ໂດຍ : ວິເສດ ສະແຫວງສຶກສາ
      ຈານແຍ່ບໍ່ໄດ້ເບິ່ງລະຄອນ “ມົນນາຄະລາດ”  ທີ່ໂທລະພາບ ຊ່ອງ 7 ຂອງໄທອອກອາກາດໃນ ຕອນເຊົ້າຂອງ ວັນທີ
 25 ພຶດສະພານີ້, ແຕ່ພໍມາຮູ້ເລື່ອງກໍໄດ້ ກາຍເປັນຂ່າວໃຫຍ່ກະທົບໃສ່
ຈິດໃຈຂອງປະຊາຊົນລາວຢ່າງ ໜັກໜ່ວງ ກໍຄືຈິດໃຈຂອງ ຜູ້ທີ່ຖະ ໜຸຖະໜອມຫອມຮັກສາຍພົວພັນ ມິດຕະພາບ
ລາວ-ໄທ, ໄທ-ລາວ ໃນຖານະ ເປັນປະເທດບ້ານໃກ້ ເຮືອນຄຽງທີ່ມີ ກຽດສັກສີເທົ່າ ທຽມກັນ. ພໍອ່ານພົບຂ່າວໃນວັນ
ທີ 27 ພຶດສະພາຕໍ່ມາວ່າ: ຄະນະ ຈັດທຳລະຄອນມົນນາຄະລາດ ໄດ້ເຂົ້າໄປ ມອບຊໍ່ດອກໄມ້ໃຫ້ ທ່ານທູດໃຫຍ່
ຫລີ ບຸນຄ້ຳ ທີ່ສະຖານທູດ ລາວຢູ່ບາງກອກ ເພື່ອຂໍ ໂທດຂໍໂພຍໃນຄວາມຜິດພາດ ຍ້ອນ ມີການກະທຳທີ່ເປັນການ
ຢຽບຢ່ຳສັກສີອະນຸສາວະ ລີປະຕູ ໄຊປູສະນີຍະສະຖານທີ່ເປັນມິ່ງ ຂວັນຂອງປະຊາຊົນລາວ, ຈານ ແຍ່ກໍຕັ້ງຄຳຖາມຂຶ້ນວ່າ:
ຊິຂໍໂທດ ອີກຈັກເທື່ອຈຶ່ງຊິພໍ ? ໃນຕົ້ນປີນີ້ ໂທລະພາບໄທຊ່ອງດຽວກັນນີ້ລະ ກໍໄດ້ມີລາຍການລໍ້
ລຽນພາສາ ລາວ ເພື່ອໃຫ້ ສັງຄົມເຫັນວ່າພາ ສາລາວເປັນພາສາບ້ານນອກ, ເປັນພາສາເຜົ່າພັນທີ່ຫລ້າຫລັງ
ບໍ່ ທັນສະໄໝ ບໍ່ຈະ ເລີນຊ່ຳ ພາສາໄທ, ພາສາລາວບໍ່ຮູ້ເອີ້ນ “ລົດໄຟ” ວ່າ: “ລົດໄຟ”. ເມື່ອຖືກຄົນລາວທີ່
ໃຈລາວເຕັມຮ້ອຍທ້ວງຕີງຄືນຄວາມ ຜູ້ ຈັດການໂທລະພາບຊ່ອງ 7 ກໍເຂົ້າໄປຂໍໂທດຂໍໂພຍນຳທູດ ໃຫຍ່
ຫລີ ບຸນຄ້ຳ ວ່າບໍ່ມີເຈດຕະນາ, ເປັນຄວາມ ຜິດພາດທີ່ເກີດ ມາຈາກຄວາມເລີ້ນເລີ້. ແຕ່ສ່ວນ ຄັ້ງນີ້
ຄຳເວົ້າແກ້ໜ້າຂອງເຈົ້າ ຂອງລາຍການ ລະຄອນ “ມົນນາ ຄະລາດ” ກໍແມ່ນ “ບໍ່ໄດ້ມີ ເຈດຕະ ນາລົບລູ່ດູມິ່ນໂດຍເຈດຕະນາ”.
