Ad

Ad

12 June 2014

ສານ​ນະຄອນ​ຫລວງ​ວຽງ​ຈັນ​ລົງ​ໂທດ​ຂະ​ບວນການຄ້າ​ມະນຸດ​ຈຳ​ຄຸກ 15 ປີ



    ​ໃນ​ວັນ​ທີ 10 ມິຖຸນາ​ນີ້, ສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ນາງ ແຖວ ອາຍຸ 59 ປີ ຢູ່​ບ້ານ​ນາ​ໄຫ ​ເມືອງ​ຫາດ​ຊາຍ​ຟອງ ​ແລະ ນາງ ຄອນ ອາຍຸ 40 ປີ ຢູ່​ບ້ານ​ຈອມ​ເພັດ​ເໜືອ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ຜູ້​ລະ 15 ປີ ພ້ອມ​ປັບ​ໄໝ​ເງິນ 100 ລ້ານ​ກີບ, ຫລັງ​ຈາກ​ພວກ​ກ່ຽວ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນຕົ້ນ​ເດືອນ​ກັນຍາ 2011 ຜ່ານ​ມາ ​ໃນ​ຂໍ້​ຫາ​ຄ້າ​ມະນຸດ​ຂ້າມ​ຊາດ.
    ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ພວກ​ກ່ຽວ​ແມ່ນ​ຂະ​ບວນການ​ຄ້າຂາຍ​ມະ ນຸດ​ທີ່​ເປັນ​ໄພ​ອັນຕະລາຍ​ຮ້າຍ​ແຮງ​ໃນ​ສັງຄົມ ​ໂດຍ​ໄດ້​ຕົວະ​ຍົວະ​ເອົາ​ຍິງ​ສາວ​ລາວ​ສົ່ງ​ໄປ​ຂາຍ​ເຂົ້າຊ່ອງ​ໂສ​ເພນີ​ຢູ່​ປະ​ເທດ​ໄທ ນັບ​ແຕ່​ປີ 2010 ​ເປັນຕົ້ນມາ ມີ​ຍິງສາວ​ຕົກ​ເປັນ​ເຫຍື່ອ​ແລ້ວ​ຫລາຍ​ລາຍ ​ແລະ ສ່ວນ​​ໃຫຍ່​ແມ່ນ​​ແມ່ຍິງມີ​ອາຍຸ​ຕ່ຳ​ກວ່າ 18 ປີລົງ​ມາ ​ເຊິ່ງພວກ​ເຂົາ​ໃຊ້​ກົນອຸ ບາຍ​ຕົວະ​ວ່າ​ຈະ​ພາ​ໄປ​ເຮັດ​ວຽກ​ເປັນ​ພະນັກງານ​ເສີ​ບ, ຂາຍ​ເຄື່ອງ ​ແລະ ອື່ນໆ, ພ້ອມ​ທັງ​ເປັນ​ຜູ້​ວິ້ງ​ເຕັ້ນ​ແລ່ນ​ເອກະ
ສານ​ໃຫ້​​ເຫຍື່ອ ເພື່ອ​​ສາມາດ​ເດີນທາງ​ເຂົ້າປະ​ເທດ​ໄທ​ໄດ້, ​ແຕ່​ຫລັງ​ຈາກ​ນັ້ນກໍ​ໄດ້​ສົ່ງ​ໃຫ້​ຮ້ານ​ບໍລິການ​ໂສ​ເພນີ ແລະ ຖືກ​ບັງຄັບ​ໃຫ້​ຄ້າ​ປະ​ເວ​ນີຂາຍ​ບໍລິການ​ທາງ​ເພດ ​ເ​ພື່ອ​ເອົາ​ເງິນ​ມາ​ແທນ​ຄືນ​ຄ່າ​ໃຊ້​ຈ່າຍ​ການ​ເດີນທາງ ​ແລະ ອື່ນໆ, ຖ້າ​ບໍ່​ຍອມ​ຂາຍຕົວ​ຕ້ອງ​ໄດ້​ເອົາ​ເງິນ​ມາ​​ໃຊ້​ແທນ​ການ​ໃຊ້​ຈ່າຍ​ຕ່າງໆ​ຄືນ​ໃຫ້​ພວກ​ເຂົາ​ເປັນ​ຈຳນວນ​ຫລາຍ, ​ແຕ່​ຍິງ​ສາວ​ເຫລົ່ານັ້ນບໍ່​ມີ​ເງິນ ຈຶ່ງ​ຍອມ​ຂາຍ​ບໍລິການ ​ແລະ ​ໃນ​ການ​ຂາຍ​ບໍລິການ​ແຕ່ລະຄັ້ງ​ແມ່ນ​ບໍ່​ໄດ້​ຮັບ​ເງິນມີ​ແຕ່​ເຈົ້າ ຂອງ​ຮ້ານ​ເອົາ​ໝົດ ​ແລະ ​ຕ້ອງ​ຈຳນົນໃຊ້​ຊີວິດ​ໃນ​ສະຖານ​ທີ່​ຮ້ານ​ນາລົກ​ແຫ່ງ​ນັ້ນຢ່າງ​ທໍລະ ມານ ​ແລະ ຈົນ​ຕົກ​ມາ​ຮອດ​ໄລ ຍະ​ໜຶ່ງ ຍິງ​ສາວ​ເຫລົ່ານັ້ນຈຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ເຈົ້າໜ້າ​ທີ່​ຕຳຫລວດ​ໄທ ​ແລະ ສົ່ງ​ກັບ​ຄືນ​ມາລາ​ວ ​ແລ້ວ​ເຈົ້າໜ້າ​ທີ່​ຕຳ ຫລວດ​ລາວ​ຈຶ່​ງ​ໄດ້​ດຳ​ເນີນ​ການ​ສືບສວນ​ນຳຈັບ​ກຸມຂະ​ບວນການ​ດັ່ງກ່າວ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດ ໝາຍ.

No comments:

Post a Comment