Ad

Ad

2 June 2014

ບັນດາການນຳພັກ-ລັດ ຮ່ວມປູກຕົ້ນໄມ້ກັບມວນຊົນໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະວັນເດັກສາກົນ (1 ມິຖຸນາ)



   ເນື່ອງໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ ຄົບຮອບ 90 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດປະຈຳປີ 2014, ບັນດາສຳນັກງານ, ອົງການໃນຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງກໍໄດ້ຈັດກິດຈະກຳສະເຫລີມສະຫລອງວັນສຳຄັນດັ່ງກ່າວຂຶ້ນ ພາຍໃຕ້ຄຳຂວັນ “ສ້າງປະເທດລາວ ໃຫ້ເປັນພື້ນທີ່ສີຂຽວ” ໃນ ວັນທີ 31 ພຶດສະພາ ນີ້ຢູ່ຫ້ອງວ່າການປະທານປະເທດໄດ້ຈັດ ພິທີປູກຕົ້ນໄມ້ໂດຍການເຂົ້າຮ່ວມ ຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ຮອງປະທານ ປະເທດ ແລະ ທ່ານ ບຸນປອນ ບຸດຕະນະວົງ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ ແລະ ພະນັກງານພາຍໃນຫ້ອງວ່າການປະທານປະເທດເຂົ້າຮ່ວມເປັນຈຳນວນ ຫລາຍ, ພ້ອມດຽວກັນນີ້, ຢູ່ເດ່ີນສວນໄຊເສດຖາ ແລະ ເດີ່ນດາວແດງກໍໄດ້ຈັດກິດຈະກຳປູກໄມ້ຂຶ້ນໂດຍການໃຫ້ກຽດເຂົ້າ
ຮ່ວມຂອງທ່ານນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ກ່ອນໜ້ານີ້ ໃນວັນທີ 31 ພຶດສະພາ 2014 ຢູ່ຫ້ອງວ່າການ ລັດຖະບານ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະຈຳຫ້ອງວ່າ ການລັດຖະບານ, ພະນັກງານພາຍໃນຫ້ອງວ່າການ ແລະ ນ້ອງນ້ອຍເຍົາວະຊົນຈັດກິດຈະກຳວັນເດັກນ້ອຍສາກົນຂຶ້ນດ້ວຍບັນ ຍາກາດຟົດຟື້ນ.
    ໃນໂອກາດດຽວກັນກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ຈັດຕັ້ງຂະບວນການປູກຕົ້ນໄມ້ຂຶ້ນທີ່ ບ່ອນກໍ່ສ້າງຕຶກກະຊວງດັ່ງກ່າວຫລັງໃໝ່ ແລະ ຢູ່ສະຖານທີ່ກໍ່ສ້າງຫໍພິພິທະພັນແຫ່ງຊາດຫລັງໃໝ່ຂຶ້ນ ດ້ວຍບັນຍາກາດຟົດຟື້ນ ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການ, ຊ່ວຍວ່າການກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະນັກງານລັດຖະກອນໃນກະຊວງເຂົ້າຮ່ວມຢ່າງຫລວງຫລາຍ, ກໍເພື່ອແນໃສ່ປັບປຸງທັດສະນີຍະພາບ, ສ້າງສະພາບ ແວດລ້ອມໃຫ້ສວຍງາມ, ມີຄວາມຮົ່ມເຢັນ ແລະ ທັງເປັນການສ້າງໂອກາດທີ່ດີໃຫ້ເຍົາວະຊົນທີ່ເປັນໜໍ່ແໜງຂອງປະເທດ ຊາດຮູ້ຮັກທຳມະຊາດ ແລະ ປົກປັກຮັກສາສະພາບແວດລ້ອມ. ສຳລັບຕົ້ນໄມ້ທີ່ນຳມາປູກຢູ່ສະຖານທີ່ຕ່າງໆດັ່ງກ່າວປະກອບ ມີໄມ້ຂະຍຸງ, ໄມ້ດູ່, ໄມ້ແດງ, ໄມ້ແຕ້ຂ່າ ແລະ ຕົ້ນໄມ້ປະດັບຈຳນວນໜຶ່ງເພື່ອເປັນການອານຸລັກຮັກສາໄມ້ພື້ນບ້ານທີ່ມີຄຸນ ຄ່າໄວ້ໃຫ້ຍືນຍົງໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວຮອດປີ 2015 ບັນລຸ 65% ແລະ ຮອດປີ 2020 ໃຫ້ໄດ້ 70%.

No comments:

Post a Comment