ລາຍລະອຽດຂອງລະ ຄອນບົດດັ່ງກ່າວຈານ ແຍ່ບໍ່ຮູ້ຄັກເພາະບໍ່ໄດ້ເບິ່ງ, ແຕ່ຕາມ 
ຂ່າວ ບອກວ່າ:
ຮູບພາບຂອງອະນຸສາວະລີປະຕູ ໄຊຂອງລາວເຮົາໄດ້ປາກົດໃນ ບົດລະຄອນເລື່ອງນີ້ໃນນາມເປັນ “ຫໍຄຳພີ”
ທີ່ສັກສິດ ແຕ່ຖືກຄົນ ຮ້າຍປອງທຳລາຍ ໂດຍເອົາໄຟ ຈູດ ແລະ ສຸດ ທ້າຍພະຍານາກ ເຂົ້າໄປຊ່ວຍມອດໄຟທັນ.
ຈຸດທີ່ ຄົນລາວບໍ່ພໍໃຈກໍ ແມ່ນສາກປະຕູໄຊຂອງພວກເຮົາຖືກຈູດ ທຳລາຍ ຫັ້ນລະ. ອ່ານຮອດເນື້ອໃນບ່ອນນີ້
ຈານແຍ່ກໍເລີຍຕັ້ງຄຳ ຖາມຂໍ້ທີສອງຂຶ້ນ ວ່າ: ຄົນໄທຈະຮູ້ສຶກ ແນວໃດ ຖ້າໃນລະຄອນຂອງຕ່າງປະເທດມີສາກສະຖານທີ່ສັກ
ກາລະບູຊາເຊັ່ນ: ອະນຸສອນສະຖານ, ອະນຸສາວະລີທີ່ເປັນ ມິ່ງຂວັນຂອງໄທຖືກຢ້ຳຢີລົບລູ່ກຽດ ສັກສີ.
    ເລື່ອງຄົນໄທທີ່ຖືກຊຸບລ້ຽງມາ ດ້ວຍ “ເລືອດໄທໃຫຍ່”
ດ້ວຍສາຍ ຕາອະຄະຕິ, ລົບລູ່ໝິ່ນປະໝາດ ຄົນໃນປະ ເທດໃກ້ ຄຽງໂດຍສະ ເພາະແມ່ນລາວນັ້ນ ເກີດຂຶ້ນຢ່າງ
ເປັນລະບົບ ແລະ ຕໍ່ເນື່ອງ ເຊັ່ນ ເມື່ອກ່ອນກໍມີນັກຮ້ອງ ຊື່ທ້າວ ເທ້ ແລະ ນາງ ນິໂຄລ ກໍໄດ້ເວົ້າໝິ່ນ
ປະໝາດສາວລາວ, ສັງຄົມລາວ ຈົນເກີດມີກະແສຕ້ານຄືນຈາກ ລາວຢ່າງແຂງແຮງ ແລ້ວກໍມີ ການຂໍ ໂທດຂໍໂພຍນຳຝ່າຍລາວ
ດ້ວຍປະໂຫຍກເດີມໆ “ບໍ່ໄດ້ເຈດ ຕະນາ”, “ຈະ ບໍ່ໃຫ້ເກີດຂຶ້ນອີກ”.
     ກ່ອນຈົບ ຈານແຍ່ຢາກຂໍຖາມ ວ່າ: ແມ່ນແທ້ບໍ່ທີ່ວ່າ
ການລົບລູ່ ດູໝິ່ນຄົນລາວ ສັງຄົມລາວນັ້ນ ເປັນຄວາມຜິດ ຂອງບຸກ ຄົນ, ຂອງ ພາກສ່ວນ, ແຕ່ຫາກບໍ່ແມ່ນເຈດ
ຕະນາຂອງການຈັດຕັ້ງບ່ອນ ກ່ຽວຂ້ອງ ແລະ ຈິງບໍ່ທີ່ວ່າ: ປາກົດການທີ່ບໍ່ເພິ່ງປາ ຖະໜາເຫລົ່າ
ນັ້ນເກີດມາຈາກທັດສະນະຊາດ ໃຫຍ່ ແລະ ສາຍຕາອະຄະຕິທີ່ຍັງ ເກາະຫ້ອຍ ແບບແກະບໍ່ອອກຈາກ ສັງຄົມ
ໄທ. ຖ້າແກ້ກໍຕ້ອງແກ້ຢູ່ ກົກເຫດ ແຕ່ຫາກບໍ່ແມ່ນແກ້ຢູ່ປາຍ ແລ້ວມັນຈະຫາຍ ໄດ້ແນວໃດ ?.
No comments:
Post a Comment