Ad

Ad

11 June 2014

ໃຫ້ລະວັງ 4 ພະຍາດທີ່ອາດລະບາດ​ໃນ​ຍາມຝົນ



           ເມື່ອບໍ່ດົນມານີ້ ໜ່ວຍເຝົ້າລະວັງພະຍາດຂອງກະຊວງສາທາລະນະສຸກ ໄດ້ອອກມາເຕືອນປະຊາຊົນຈົ່ງເພີ່ມທະວີໃນການເຝົ້າລະວັງ 4 ພະຍາດທີ່ອາດ ຈະເກີດຂຶ້ນໃນຢາມຝົນ ເຊັ່ນ:  ພະຍາດຖອກທ້ອງ, ພະຍາດຕິດຕໍ່ ຈາກສັດສູ່ຄົນ, ພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດເບື່ອ ເຫັດ, ຊຶ່ງຜ່ານມາ 4 ພະຍາດ ດັ່ງ ກ່າວມັກລະບາດ, ຢູ່ໃນຫຼາຍທ້ອງຖິ່ນມາ ແລ້ວໂດຍສະເພາະເຂດຫ່າງໄກສອກ ຫຼີກທີ່ຍັງ ຂາດການຕິດຕາມເຝົ້າລະວັງ, ສົ່ງຜົນໃຫ້ເກີດການສູນເສຍທັງຊີວິດ ແລະ ສັບສິນຂອງປະຊາຊົນຜູ້ທີ່ຍັງຖືເບົ່າຕໍ່ ການປະຕິບັດ ຕາມຫຼັກການສຸຂະສຶກສາ, ອະນາ ໄມ 3 ສະອາດ.   
    ມາຮອດປັດຈຸບັນທາງໜ່ວຍງານເຝົ້າລະວັງຂອງກະຊວງສາທາລະນະສຸກໄດ້ແຈ້ງເຕືອນໄປຍັງພາກສ່ວນຕ່າງໆທີ່ກຽວ ຂ້ອງຈົ່ງຖືສຳຄັນ, ໃນການຕ້ານການລະບາດຂອງ 4 ພະຍາດ ດັ່ງກ່າວທີ່ອາດເກີດຂຶ້ນໄດ້ທຸກເວລາ, ຖ້າພວກ​ເຮົາຖືເບົາໃນ ການປະຕິບັດຫຼັກອະນາໄມ, ດັ່ງນັ້ນຖ້າເຂດແຂວງຫຼືທ້ອງຖິນໃດຫາກເກີດມີກໍລະນີພະຍາດດັ່ງກ່າວເກີດຂຶ້ນໃຫ້ຮີບຮ້ອນ ໄປພົບແພດໝໍ ແລະ ແຈ້ງຕໍ່ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ.

No comments:

Post a Comment