ອີງຕາມຂ່າວຈາກໜັງສືພິມ ປກສ ໃນວັນທີ 2 ມິຖຸນານີ້
ໃຫ້ຮູ້ວ່າ: ຮ້ອຍເອກ ຄຳຫລ້າ ສີບົວຄຳ ພະນັກງານກອງບັນຊາການປ້ອງກັນສູນກາງ
ເຊິ່ງເປັນໜຶ່ງໃນສາມຄົນທີ່ລອດຊີວິດຈາກອຸປະຕິເຫດເຮືອບິນຕົກຢູ່ແຂວງຊຽງຂວາງ
ເມື່ອວັນທີ 17 ພຶດສະພາຜ່ານມານັ້ນ ແມ່ນໄດ້ເສຍຊີວິດແລ້ວ ໃນວັນທີ 30 ພຶດສະພານີ້
ແລະ ພິທີຊາປະນາກິດສົບໄດ້ຈັດຂຶ້ນໃນວັນທີ 31 ພຶດ ສະພາ 2014 ໂດຍມີຄະນະນຳຂັ້ນ
ສູງຂອງກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ຮ້ອຍຕີ ຄຳຫລ້າ ສີບົວຄຳ ເປັນໃກ້ຊິດຂອງທ່ານ
ທອງບັນ ແສງອາພອນ ອະດີດລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ທີ່ເສຍຊີວິດຈາກອຸປະຕິເຫດຍົນຕົກໃນຂະນະເດີນທາງໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ.
No comments:
Post a Comment