Ad

Ad

3 June 2014

ຫລາຍ​ແຫ່ງ​ສືບ​ຕໍ່​ປູກ​ໄມ້ ໃນ​ໂອກາດ​ວັນ​ເດັກ​ສາກົນ ແລະ ວັນ​ປູກ​ໄມ້​ແຫ່ງ​ຊາດ ທີ 1 ມິຖຸນາ



     ໃນວັນ​ທີ 1 ມີ​ຖຸນາ​ນີ້, ຊື່ງເປັນວັນເດັກສາກົນ ແລະ ວັນປູກໄມ້ແຫ່ງຊາດ, ດັ່ງ ນັ້ນຫລາຍ ພາກສ່ວນນັບທັງເບື້ອງລັດ ແລະ ເອກກະຊົນຕ່າງໆກໍໄດ້ຈັດ ຕັ້ງການ ປູກໄມ້ຢ່າງເປັນຂະບວນກວ້າງຂວາງຄື: ບໍລິສັດ ຜະລິດ-​ໄຟຟ້າ ​ລາວ ມະຫາຊົນ (ຜ-​ຟຟລ), ກໍໄດ້ຈັດ​ພິທີປູກ​ຕົ້ນ​ໄມ້ ແລະ ປ່ອຍ​ປາຄືນສູ່​ວັງ​ນ້ຳ ບໍລິ​ເວນເຂື່ອນ​ໄຟຟ້ານ້ຳ​ເລິກ ເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ​ສິ່ງ​ແວດ​ລ້ອມ, ​ການ​ອານຸລັກ​ຮັກສາ​ຊີວະ​ນາໆ​ພັນ ແລະ ສັດ​ນ້ຳ​ອື່ນໆ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະຫລອດ​ໄປ, ໂດຍ​ມີ​ທ່ານ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່, ປະທານ​ສະພາ​ຜູ້ອຳ​ນວຍ​ການ ບໍລິ ສັດ ຜະລິດ ໄຟຟ້າ​ລາວ ມະຫຊົນ, ທ່ານ ສະຫວັນ​ຄອນ ຣາດຊະ​ມຸນຕຣີ ລັດຖະມົນຕີ​ຊ່ວຍວ່າ ການ​ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ມີ​ທ່ານ​ຮອງ​ເຈົ້າ​ແຂວງ​ໄຊ​ສົມບູນ, ​ເຈົ້າ​ເມືອງໆ​ລ້ອງ​ຊານ ພ້ອມ​ພະນັກງານ​ອ້ອມ​ຂ້າງ​ບໍລິສັດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.
     ສະ​ເພາະ​ໃນ​ປີ​ນີ້, ບໍ​ລິ​ສັດ ຜະລິດ ​ໄຟຟ້າ ລາວ ມະຫາຊົນ ໄດ້​ກະກຽມ​ເບ້ຍ​ໄມ້​ຈຳນວນ 2000 ຕົ້ນ, ​ເຊິ່ງປະກອບ​ມີ ໄມ້​ແຕ້​ຂ່າ ​ແລະ ​ໄມ້​ດູ່​ແດງ ພ້ອມ​ໄດ້​ນຳ ພັນ​ປາ ຈຳນວນ 20.000 ໂຕ ໄປ​ປ່ອຍ​ຄືນ​ສູ່ວັງ​ນ້ຳ​ທຳ​ມະ​ຊາດ ທີ່ ອ່າງ​​ໂຕ່ງ ຂອງ​ເຂື່ອນ​ນ້ຳ​ເລິກ ເພື່ອ​ເປັນ​ການ​ຄືນ​ຄວາມອຸດົມ​ສົມບູນ​ສູ່​ທຳ​ມະ​ຊາດ. ພ້ອມນັ້ນ ທາງ​ບໍລິສັດ​ ​ໄດ້​ມີ​ການ​ປຸກລະດົມ​ທົ່ວສັງຄົມ ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ບໍລິຈາກ​ເຄື່ອງນຸ່ງ​ຫົ່ມ, ເຄື່ອງ​ກິລາ, ອຸປະກອນການ​ສຶກ ສາ​ໄປມອບ​ໃຫ້​ນັກຮຽນໂຮງ ຮຽນ​ປະຖົມ​ສົມບູນ
ບ້ານ​ພູ​ປ່າ​ມັນ ເມືອງ​ລ້ອງ​ຊານ ແຂວງ​ໄຊ​ສົມບູນ, ​ລວມມີຈຳນວນ 27 ແກັດ. ນອກ​ນີ້ ທາງ​ບໍລິສັດ ຍັງ​​ໄດ້​ນຳ​ໃຊ້​ທຶນຮອນ​ຂອງ​ຕົນ​ຈຳ ນວນ​ໜຶ່ງ ​ເພື່ອ​ຊື້​ອຸປະກອນ​ການ​ສຶກສາ, ​ເຄື່ອງ​ກິລາ ​ແລະ ຄອມ​ພິວ​ເຕີ ເພື່ອ​ມອບ​ໃຫ້​ໂຮງຮຽນ​ປະ​ຖົມ​ສົມບູນ ບ້ານດັ່ງກ່າວຕື່ມອີກ.
