Ad

Ad

30 May 2014

ແຕ່ງຕັ້ງຜູ້​ຮັກສາ​ການ​ຊົ່ວຄາວ​ເຈົ້າຄອງນະຄອນຫລວງ​ວຽງ​ຈັນ ແລະ ຜູ້​ຮັກສາ​ການ​ຊົ່ວຄາວ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ



     ອີງ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ອັນ​ຈຳ​ເປັນ ​ແລະ ​ເລັ່ງດ່ວນ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ. ດັ່ງນັ້ນ, ​ໃນ​ວັນ​ທີ 29 ພຶດສະ ພາ​ນີ້, ຄະນ​ະ​ເລຂາທິການ​ສູນ​ກາງ​ພັກ ຈຶ່ງ​ມີ​ມະຕິ​ຕົກລົງ​ປະ ກາດ​ແຕ່ງຕັ້ງສະຫາຍ ສົມ​ວັນ​ດີ ນາ​ຖາ​ວົງ ​ເປັນ​ຜູ້​ຮັກສາ​ການ​ຊົ່ວ ຄາວ​ເລຂາ​ຄະນະ​ບໍລິຫານ​ງານ​ພັກນະຄອນຫລວງ​ວຽງ​ຈັນ ທັງ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ເຈົ້າ ຄອງ​ນະຄອນຫລວງ​ວຽງ​ຈັນ ແລະ ​ແຕ່ງຕັ້ງ ສະຫາຍ ສີ​ສຸກ ພິລາ​ວົງ ​ເປັນ​ຜູ້​ຮັກສາ​ການ​ຊົ່ວ ຄາວ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ ທັງ​ເປັນ​ຜູ້​ຮັກສາ​ການ​ຊົ່ວ ຄາວ​ຫົວໜ້າ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ແລະ ຂໍ​ໃຫ້ຫ້ອງ​ວ່າ ການ​ສູນ​ກາງ​ພັກ, ຄະ​ນະ​ຈັດຕັ້ງ ສູນ​ກາງ​ພັກ, ບັນດາ​ກະຊວງ, ອົງການ ​ແລະ ອົງການ​ຈັດຕັ້ງ ຂັ້ນທ້ອງ​ຖິ່ນ ຈົ່ງ​ຮັບ​ຮູ້ ​ແລະ ປະ ຕິບັດ​ຕາມ​ມະຕິ​ຕົກລົງ​ນີ້ດ້ວຍ.

No comments:

Post a Comment