Ad

Ad

12 June 2014

ສຳ​ມະ​ນາ​ວ່າດ້ວຍກົດໝາຍມະນຸດສະທຳ​ສາກົນ



      ໃນ​ວັນ​ທີ 11 ມີ​ຖຸນານີ້, ສະ​ຖາ​ບັນ​ການ​ຕ່າງປະ​ເທດ ຮ່ວມ​ກັບຄະນະ​ກຳມະ ການ​ກາ​ແດງ​ສາກົນ ​ໄດ້​ຈັດ​​ສຳ​ມະ​ນາ ວ່າ​ດ້ວຍກົດໝາຍມະນຸດສະທຳ​ສາກົນ, ທີ່ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ຢົງ ຈັນທະ​ລັງ​ສີ, ຫົວ ໜ້າສະ​ຖາ​ບັນ​ການ​ຕ່າງປະ​ເທດ ແລະ ທ່ານ ​ແພັດທຣິກ ສົມ​ໄຊ​ສະ​ນະວິ​ໄລ​ສັກ, ຫົວໜ້າ​ໂຄງການ​ຫ້ອງການ​ຄະນະ​ກຳມະການ​ກາ​ແດງ​ສາກົນ.    
    ການ​ສຳ​ມະ​ນາ​ໃນຄັ້ງນີ້ ​ແມ່ນ​ໄດ້​ຈັດ​ຂຶ້ນ​ເປັນຄັ້ງທີສອງ ​ແລະ ໄດ້​ຮັບ​ກຽດຂຶ້ນ ບັນຍາຍ​ໂດຍ ທ່ານ ບຸນ​ແພງ ຊາຍ​ກັນຍາ ຮອງ​ຫົວໜ້າກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ທິຣະພັດ ອາສາ​ວະ​ສັງ​ສິດ, ທີ່​ປຶກສາ​ດ້ານ​ກົດ ໝາຍ. ​ເຊິ່ງການ​ເຜີຍ​ແຜ່​ເນື້ອ​ໃນ​ຂອງ​ກົດໝາຍມະນຸດສະທຳສາ ກົນ​ໂດຍ​ແນ​ໃສ່​ສ້າງ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ພະນັກ ງານ​ກະຊວງ​ການ​ຕ່າງປະ​ເທດ ລວມທັງ​ບັນດາ​ກະຊວງ ​ແລະ ຂະ​ແໜງອ້ອມ​ຂ້າງ​ສູນ​ກາງ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ການ​
ຕ່າງປະ​ເທດ. ພ້ອ​ມດຽວ ກັນນັ້ນ, ກໍ​ເປັນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມືລະຫວ່າງສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະ ການ​ກາ​ແດງ​ສາກົນ ​ໃຫ້​ມີ​ຄວາມ​ກ້ວາງ​ຂວາງ​ຂຶ້ນກວ່າ​ເກົ່າ. ນອກ ຈາກ​ນັ້ນ, ຄະນະກຳມະການ​ກາ​ແດງ​ສາກົນ ຍັງ​ໄດ້​ມອບ​ເຄື່ອງ ສະ​ແດງ​ພາບ (Projector) ຈຳ ນວນ 01 ​ເຄື່ອງ, ມູນ​ຄ່າ 5 ລ້ານກວ່າກີບ ໃຫ້​ແກ່​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ​ປຖະກະຖາ ແລະ ເຝິກອົບຮົມ​ຕ່າງໆ.

No comments:

Post a Comment