Ad

Ad

3 June 2014

ມ້າງ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່



     ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ເມືອງ​ໂຂງ ແຂວງ​ຈຳປາ​ສັກ ລາຍ​ງານ​ໃຫ້​ຮູ້​ວ່າ: ​ເມື່ອ​ວັນ​ທີ 28 ພຶດສະພາ​ 2014 ນີ້, ​ໄດ້​ກັກ​ຕົວ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ປະ ກອບ​ມີ​ທ້າວ ​ໂພ​ໄຊ ອາຍຸ 35 ປີ, ທ້າວ ປານີ ອາຍຸ 38 ປີ, ທ້າວ ເຫລີ​ມ ອາຍຸ 51 ປີ ຢູ່​ບ້ານ​ເວີນ​ແທນ ​ເມືອງ​ມຸນ​ລະ​ປະ​ໂມກ ແຂວງ​ຈຳປາ​ສັກ ​ແລະ ທ້າວ ເພັງ ອາຍຸ 54 ປີດ ທ້າວ ສຸກ ອາຍຸ 39 ປີ ຢູ່​ບ້ານ​ວຽງ​ຄຳ ​ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ ພ້ອມ​ຂອງ​ກາງ​ຢາ​​ໄອ​ນ້ຳໜັກ 3 ກິ​ໂລ ກຣາມ, ປືນສັ້ນ 1 ກະບອກ ​ແລະ ລູກປືນ​ຈຳນວນ​ໜຶ່ງ ພ້ອມ​ຢຶດລົດ​ເກງ ​ແລະ ​ໂທລະສັບ​ມື​ຖື 4 ໜ່ວຍ ​ໄວ້​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ. ຜ່ານ​ການ​ສືບສວນ- ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່​ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ: ຢາ​ໄອ​ນັ້ນ​ແມ່ນ​ເປັນ​ຂອງ​ພວກ​ກ່ຽວ​ແທ້ ​ເຊິ່ງພວມ​ເອົາ​ໄປ​ສົ່ງ​ໃຫ້​ລູກ​ຄ້າ​ຢູ່​ປະ​ເທດ​ກຳປູ​ເຈຍ, ​ແຕ່​ຖືກ​ເຈົ້າ ໜ້າ​ທີ່​ກຳປູ​ເຈຍ​ສະ​ແດງ​ຕົວ​ເຂົ້າ ຈັບ​ກຸມ ຈຶ່ງ​ໄດ້​ເອົາ​ຕົວ​ຫລົບໜີ​ເຂົ້າມາລາ​ວກ່ອນ​ຖືກ​ເຈົ້າໜ້າ​ທີ່​ລາວ​ຈັບ​ກຸມ​ຕົວ​ໄດ້.

No comments:

Post a Comment