Ad

Ad

12 June 2014

ເກີດເຫດປຸ້ນເອົາລົດຈັກຢູ່ເສັ້ນທາງດົງໂດກ



      ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອ ທ້າຍອາທິດຜ່ານມານີ້ ໄດ້ມີຄົນຮ້າຍ 2 ຄົນ, ຂີ່ລົດຈັກ ຟີໂນ ສີເຫຼືອງ, ບໍ່ຮູ້ປ້າຍ, ໄດ້ໃຊ້ໄມ້ຄ້ອນເປັນອາວຸດ, ເຂົ້າມາທຸບຕີ ແລະ ປຸ້ນເອົາລົດຈັກພົນລະ ເມືອງ ຜູ້ໜຶ່ງທີ່ກຳລັງຂັບຂີ່ລົດຢູ່ ເສັ້ນທາງດົງໂດກ-ສີເກີດ ຈົນໄດ້ຮັບບາດເຈັບສາຫັດ, ສ່ວນຄົນຮ້າຍໄດ້ເອົາລົດຈັກຮອນດາເວບຂອງຜູ້ເສຍຫາຍ ແລະ ຊັບສິນ ອີກຈຳນວນໜຶ່ງແລ້ວຫຼົບໜີໄປຊຶ່ງປັດຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມນຳຈັບຕົວມາດຳເນີນຄະດີໃຫ້ໄດ້ໂດຍໄວ.
      ເຈົ້າໜ້າທີ່ ໃຫ້ຮູ້ອີກວ່າ: ປັດ ຈຸບັນມີຄົນບໍ່ດີຈຳນວນໜຶ່ງໄດ້ ຕັ້ງກຸ່ມແກ້ງຮ່ວມກັນເຄື່ອນໄຫວປຸ້ນຈີ້-ຊີງຊັບຂອງພົນລະ ເມືອງໃນບໍລິເວນນະຄອນຫລວງວຽງຈັນໂດຍພວກເຂົາໄດ້ນຳໃຊ້ອາ ວຸດປືນ, ມີດ, ງ້າວ ເພື່ອນາຍຂູ່ທັງທຳຮ້າຍຮ່າງກາຍຂອງ ເປົ້າໝາຍເພື່ອພວກເຂົາຍາດຊີງເອົາຊັບສິນ ແລະ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ, ນະຄອນຫຼວງວຽງ ຈັນ, ໄດ້ຈັບຕົວໄວລຸ້ນສອງຄົນທີ່ໄດ້ຂີ່ລົດດຶງກະເປົາຂອງປະຊາຊົນຢູ່ເສັ້ນທາງບ້ານຈອມເພັດ, ຊຶ່ງປັດຈຸບັນທາງເຈົ້າໜ້າທີ່ກຳ ລັງສືບສວນ-ສອບສວນເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment