Ad

Ad

3 June 2014

ທະນາຄານ​ແຫ່ງ​ລັດຫວຽດນາມ ມອບ​ທຶນ​ການ​ສຶກສາ​ໃຫ້​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ

     ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທະນາຄານ​ແຫ່ງ​ລັດ ສສ ຫວຽດນາມ​ເຊິ່ງນຳ​ໂດຍ​ທ່ານ ດ້າວ ມິ່ງ ຕູ ຮອງ​ຜູ້​ວ່າການ​ທະ ນາຄານ​ແຫ່ງ​ລັດ ຫວຽດນາມ​ ພ້ອມ​ຄະນະ​ໄດ້​ມອບ​ທຶນ​ການ​ສຶກສາ​ໃຫ​້​ແກ່ໂຮງຮຽນມັດທະ ຍົມສົມບູນ​ກິນນອນ​ຊົນ​ເຜົ່າ ແຂວງ​ຈຳປາ​ສັກ ຈຳນວນ 15 ລ້ານ​ກີບ ​ແລະ ນ້ອງ​ນັກຮຽນ​ຊາວ​ໜຸ່ມ​ທີ່​ຮຽນ​ດີ-ຮຽນ​ເກັ່ງ​ແຕ່​ດ້ອຍ​ໂອກາດ​ຈຳນວນ​ສິບ​ນ້ອງ ຜູ້​ລະ 2 ລ້ານ​ກີບ, ​ເຊິ່ງພິທີ​ດັ່ງ ກ່າວ ຈັດ​ຂຶ້ນ​ຢູ່ຫ້ອງ​ວ່າການ​ປົກ ຄອງ​ແຂວງ​ຈຳປາ​ສັກ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສຸບິນ ຈັນ ທະ​ພິມ ປະທານ​ແນວ​ລາວ​ສ້າງ​ຊາດ, ຜູ້​ຊີ້​ນຳ​ອົງການ​ຈັດ​ຕັ້ງ​ມະຫາ​ຊົນ​ຂັ້ນ​ແຂວງ, ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າການ​ທະ ນາຄານ​ແຫ່ງ ສປປ ລາວ ​ແລະ ມີ​ຄູ-ອາຈານ ພ້ອມ​ນ້ອງ​ນັກຮຽນ​ເຂົ້າ​ຮ່ວມ.

No comments:

Post a Comment