Ad

Ad

3 June 2014

ຈະແກ້ໄຂສະພາບອຸປະຕິເຫດມີລັກສະນະເພີ່ມຂຶ້ນແນວໃດ ?



     ຄືດັ່ງຮູ້ນຳກັນແລ້ວວ່າ: ຫລາຍປີມານີ້, ໂຕເລກການ ເກີດອຸປະຕິເຫດຢູ່ປະເທ ດເຮົາ ແມ່ນເພີ່ມຂຶ້ນເລື້ອຍໆ ອັນໄດ້ສົ່ງ ຜົນ ກະທົບຕໍ່ຊີວິດ ແລະ ຊັບສິນ ຂອງບຸກ ຄົນ ແລະ ຂອງຊາດເປັນ ຈຳນວນບໍ່ໜ້ອຍ ເຊິ່ງຜ່ານມາ ເຖິງວ່າເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ນຳໃຊ້ມາດຕະການຫລາຍຢ່າງ ທັງດ້ານການໂຄສະນາສຶກສາອົບຮົມດ້ານລະ ບຽບການຈະລາຈອນກໍຄືການຂັບຂີ່ປອດໄພຢູ່ ຕາມສະຖາບັນການສຶກສາ ແລະ ຊຸມຊົນຕ່າງໆລວມເຖິງມາດຕະ ການປັບໄໝຜູ້ລະເມີດລະບຽບ ຈະລາຈອນ ແລະ ອື່ນໆ, ແຕ່ ບັນຫາດັ່ງກ່າວກໍບໍ່ມີທ່າທີວ່າຈະ ຫລຸດໜ້ອຍລົງແຕ່ຢ່າງໃດ, ກົງກັນ ຂ້າມຍິ່ງມີລັກສະນະຮ້າຍ ແຮງເພີ່ມຂຶ້ນຕື່ມອີກ.
     ກົມຂົນສົ່ງກະຊວງໂຍທາ ທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ມີ 3 ສາເຫດທີ່ເປັນປັດໄຈພາໃຫ້ ເກີດອຸປະຕິເຫດດັ່ງກ່າວ ຄື ຄົນ, ເສັ້ນທາງ ແລະ ພາຫະນະ, ໃນ ນັ້ນເກີດຈາກຄົນແມ່ນການຂາດສະຕິໃນການຂັບຂີ່ ແລະ ລ່ວງລະ ເມີດລະບຽບການ
ຈະລາຈອນ ເຊັ່ນ: ຂັບໄວ, ເມົາແລ້ວຂັບ, ບໍ່ໃສ່ໝວກກັນກະທົບ, ບໍ່ຮັດສາຍ ແອວນິລະໄພ, ບໍ່ປະຕິບັດປ້າຍຫ້າມ ແລະ ອື່ນໆກວມປະມານ 85%, ສ່ວນເກີດຍ້ອນບັນຫາເສັ້ນທາງເປ່ເພ, ເປັນຂຸມເປັນ ບວກພາໃຫ້ລົດເສຍຫລັກ, ການອອກແບບ ແລະ ກໍ່ສ້າງເສັ້ນທາງ ບໍ່ໄດ້ມາດຕະຖານເຕັກນິກ, ບໍ່ມີປ້າຍສັນຍານເຕືອນຕ່າງໆແມ່ນກວມປະມານ 10% ແລະ ເກີດຈາກພາ ຫະນະ ເຊັ່ນ: ເບຼກແຕກ, ຕີນລົດແຕກ ແລະ ອື່ນໆ ແມ່ນມີໜ້ອຍກວມພຽງ 5%. ດັ່ງນັ້ນ ກໍໝາຍວ່າສິ່ງທີ່ສາມາດຫລຸດຜ່ອນ ບັນຫາ ອຸປະຕິເຫດຕາມທ້ອງຖະໜົນໄດ້ນັ້ນກໍແມ່ນເລີ່ມຈາກຜູ້ຂັບຂີ່ເອງ.

No comments:

Post a Comment