ໃນວັນທີ 30 ພຶດສະພາຜ່ານມານີ້, ຢູ່ກະຊວງປ້ອງກັນປະເທດໄດ້ມີພິທີປະ ກາດແຕ່ງຕັ້ງສະຫາຍພົນຕີ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດຖະ ມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດເປັນຜູ້ຮັກສາການຊົ່ວຄາວເລຂາຄະນະບໍລິ
ຫານງານພັກກະຊວງປ້ອງກັນປະເທດພ້ອມທັງເປັນຜູ້ຮັກສາການຊົ່ວຄາວ ລັດ ຖະມົນຕີວ່າການກະຊວງປ້ອງກັນປະເທດ
ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ,
ຫົວໜ້າເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ໃນວັນດຽວກັນ, ຢູ່ກະຊວງປ້ອງກັນຄວາມສະຫງົບກໍໄດ້ມີພິທີປະກາດແຕ່ງຕັ້ງສະຫາຍພົນຈັດຕະ
ວາ ສົມແກ້ວ ສີລາວົງ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ
ເປັນຜູ້ຮັກສາການຊົ່ວຄາວເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ
ແລະ ເປັນຜູ້ຮັກສາການຊົ່ວຄາວລັດຖະ
ມົນຕີວ່າການກະຊວງປ້ອງກັນຄວາມສະ ຫງົບ
ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນສີ ໂພສີຄຳ ເລ ຂາທິການສູນກາງພັກ, ຫົວໜ້າຄະ
ນະຈັດຕັ້ງສູນກາງພັກ ໂດຍການແຕ່ງຕັ້ງດັ່ງກ່າວນີ້ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອັນຈຳເປັນ
ແລະ ເລັ່ງດ່ວນຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ພາຍ ຫລັງອະດີດລັດຖະມົນຕີວ່າການກະ
ຊວງປ້ອງກັນປະເທດ ພົນໂທ ດວງໃຈ ພິຈິດ ແລະ ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ດຣ. ທອງບັນ ແສງອາພອນ ໄດ້ເສຍຊີວິດຈາກອຸປະຕິເຫດຍົນຕົກໃນຂະນະເດີນທາງໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ
ເມື່ອກາງເດືອນພຶດ ສະພາຜ່ານມາ.

No comments:
Post a Comment