈີນ ​ແກ່​ຕົວ​ແທນ​ບັນລຸ​ເປົ້າໝາຍ​ການ​ຂາຍ​ໃນ​ປີ 2013 ຈຳນວນ 44 ທ່ານ ໃນ​ທ້າຍ​ເດືອນ​ພຶດສະພານີ້ນຳ​ອີກ.

No comments:

Post a Comment