     ເຂື່ອນ​ໄຟ້າດັ່ງກ່າວ​​ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 7 ເຂື່ອນ ທີ່​ຂຶ້ນ​ກັບ ບໍລິສັດ ຜະລິດ-​ໄຟຟ້າ ລາວ​ ມະຫາຊົນ​ຄື: ເຂື່ອນ​ນ້ຳ​ງຶ່​ມ1, ເຂື່ອນ​ນ້ຳ​ຊອງ, ​ເຂື່ອນ​ນ້ຳ​ມັງ 3, ເຂື່ອນ​ເຊ​ເສັດ 1, ​ເຂື່ອນ​ເຊ​ເສັດ 2, ​ເຂື່ອນ​ແຊ​ລະບຳ ​ແລະ ​ເຂື່ອນ​ໄຟ ຟ້າ​ນຳ​້​ເລິກ, ​ເຊິ​່ງ​ໄດ້​ຜະລິດ​ກະ​ແສ​ໄຟຟ້າ​ຮັບ​ໃຊ້​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກ​ຄື​ກັບ​ບັນດາ​​ເຂື່ອນ​ໄຟຟ້າ​ອື່ນໆ​ທີ່​ເປັນ​ການ​ລົງທຶນ​ຈາກ​ພາກ​ເອກກະ​ຊົນ ຢູ່ ສປປ ລາວ.
        ໃນມື້ດຽວກັນ ບໍລິສັດ ເທີນ-ຫີນບູນພາວເວີຈຳກັດ, ໄດ້ຮ່ວມກັບອຳນາດການປົກຄອງ ເມືອງຫີນບູນ ແຂວງຄຳມ່ວນ, ກໍໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ, ຢູ່ໂຮງໂຮງປະຖົມສົມບູນບ້ານປາກທຶກ ເມືອງດັ່ງກ່າວ, ໂດຍການເຂົ້ ຮ່ວມຂອງ ທ່ານ ສຸລິເດດ ເບົ້າມະນີໂຄດ, ຮອງອຳນວຍການໃຫຍ່ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ, ມີເຈົ້າເມືອງ ແລະ ອຳນາດການປົກຄອງທ້ອງ ຖິ່ນ, ພ້ອມປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ.
     ຮອງອຳນວຍການໃຫຍ່ບໍ ລິສັດເທີນ-ຫີນບູນກ່າວໃນພິທີ ວ່າ: ບໍລິສັດ ໄດ້ຈັດກິດຈະກຳປູກ ຕົ້ນໄມ້ຂຶ້ນ ເປັນປະຈຳທຸກໆ ປີ, ເລີ່ມແຕ່ມີການພັດທະນາເຂື່ອນ ໄຟຟ້າເທີນ-ຫີນບູນແຕ່ປີ 2009 ເປັນຕົ້ນມາຄື:  2 ປີຜ່ານມາໄດ້ ປູກຢູ່ເຂດເມືອງໂພນ ຄຳ, ເຂດເມືອງໄຊຈຳພອນ ແລະ ປີນີ້ແມ່ນ ໄດ້ມາປູກໃນເຂດເມືອງຫີນບູນ ແລະ ປີໜ້າຈະຍ້າຍໄປເຂດ ເມືອງຄຳເກີດ, ແຂວງ ຄຳມ່ວນ ແລະ ແຂວງບໍລິຄຳໄຊ ໂດຍແຕ່ ລະປີຈະມີຈຳນວນ 2 ພັນຫາ 5 ພັນຕົ້ນ, ສ່ວນຫຼາຍແມ່ນຕົ້ນໄມ້ໃຫ້ຮົມ, ຕົ້ນໄມ້ ກິນໝາກ ແລະ ຕົ້ນໄມ້ອຸດສາຫະກຳ, ຫຼັງຈາກປູກແລ້ວໄດ້ມອບໃຫ້ອຳນາດ ການປົກຄອງທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດນີ້ ເປັນຜູ້ເບິ່ງແຍ່ງຮັກສາ, ເພື່ອເຮັດແນວໃດໃຫ້ຕົ້ນ ໄມ້ທີ່ປູກໄປແລ້ວເຕີບໃຫຍ່ຂະ ຫຍາຍໂຕ ແລະ ໄດ້ນຳໃຊ້ຢ່າງ ຍືນຍົງເພື່ອ ຮັກສາສິ່ງແວດລ້ອມ ແລະ ແຫຼ່ງນ້ຳຢູ່ເຂດອ້ອມເຂື່ອນ ໄຟຟ້າດັ່ງກ່າວຍາວກວ່າ 80 ກິໂລແມັດ, ໃຫ້ປົກຫຸ້ມໄປດ້ວຍສີ ຂຽວ.

No comments:

Post a Comment