Ad

Ad

29 May 2014

ຍົກລະດັບວຽກກວດກາການເງິນໃຫ້ພະນັກງານກ່ຽວຂ້ອງຂອງລາວ



     ກົມ​ກວດກາ​ການ​ເງິນ, ກະຊວງ​ການ​ເງິນລາວ-ຫວຽດນາມ ​​ຈັດ​ຝຶກ​ອົບຮົມ​ວຽກ​ງານ​ກວດກາ​ການ​ເງິນ​ໃຫ້​ພະນັກງານຈຳ ນວນ 75 ຄົນ ​ໃນ​ວັນ​ທີ 28 ພຶດສະພາ   ນີ້​, ຢູ່ໂຮງ​ແຮມ​ແສງ​ແກ້ວ, ນະ ຄອນຫລວງ​ວຽງ​ຈັນ.​ ໂດຍ​ມີ​ທ່ານ ຈັນທະ​ສິດ ​ເສນາ​ພັນຮັກສາ​ການ​ຫົວໜ້າ​ກົມ​ກວດກາ​ການ​ເງິນ,ກະຊວງການເງິນ,ທ່ານ ດັ່ງ​ ງ໋ອກ ຕ້ຽນ ຮອງ​ຫົວໜ້າ​ກົມ ກວດກາ​ການ​ເງິນກະ ຊວງ​ການ​ເງິນ ສສ ຫວຽດນາມ, ມີ​ບັນດາ​ຮອງ​ຫົວໜ້າ​ກົມ, ວິທະຍາກອນ​ຈາກ ສສ ຫວຽດນາມ, ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາກ​ອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ.
      ທ່ານ ຈັນທະ​ສິດ ​ເສນາ​ພັນ ກ່າວ​ວ່າ: ຊຸດ​ອົບຮົມ​ຄັ້ງ​ນີ້​ຈະ​​ໃຊ້​ເວລາ 2 ວັນ ຊຶ່ງ​ບັນດາ​ນັກ​ສຳ​ມະ​ນາກ​ອນທີ່​ເຂົ້າ​ຮ່ວມ​ຈະ​ໄດ້​ຮຽນຮູ້​ໃນ​ຫົວ​ຂໍ້:ກວດກາ​ການ​ເງິນ​ໃນ​ຂົງ​ເຂດ​ຄັງ​ເງິນ​ແຫ່ງ​ຊາດ ​ແລະ  ສ່ວຍ​ສາ​ອາກອນມູນ​ຄ່າ​ເພີ່ມ, ​ແລະ ຈະ​ມີ​ການ​ທົດ​ສອບ​ຄວາມ​ຮູ້​ດ້ວຍ​ການ​ສອບ​ເສັງ. ​ໃນ​ໄລຍະ​ຜ່ານ​ມາ​ກໍ​ຄື​ກົມ​ກວດກາ​ການ​ເງິນ ສສ ຫວຽດ ນາມ ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​
ເຫລືອ​ກົມ​ກວດກາ​ການ​ເງິນ ສປປ ລາວ ​ໃນ​ການ​ບຳລຸງ​ສ້າງ ແລະ ​ໄດ້​ຮັບ​ການຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ສະ​ເພາະ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ງານ ​ກ້າວ​ໄປ​ເຖິງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ວິຊາ​ສະ​ເພາະ​ໃຫ້​ອົງ​ກອນ, ຊຸດ​ອົບ ຮົມຄັ້ງ​ນີ້​ຈະ​ໄດ້​ຮັບ​ການ​ເຜີຍ​ແຜ່​ແນະ​ນຳ​ຈາກ​ວິທະຍາກອນ​ຈາກ ສສ ຫວຽດນາມ ທີ່​ຈະ​ໄດ້​ເອົາໜ້າ​ທີ່​ວຽກ​ງານ​ໃນ​ຕົວ​ຈິງ​ມາ​ເປັນ​ບັນຫາ​ຄົ້ນຄວ້າ​ເພື່ອ​ຊ່ວຍ​ໃຫ້​ສາມາດ​ເອົາ​ໄປ​ນຳ​ໃຊ້​ໃຫ້​ເກີດ​ປະ​ໂຫຍ​ດ​ໃນ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ.

No comments:

Post a Comment