Ad

Ad

3 June 2014

ເພີ່ມຄວາມຮູ້ການເຈລະຈາໃຫ້ພະນັກງານລາວ



       ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງ ການຕ່າງປະເທດ ແລະ ການຄ້າ ນິວຊີແລນໄດ້ຈັດຊຸດເຝິກ ອົບຮົມ ກ່ຽວກັບການເຈລະຈາໃຫ້ແກ່ພະ ນັກງານ ສປປ ລາວ ແຕ່ວັນທີ 2-6 ມິຖຸນານີ້, ຢູ່ສູນເຝິກອົບຮົມ ແລະ ຮ່ວມມືສາ ກົນ (ICTC) ໂດຍ ການເຂົ້າຮ່ວມຂອງທ່ານ ພົງສະ ຫວັນ ສີສຸລາດ ຫົວໜ້າກົມອາ ຊຽນກະຊວງການຕ່າງປະເທດ, ມີບັນດານັກວິທະຍາກອນຈາກນິວຊີແລນ, ພ້ອມ ດ້ວຍບັນດາສຳມະນາກອນຈາກກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ບັນດາກົມກອງອ້ອມຂ້າງສູນກາງເຂົ້າຮ່ວມ.
     ທ່ານ ພົງສະຫວັນ ສີສຸລາດ ກ່າວວ່າ: ການຈັດຕັ້ງຊຸດເຝິກອົບຮົມກ່ຽວກັບ ການເຈລະຈາໃນຄັ້ງນີ້ແມ່ນເຫັນໄດ້ເຖິງຄວາມ ຈຳເປັນ ແລະ ຄວາມຮຽກຮ້ອງ ຕ້ອງການຂອງວຽກງານໃນປັດຈຸບັນ ກໍຄືການກະກຽມເປັນເຈົ້າ ພາບ ແລະ ເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2016 ກົມ ອາຊຽນກະຊວງການຕ່າງປະ ເທດຈຶ່ງໄດ້ຂໍການຊ່ວຍເຫລືອ ຈາກລັດຖະບານນິວຊີ ແລນເພື່ອຈັດຊຸດເຝິກອົບ
ຮົມດັ່ງກ່າວຂຶ້ນ ແນໃສ່ຍົກລະດັບຂີດຄວາມສາ ມາດໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງເພື່ອຮັບໃຊ້ພັນທະຂອງ ສປປ ລາວ ໃນປີ 2016 ກໍຄື ໃນອະນາຄົດຊຶ່ງ ຫລັກສູດການເຝິກອົບຮົມປະກອບມີ: ການຮຽນຮູ້ກ່ຽວກັບການເຈລະຈາກັບພາກສ່ວນຕ່າງໆ, ການປະກອບສ່ວນ ແລະ ການປະກອບຄຳຄິດຄຳເຫັນໃນການເຈ ລະຈາໃນຖານະຜູ້ແທນ,ການແກ້ໄຂຂໍ້ຂັດແຍ່ງ, ບົດບາດຂອງປະທານກອງປະຊຸມ, ການນຳໃຊ້ພາສາໃນ ການເຈລະຈາ ແລະ ກໍລະນີສຶກສາຕ່າງໆ ເຊິ່ງຈະນຳຜົນປະໂຫຍດກໍຄືຄວາມຮູ້ມາໃຫ້ຜູ້ເຂົ້າຮ່ວມ.

No comments:

Post a Comment