ຕາມການໃຫ້ສຳພາດຂອງ ທ່ານ ພູວຽງ ໂພທິສານ, ຮັກສາ
ການຫົວໜ້າອຳ ນວຍການຫໍພິພິທະພັນນະຄອນຫຼວງວຽງ ຈັນ, ຕໍ່ນັກຂ່າວພວກເຮົາໃນວັນທີ 29 ພຶດສະພານີ້ວ່າ:
ເລີ່ມແຕ່ຕົ້ນປີ ມານີ້ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວ ຊົມຫໍພິພິ ທະພັນ 3 ແຫ່ງ ໃນນະຄອນຫຼວງວຽງຈັນເພີ່ມ
ຫຼາຍຂື້ນ, ຊຶ່ງພຽງ 4 ເດືອນຜ່ານ ມາຄື: ແຕ່ເດືອນມັງກອນ-ເມສາ 2014 ນີ້ມີນັກ ທ່ອງທ່ຽວເຂົ້າມາ
ທ່ຽວຊົມຫໍພິພິ ທະພັນດັ່ງກ່າວ ແລ້ວຫຼາຍກວ່າ 340.000 ຄົນ, ໃນ ນີ້ສ່ວນຫຼາຍແມ່ນນັກທ່ອງທ່ຽວຕ່າງ
ປະເທດ, ມາຈາກ ສ ເກົາຫຼີ, ໄທ, ຈີນ ແລະ ເອີຣົບ ເປັນຕົນ ແລະ ສະຖານທີ່ທີນັກ ທ່ອງທຽວເຂົ້າຊົມຫຼາຍກວ່າໝູ່ແມ່ນພະ
ທາດຫຼວງມີເຖິງ 1,15,000 ກວ່າຄົນ, ຮອງລົງມາ ແມ່ນຫໍພະແກ້ວມີ 90 ພັນກວ່າ ຄົນ ແລະ ວັດສີສະເກດ 38 ພັນກວ່າ ຄົນ, ເມື່ອທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເຫັນວ່າ
ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວຊົມພິພິທະພັນດັ່ງກ່າວເພີ່ມຂຶ້ນ, ແຕ່ພໍຕົກມາຮອດເດືອນພຶດສະ ພານີ້ເຫັນວ່າຈຳນວນນັກທ່ອງທຽວນັ້ນມີຈຳນວນຫຼຸດລົງອັນເນື່ອງມາຈາກກ້າວເຂົ້າສູ່ລະດູຝົນ
ແລະ ສະພາບການຂອງປະເທດ ໃຫ້ຄຽງເຮົາ.
No comments:
Post a Comment