ອົງການອະນາໄມໂລກລາຍງານເມື່ອບໍ່ດົນມານີ້ວ່າ: ແຕ່ລະປີມີຄົນເສຍຊີວິດຍ້ອນ ຢາສູບເຖິງ 6 ລ້ານຄົນ, ກາຍເປັນອັນດັບ ໜຶ່ງຂອງສາເຫດການເສຍຊີວິ ດໃນໂລກ,
ດັ່ງນັ້ນ, ຖ້າບໍ່ມີມາດ ຕະການຄວບຄຸມ ແລະ ການປະຕິບັດຢ່າງມີປະສິດທິຜົນ ແລ້ວ, ຮອດປີ
2020 ຈະມີຄົນຕາຍຍ້ອນ ພະຍາດທີ່ເກີດຈາກຢາສູບເພີ່ມ ເປັນ 10 ລ້ານຄົນຕໍ່ປີ, ສຳລັບ ສປປລາວ
ແລ້ວ, ຊ່ຽວຊານອົງ ການອະນາໄມ ໂລກຄິດໄລ່ວ່າ ຄົນລາວຕາຍຍ້ອນພະຍາດທີ່ເກີດຈາກຢາສູບປີລະ
4,807 ຄົນ, ສະ ເລ່ຍ 13 ຄົນ ຕໍ່ມື້, ຜົນຂອງການ ສຳຫຼວດແຫ່ງຊາດກ່ຽວກັບອັດ ຕາການສູບຢາໃນລາວປີ
2012 ເຫັນວ່າຄົນລາວມີອາຍຸ 15 ປີຂຶ້ນ ໄປມີ ປະມານ 3,4 ລ້ານກວ່າຄົນ, ໃນນັ້ນມີຜູ້ສູບຢາປະມານ
1 ລ້ານ ກວ່າຄົນ, (ກວມ 29,4%) ໃນນີ້ຜູ້ ຊາຍສູບຢາຫຼາຍ ກວ່າແມ່ ຍິງ (ຊາຍ 64,3%,ຍິງ15,5%)
ແລະ ຢູ່ຊົນນະບົດມີອັດຕາສ່ວນສູງ ກວ່າ30 %, ຕົວເມືອງ 17% ແລະ ອັດຕາການສູບຢາ ທີ່ສູງກວ່າໜູ່ແມ່ນພົບເຫັນຢູ່ໃນກຸ່ມຄົນທີມີ
ລາຍຮັບໜ້ອຍ ແລະ ກຸ່ມຄົນທີ່ມີ ການສຶກສາຕ່ຳ, ພ້ອມນັ້ນການສຳຫຼວດຍັງ
ພົບວ່າອັດຕາການສູບຢາຂອງຊາຍໜຸ່ມເພີ່ມຂຶ້ນ
ຈາກ 9,0%ໃນປີ 2007 ເປັນ 14,3% ໃນປີ 2011 ແລະ ຍິງໜຸ່ມເພີ່ມ ຈາກ 0,7% ໃນປີ 2003 ເປັນ
1,1 %ໃນປີ 2011 .
ອົງການອະນາໄມໂລກໃຫ້ ຮູ້ວ່າ: ບັນຫາຢາສູບໄດ້ສົ່ງຜົນ
ກະທົບຫຼາຍຢ່າງຕໍ່ວຽກງານສາທາລະນະສຸກຂອງລາວ, ເນື່ອງ ຈາກຢາສູບເປັນສາເຫດຫຼັກຂອງການເກີດພະຍາດຊ້ຳເຮື້ອຮ້າຍ
ແຮງເປັນຕົ້ນ: ພະຍາດມະເຮັງ, ປອດອັກເສບຊ້ຳເຮື້ອ, ຫົວໃຈ ວາຍ ແລະ ເສັ້ນເລືອດໃນສະໜອງແຕກ,
ຊຶ່ງພະຍາດດັ່ງກ່າວ ລວນແຕ່ເປັນພາລະຄ່າໃຊ້ຈ່າຍໃນການປິ່ນປົວເປັນເງິນຢ່າງມະ ຫາສານ ແລະ ນຳມາຊຶ່ງຄວາມພິການ,
ອຳມະພຶກ- ອຳມະພາດ ແລະ ເສຍຊີວິດກ່ອນໄວອັນຄວນ, ດັ່ງນັ້ນລັດຖະບານຄວນ ຈະຕ້ອງຈັດຢາສູບໃຫ້ເປັນສິນຄ້າພິເສດທີ່ຕ້ອງຄວບຄຸມການບໍລິໂພກ,
ເພື່ອຫຼຸດຜົນອັດຕາການຕາຍທີ່ເກີດຈາກຢາສູບລົງ, ໂດຍການຈັດຕັ້ງປະຕິບັດສົນທິສັນຍາອົງການອະນາໄມໂລກວ່າດ້ວຍການຄວບຄຸມຢາສູບ
ແລະ ເພີ່ມທະວີການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ເຂັ້ມງວດ, ກໍຈະສາມາດຫຼຸດຜ່ອນການສູບຢາລົງໄດ້.

No comments:
Post a Comment