Ad

Ad

3 June 2014

ເສັ້ນທາງຄູວຽງມີຂີ້ເຫຍື້ອຮົກເຮື້ອ



     ເສັ້ນທາງຄູວຽງແມ່ນທາງສາຍໜຶ່ງໃນນະຄອນຫລວງວຽງຈັນທີ່ໄດ້ຮັບ ການຍົກ ລະດັບໃຫ້ມີມາດຕະ ຖານເພື່ອຮອງຮັບການ ສັນຈອນໄປມາຂອງຊຸມຊົນ ແລະ ພາ ຫະນະຕ່າງໆ, ຂະນະທີ່ຝາກ ເບື້ອງໜຶ່ງຂອງເສັ້ນທາງກໍມີບັນດາບໍລິສັດ, ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດບໍລິການ ຕ່າງໆ ຫລວງຫລາຍນັບໄດ້ວ່າເປັນຍ່ານເສດຖະ ກິດທີ່ຟົດຟື້ນອີກ ແຫ່ງໜຶ່ງໃນຕົວເມືອງ, ແຕ່ກົງ ກັນຂ້າມອີກຝາກເບື້ອງໜຶ່ງ ຂອງ ເສັ້ນທາງນັ້ນ ພັດເຕັມໄປດ້ວຍຂີ້ເຫຍື້ອຮົກເຮື້ອຢັ່ງຢາຍໄປຕາມແຄມທາງຍ່າງໂດຍ ສະເພາະນັບແຕ່ຕະຫລາດຂົວດິນໄປຈົນຮອດວົງວຽນ ວິທະຍາໄລຄອມເຊັນເຕີ ແລະ ຕໍ່ໄປຮອດອົງການໄອຍະການ ສູງສຸດກໍມີຂີ້ເຫຍື້ອຖິ້ມຊະຊາຍເປັນບາງຈຸດຕາມແຄມຄອງເຊິ່ງຂີ້ເຫຍື້ອດັ່ງກ່າວເກີດຈາກ ນ້ຳມືຂອງຄົນທີ່ມັກງ່າຍລັກຖິ້ມ ຂີ້ເຫຍື້ອຊະຊາຍ, ເປັນການທຳລາຍສະພາບແວດລ້ອມ ແລະ ສ້າງຄວາມບໍ່ຈົບງາມຕໍ່ທັດສະນີຍະພາບໃນຕົວເມືອງ ແລະ ຖ້າບໍ່ມີການແກ້ໄຂໂດຍໄວອາດກາຍເປັນ ແຫລ່ງສະສົມຂີ້ເຫຍື້ອ ຫລາຍຂຶ້ນກວ່າເກົ່າທັງເຮັດໃຫ້ການຈັດຕັ້ງປະຕິບັດນະ ໂຍບາຍ 6 ສ ຂອງນະຄອນຫລວງວາງອອກ ໂດຍສະເພາະ ສ.ສະອາດ ບັນລຸໄດ້ຍາກ.

No comments:

Post a Comment