Ad

Ad

30 May 2014

ໂຮງໝໍແມ່ ແລະ ເດັກ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ



       ວັນທີ 29 ພຶດສະພານີ້ໂຮງໝໍແມ່ ແລະ ເດັກໄດ້ຈັດພິທີເລື່ອນ ສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ, ຂຶ້ນ ຢູ່ ໂຮງໝໍດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ຮອງສາສະດາຈານ.ດຣ ບົວວັນ ແສນສະ ຖິດ, ອຳນວຍການໂຮງໝໍ ແມ່ ແລະ ເດັກ, ມີຫົວ ໜ້າຫ້ອງການກະຊວງສາທາສະນະສຸກ, ເລຂາ ໜ່ວຍພັກ, ພ້ອມດວ້ຍສະມາຊິກ ພັກສົມບູນ ແລະ ພະນັກ ງານແພດໝໍເຂົ້າຮ່ວມເປັນຈຳນວນຫຼາຍ.
    ທ່ານປະທານກ່າວໃນພິທີວ່າ: ຜ່ານຈາກການຕິດຕາມສະມາຊິກສຳຮອງ 4 ສະຫາຍໃນ ໂຮງໝໍຂອງຕົນມາເປັນໄລຍະໜຶ່ງ ແລະ ເຫັນວ່າບັນດາສະຫາຍເຫຼົ່ານັ້ນມີຄວາມບຸກໜ້າ ບືນຕົວ, ມີຄຸນສົມບັດປະຕິບັດໜ້າທີ່ດີ, ສາມາດເປັນແບບຢ່າງໃຫ້ແກ່ພະນັກງານເພື່ອນ ຮ່ວມງານໄດ້ເປັນຢ່າງດີ, ໂດຍສະເພາະແມ່ນດ້ານມາລະຍາດການປາກເວົ້າທີ່ດີ, ການປະ ຕິບັດໜ້າທີ່ບໍລິການຄົນ ເຈັບດີໂດຍບໍ່ແບ່ງຊົນຊັ້ນວັນນະ, ເປັນແບບຢ່າງນຳພາມະຫາຊົນເຮັດໃຫ້ຄົນເຈັບທີ່ເຂົ້າມາປິ່ນປົວ  ແລະ ປະຊາຊົນຜູ້ທີ່ມາໃຊ້ບໍລິການນິຍົມຊົມຊອບ, ພ້ອມທັງສາ ມາຍົກສູງບາດການນຳພາຂອງພັກເຂົ້າໃນການຈັດຕັ້ງປະຕິ
ບັດວຽກງານ ແລະ ເຮັດຫລ້ອນໜ້າ ທີ່ທີ່ພັກມອບໝາຍໃຫ້, ພ້ອມກັນ ສ້າງງຕົນເອງຈົນກາຍເປັນສະມາຊິກພັກຜູ້ຫ້າວຫັນ, ສາມາດຕີຖອຍຄຳເວົ້າຂອງຄົນບໍ່ດີທີ່ວ່າ: “ຄົນລວຍບໍ່ໄດ້ເຂົ້າຄຸກຄົນທຸກບໍ່ ໄດ້ເຂົ້າໂຮງໝໍ”   ແລະ ຜ່ານຈາກການກວດ ກາ ຂອງຫ້ອງການພັກກະຊວງສາທາລະນະສຸກເຫັນວ່າທັງ 4 ສະຫາຍມີມາດຖານເງື່ອນໄຂໃນການເລື່ອນເປັນສະມາຊິກພັກສົມ ບູນຂອງພັກປະຊາຊົນປະຕິວັດລາວ.
       ທ່ານ ອຳນວຍການກ່າວ ວ່າ: ປັດຈຸບັນໂຮງໝໍແມ່ ແລະ ເດັກມີສະມາຊິກສົມບູນທັງໝົດ 27 ສະຫຍາຍ ແລະ ຈະສືບ ຕໍ່ກໍ່ສ້າງສະມາຊິກພັກຂອງໂຮງໝໍຕົນໃຫ້ມີທັງປະລິມານ ແລະ ຄຸນະພາບ.

No comments:

Post a Comment