Ad

Ad

11 June 2014

ນັກ​ສຶກສາລາ​ວ 4 ຄົນ ​ໄດ້​ທຶນ​ໄປ​ສຶກສາ​ຕໍ່​ຢູ່​ສະຫະລັດ​ອາ​ເມ​ລິ​ກາ



     ນັກ​ສຶກສາລາ​ວ 4 ຄົນ ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ຮຽນ​ຕໍ່ຂັ້ນປະລິນ ຍາ​ໂທ​ຢູ່​ສະຫະ ລັດ​ອາ​ເມ​ລິ​ກາ​ໃນ​ປີນີ້ ພາຍ​ໃຕ້​ທຶນ​ການ​ສຶກສາ Fulbright Scholarship Pro gram ຂອງ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ອາ​ເມ​ລິ​ກາ ​ແລະ ​ໃນ​ລະຫວ່າງ​ການ​ເຂົ້າພົບກັບ​ທ່ານ ແດນ​ນຽວ ​ເອ ຄຣູນ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ​ປະຈຳ​ລາວ ຂອງ​ນັກ​ສຶກສາ. ທ່ານ​ທູດ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຊົມ​ເຊີຍ​ຕໍ່​ນັກ​ສຶກສາ ​ແລະ ຊຸກຍູ້​ໃຫ້​ນັກ​ສຶກສາ​ເຫລົ່ານັ້ນ ຈົ່ງ​ນຳ​ໃຊ້​ໂອກາດ​ສຳຄັນ​ຄັ້ງນີ້ຕັ້ງ​ໃຈ​ຮ່ຳ ຮຽນ​ເອົາ​ຄວາມ​ຮູ້ ​ເພື່ອ​ມາ​ພັດທະນາ​ຕົນ​ເອງ ​ແລະ ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ຈະ​ເລີ​ນ.
     ສຳລັບ​ນັກ​ສຶກສາ​ທີ່​ຈະ​ເດີນທາງ​ໄປ​ສຶກສາ​ຕໍ່​ນີ້ ປະກອບ​ມີ​ທ້າວ ຄູນ​ຄຳ ສີ​ບຸນ​ເຮືອງ ​ໄປ​ຮຽນ​ຕໍ່​ຂະ​ແໜງ​ບັນຊາ​ການ​ເງິນ ຢູ່​ມະຫາວິທະຍາ​ໄລ​ອາກຮອນ ໃນ​ລັດ​ໂອ​ໄຮ​ໂອ, ທ້າວ ກາ​ວີ ຫອມ​ສົມບັດ ​ໄປ​ຮຽນ​ຕໍ່​ຂະ​ແໜງ​ວິ​ສາ​ຫະກິດ ຢູ່​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ, ທ້າວ ມັດ​ຕິ​ພົບ ດວງ​ມີ​ໄຊ ຈະ​ໄປ​ຮຽນ​ຕໍ່​ຂະ​ແໜງ​ການ​ສ້າງ​ຟີມຮູບ​ເງົາຢູ່່ມະຫາ
ວິທະຍາ​ໄລ​ຊີ​ຮາ​ຄິວ ລັດ​ນິວຢອກ ແລະ ນາງ ວະ​ນິດາ ກວ້າງ​ວິຈິດ ຈະ​ໄປ​ຮຽນ​ຕໍ່​ຂະ​ແໜງ​ມະນຸດ​ວິ ທະຍາ ຢູ່ມະຫາວິທະຍາ​ໄລ​ນອຟທ໌ ​ເຄ​ໂຮ​ລາຍ​ນາ ສະ​ເຕດ. ທຶນ​ການ​ສຶກສາ​ດັ່ງກ່າວ​ກວມ​ລວມ​ເອົາ​ຄ່າ​ທຳນຽມ​ການ​ສິດ ສອນ​ທຸກ​ຢ່າງ, ປີ້ຍົນ​ໄປ​ກັບ ​ແລະ ​ເບ້ຍລ້ຽງ​ຕະຫລອດ​ໄລຍະ​ເວລາ​ດ​ຳລົງ​ຊີວິດຢູ່​ສອງ​ປີ.
    ທຶນ​ການ​ສຶກສາ Fulbright ເປັນ​ທຶນ​ການ​ສຶກສາ​ທີ່​ໃຫຍ່ ​ແລະ ເປັນ​ໂຄງການ​ແລກປ່ຽນ​ການ​ສຶກສາລະ​ຫວ່າງ​ປະ​ເທດ​ທີ່​ສຳ ຄັນ​ຢູ່​ໃນ​ໂລກ ​ແລະ ທຶນ​ການ​ສຶກ ສາ​ດັ່ງກ່າວ​ຈັດ​ຂຶ້ນ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ຮ່ວມ​ກັນ​ລະຫວ່າງ​ປະຊາຊົນ​ຊາວ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ປະຊາຊົນ​ຢູ່​ປະ​ເທດ​ອື່ນໆ​ໃນ​ໂລກ. ຜ່ານ​ມາ​ມີ​ເຈົ້າໜ້າ​ທີ່​ລາວ​ຫລາຍ​ກວ່າ 80 ທ່ານ ​ເຄີຍ​​ໄປ​ສຶກສາ​ຮຽນ​ຕໍ່​ຊັ້ນປະ ລິນຍາ​ໂທ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ຜ່ານ​ທຶນ​ການ​ສຶກສາ​ດັ່ງກ່າວ. ປັດຈຸບັນ ​ໄດ້​ເຮັດ​ວຽກ​ໃນ​ຕຳ​ແໜ່​ງສຳຄັນ​ຫລາຍ​ຕຳ​ແໜ່​ງ ນັບ​ທັງ​ໃນ​ອົງການ​ຈັດຕັ້ງຂອງ​ລັດຖະ ບານ, ພາກ​ເອກະ​ຊົນ ​ແລະ ອົງ ການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະ ບານ ​ແລະ ສະຖານທູດ​ສະຫະ ລັດ​ອາ​ເມ​ລິ​ກາຢູ່ນະຄອນຫລວງ​ວຽງ​ຈັນ ​ເປີດ​ຮັບ​ເອົາຟອມສະ ໝັກ​ເສັງ​ເອົາ​ທຶນ​ການ​ສຶກສາ Fulbright Program ​ແຕ່​ເດືອນ​ມີນາ​ຫາ​ພຶດສະພາ​ຂອງ​ທຸກໆ​ປີ. ນັກ​ສຶກສາ​ທີ່​ສົນ​ໃຈ​ສາມາດ​ສົ່ງ​ ອີ​ເມ​ວມາ​ໄດ້​ທີ່ VientianePublic Diplomacy@state.gov ​ເພື່ອ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ.

2 comments: