Ad

Ad

12 June 2014

ກວຕ ຍົກລະດັບວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ



   ໃນຂອງວັນທີ 11 ມິຖຸນານີ້, ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຄະນະກຳມາທິການສົ່ງເສີມຄວາມກ້າວ ໜ້າແມ່ຍິງ ກວຕ ໄດ້ຈັດຊຸດອົບຮົມ ກ່ຽວ ກັບວຽກງານການສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງໃນຂົງເຂດທົ່ວປະເທດ ແລະ ຈະ ໄດ້ດຳເນີນໄປເປັນເວລາ 3 ວັນ ໂດຍມີທ່ານ ສາຄອນ ຈະເລີນວົງ ລັດຖະມົນຕີ ຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ທັງເປັນປະທານຄະນະກຳ ມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ກວຕ.
    ໃນຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງກວຕ, ນະໂຍບາຍການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນລາວ, ການ ເຊື່ອມສານທັດສະນະບົດບາດຍິງຊາຍໃນ ຂະແໜງການວິທະຍາ ສາດ ແລະ ເຕັກໂນໂລຊີ ແລະ ການຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
      ທ່ານ ສາຄອນ ຈະເລີນວົງ  ກ່າວວ່າ: ການຈັດຊຸດອົບຮົມໃນ ຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ ແຈ້ງຕໍ່ກັບວຽກງານສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ການຮັບປະກັນສິດສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການລົບລ້າງທຸກຮູບແບບການຈຳ ແນກຕໍ່ແພດຍິງເພື່ອມອບສິດເປັນເຈົ້າໃຫ້ແກ່ແມ່ຍິງມີສ່ວນຮ່ວມ ຫລາຍຂຶ້ນໃນການປະກອບສ່ວນຢູ່ທຸກຂົງເຂດວຽກງານ
ແລະ ເພີ່ມຈຳນວນແມ່ຍິງເຂົ້າໃນຕຳແໜ່ງຕັດສິນບັນຫາໃນຂັ້ນຕ່າງໆທຸກລະດັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງເພດ ຍິງໃຫ້ນັບມື້ດີຂຶ້ນ, ສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບກັບກຳມາທິການເພື່ອຄວາມກ້າວໜ້າແມ່ຍິງແຫ່ງຊາດໃນ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ,​ ເພື່ອເຮັດໃຫ້ພະນັກງານເພດຍິງມີບົດບາດອັນໃໝ່ໃນການເຂົ້າຮ່ວມຢ່າງຕັ້ງໜ້າໃນ ການສ້າງພັດທະນາປະເທດຊາດ ແລະ ໃຫ້ກາຍເປັນນັກວິທະຍາສາດທີ່ເຂັ້ມແຂງສາມາດນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍສູ່ວຽກງານຕົວຈິງຂອງຕົນໃຫ້ປະສົບຜົນສຳເລັດ.

No comments:

Post a Comment