Ad

Ad

11 June 2014

ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຊັກຊ້າສົ່ງຜົນກະທົບໜັກຕໍ່ການຄົມມະນາຄົມ



    ປັດຈຸບັນ, ສັງເກດເຫັນວ່າ ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຢູ່ນະ ຄອນຫລວງ ວຽງຈັນມີຄວາມລ້າຊ້າ ແລະ ມີ ບາງໂຄງການແມ່ນຢຸດເຊົາການຈັດຕັ້ງ ປະຕິບັດອັນໄດ້ສົ່ງຜົນກະທົບຕໍ່ການສັນ ຈອນໄປມາຂອງປະຊາຊົນກໍໃຫ້ເກີດສ ະພາບເປິເປື້ອນ, ເປັນຂຸມເປັນບວກຫລາຍໂດຍສະເພາະໃນຊ່ວງໄລຍະລະດູຝົນຍິ່ງ ມີຄວາມຍາກລຳບາກຂຶ້ນຕື່ມ.
     ທ່ານ ໜູທອງ ໄຊຍະສອນ ຫົວໜ້າໂຄງການກໍ່ສ້າງເສັ້ນ ທາງ 3 ແຍກວັງຊ້າຍ- ຊ້ຳເຄ້- ໂຊກນ້ອຍ-450 ປີ-ຫລັກ 21 ໄດ້ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດ ທະນາ ໃນວັນທີ 10 ມິຖຸ ນານີ້ ກ່ຽວກັບສະພາບການກໍ່ສ້າງເສັ້ນທາງດັ່ງກ່າວເຊິ່ງ ແມ່ນໂຄງການໜຶ່ງທີ່ມີີລັກສະນະລ້າ ຊ້າແກ່ຍາວມາດົນແລ້ວ ໂດຍ ທ່ານກ່າວວ່າ:ສຳລັບໂຄງການກໍ່ສ້າງເສັ້ນທາງແຕ່ 3 ແຍກ ວັງ ຊາຍ-ຊ້ຳເຄ້-ໂຊກນ້ອຍ-450 ປີ- ຫລັກ 21 ນີ້ ມີຄວາມຍາວ 7 ກວ່າກິໂລແມັດ, ກວ້າງ 15 ແມັດ, ໃນນັ້ນທາງຍ່າງກວ້າງ ເບື້ອງ ລະ 1,5 ແມັດ ມີມູນ ຄ່າກໍ່ສ້າງ 151 ຕື້ກວ່າກີບໂດຍແມ່ນເອກະຊົນ ເປັນຜູ້ລົງທຶນກໍ່ສ້າງກ່ອນ. ມາແຕ່ທ້າຍປີ 2011 ແລະ ມາຮອດປັດຈຸບັນກໍຍັງບໍ່ທັນສຳເລັດເຊິ່ງຜູ້ຮັບເໝົາຍອມຮັບວ່າການກໍ່ສ້າງແມ່ນມີຄວາມລ້າຊ້າບໍ່ໄປຕາມແຜນການ
ທີ່ກຳນົດ ໄວ້ໃນສັນຍາລະຫວ່າງຜູ້ຮັບເໝົາກັບພະແນກໂຍທານະຄອນຫລວງວຽງຈັນຍ້ອນບໍ່ມີທຶນຮອນພຽງພໍເຂົ້າໃສ່ການກໍ່ ສ້າງ ແລະ ໄລຍະ ຜ່ານມາ ເຈົ້າຂອງໂຄງການກໍໄດ້ພະຍາຍາມຊຸກຍູ້ໃຫ້ຜູ້ຮັບເໝົາຍົກສູງຄວາມຮັບຜິດຊອບເພື່ອຄົ້ນຄວ້າຫ າແຫລ່ງທຶນເຂົ້າໃສ່ ການກໍ່ສ້າງໃຫ້ສຳເລັດໂດຍໄວ. ທ່ານ ພູທອງ ກ່າວຕື່ມວ່າ: ນັບແຕ່ປີ 2011 ເປັນຕົ້ນມາຢູ່ນະຄອນ ຫລວງ ວຽງຈັນມີໂຄງການກໍ່ ສ້າງເສັ້ນທາງໃນຮູບແບບເອກະຊົນລົງທຶນກ່ອນຫລາຍກວ່າ 20 ໂຄງການ ແລະ ມີໂຄງການຈຳ ນວນ ໜຶ່ງເທົ່ານັ້ນທີ່ສາມາດຈັດຕັ້ງປະຕິບັດການກໍ່ສ້າງສຳເລັດ ແລະ ສ່ວນຫລາຍແມ່ນບໍ່ສຳເລັດຍ້ອນມີບັນຫາດ້ານການເງິນເຊັ່ນ ກັນ ແລະ ຮ້າຍແຮງໄປກວ່ານັ້ນບາງໂຄງການບໍລິສັດຜູ້ຮັບເໝົາບໍ່ມີທຶນ, ບໍ່ມີກົນຈັກ ແລະ ພາຫະນະຮັບໃຊ້ເປັນຂອງຕົນແຕ່ ຊ້ຳພັດໄດ້ຮັບໂຄງການຈາກພາກລັດບໍ່ຮູ້ວ່າແມ່ນດ້ວຍເຫດຜົນໃດ ? ອັນນີ້ອາດເປັນບົດຮຽນເລິກເຊິ່ງໃຫ້ແກ່ລັດເຮົາໃນການ ດຳເນີນໂຄງການໃດໜຶ່ງຕ້ອງມີການພິຈາລະນາຖີ່ຖ້ວນນັບທັງທຶນຮອນ ແລະ ຄວາມອາດສາມາດຂອງຜູ້ຮັບເໝົາກໍ່ສ້າງເພື່ອ ເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິຜົນ, ຮັບປະກັນຄຸນນະ ພາບ ແລະ ສາມາດນຳໃຊ້ໄດ້ຍາວນານຈຶ່ງ ຈະສົມກັບການລົງທຶນອັນມະຫາສານຂອງລັດຖະບານ.

No comments:

Post a Comment