Ad

Ad

3 June 2014

ຜະລິດ​ຕະພັນ​ລອກ​ຮຽນ​​ແບບ​ຢາສູບ​ເປ​ັນ​ໄພ​ອັນຕະລາຍ​ຕໍ່​ສັງຄົມ​ກວ່າ​ທີ່​ຄິດ



      ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ປັດຈຸບັນ, ການ​ດຳ​ເນີນ​ທຸ ລະ​ກິດ​ກ່ຽວ​ກັບ​ຢາສູບ​ພວມ​ມີ​ການ​ແຂ່ງຂັນ​ກັນ​ຢ່າງ​ແຂງ​ແຮງ​ໃນ​ຫລາຍ​ປະ​ເທດ, ຂະນະ​ດຽວ​ກັນນັ້ນ ຜູ້​ປະກອບ​ການ​ຜະລິດ​ສິນຄ້າ​ອື່ນໆ​ເຊັ່ນ: ​ເຂົ້າໜົມ, ກັບ​ໄຟ ​ແລະ ​ເຄື່ອງ​ທີ່​ລະນຶກ​ຕ່າງໆ ກໍ​ສ້າງ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ບໍລິ​ໂພ​ກ ດ້ວຍ​ການ​ລອກ​ຮຽນ​​ແບບ​ຮູບ​ພາບ​ຍີ່​ຫໍ້​ຂອງ​ຜະລິດ​ຕະພັນ​ຢາ ສູບ​ໃສ່​ວັດຖຸ ຫລື ສິນຄ້າ​ຂອງ​ຕົນ ເຊິ່ງຜະລິດ​ຕະພັນ​ເຫລົ່ານີ້​ແມ່ນ​ນຳ​ເຂົ້າຈາກ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ​ແລະ ມີ​ຈຳໜ່າຍ​ແຜ່​ຫລາຍໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ​ຢູ່​ຕາມ​ໂຮງຮຽນ ​ແລະ ຊຸມ​ຊົນ​ຕ່າງໆ.
      ການ​ກະທຳ​ດັ່ງກ່າວ​ຖື​ເປັນ​ການ​ຝ່າຝືນ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ​ແລ້ວ ມັນ​ຍັງ​​ແຝງ​ໄປ​ດ້ວຍ​ການ​ໂຄສະນາ
ເພື່ອ​ຊັກ​ຊວນ, ຫລອກ​ລວງ, ຊວນ​ເຊື່ອ​ປະຊາຊົນ ​ໂດຍ​ສະ​ເພາະ​ເດັກນ້ອຍ, ​ເຍົາວະ​ຊົນ ​ແລະ ຊາວ​ໜຸ່ມ​ໃຫ້​ລຶ້ງ​ເຄີຍ​ກັບ​ຜະລິດ​ຕະພັນ​ເຫລົ່ານີ້ຈົນ​ເຫັນ​ຊິນ​ຕາ​ວ່າ​ຢາສູບ​ເປັນ​ສິນຄ້າ​ທຳ​ມະ​ດາ​ທົ່ວ​ໄປ ​ແລະ ຮຽນ​ແບບ​ພຶດຕິ​ກຳ​ການ​ສູບຢາ​ຂອງ​ຜູ້​ໃຫຍ່ ​ແລະ ເມື່ອ​ມີ​ໂອກາດ​ກໍ​ຈະ​ຫັນ​ໄປ​ທົດ​ລອງ​ຢາສູບ​ຈິງ​ມາ​ສູບ ​ເພາະ​ເດັກ​ເຊື່ອ​ວ່າ​ນີ້​ແມ່ນ​ເລື່ອງ​ປົກກະຕິ ແລະ ນີ້ຖື​ວ່າ​ເປັນ​ໄພ​ອັນຕະ ລາຍ​ຮ້າຍ​ແຮງ​ທີ່​ສັງຄົມ​ພວມ​ເບິ່ງ​ຂ້າມ​ມັນ​ຢູ່.
     ກະຊວງ​ສາທາລະນະ​ສຸກ ​ໄດ້​ຢືນຢັນ​ໜັກ​ແໜ້ນ​ວ່າ: ການລຶ້ງ​ເຄີຍ​ກັບ​ຜະລິດ​ຕະພັນ​ລອກ​ຮຽນ​ແບບ​ຢາສູບ​ນັ້ນ ​ແມ່ນ​ຈຸດ​ເລີ່​ມ ຕົ້ນຂອງ​ການ​ສູບຢາ ​ແລະ ອາດ​ກາຍ​ເປັນ​ຜູ້​ສູບຢາ​ໜ້າ​ໃໝ່ ຈົນ​ກ້າວ​ໄປ​ເປັນ​ລູກ​ຄ້າ​ຖາວອນ ຂອງ​ຜະລິດ​ຕະພັນ​ແຫ່ງ​ຄວາມ​ຕາຍ​ໃນ​ອະນາຄົດ ​ເຊິ່ງຫວັງ​ວ່າ​ຜູ້​ໃຫຍ່ ຫລື ຜູ້​ປົກຄອງ​ຂອງ​ເດັກ​ຜູ້​ໃດ​ຄົງ​ບໍ່​ຢາກ​ເຫັນ​ລູກ​ຫລານ​ຂອງ​ຕົນ​ຕິດ​ຢາສູບ​ແຕ່​ຍັງ​ນ້ອຍ ເຖິງ​ແມ່ນ​ຕົນ​ເອງ​ສູບຢາ​ກໍ​ຕາມ.

No comments:

Post a Comment